ໝາກແປ້ນ bonsai ທີ່ແປກປະຫຼາດ ໄດ້ຂາຍຢູ່ຖະໜົນຫົນທາງຂອງຮ່າໂນ້ຍ

09:35 | 29/01/2022

ຍສໝ - ບຸນເຕັດ​ໃກ້​ຈະ​ມາຮອດ, ລຽບຕາມຖະໜົນ​ຫົນທາງ​ຫຼາຍ​ແຫ່ງ​ຢູ່​ຮ່າ​ໂນ້ຍ ​ເຕັມ​ໄປ​ດ້ວຍ​ກະຖາງໝາກແປ້ນປະດັບ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ປະຊາຊົນ, ກະຖາງໝາກແປ້ນ bonsai (ດັດ)... ມີຮູບຮ່າງທີ່ແປກປະຫຼາດ ແລະ ໃຫມ່ ໄດ້ ວາງຂາຍ ດ້ວຍຫຼາຍລາຄາທີ່ແຕກຕ່າງກັນ.

ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ການຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດທະເລ, ໝູ່ເກາະທາງທິດຕາເວັນຕົກພາກໃຕ້ໄດ້ສ້າງຄວາມປະທັບໃຈອັນດີງາມ ການຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດທະເລ, ໝູ່ເກາະທາງທິດຕາເວັນຕົກພາກໃຕ້ໄດ້ສ້າງຄວາມປະທັບໃຈອັນດີງາມ
ຫວຽດນາມ: ຍອດມູນຄ່າສິນຄ້າສົ່ງອອກ-ນໍາເຂົ້າຂອງທົ່ວປະເທດບັນລຸ 1,67 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 53% ເມື່ອທຽບໃສ່ໄລຍະບຸນເຕັດປີຊວດ 2020 ຫວຽດນາມ: ຍອດມູນຄ່າສິນຄ້າສົ່ງອອກ-ນໍາເຂົ້າຂອງທົ່ວປະເທດບັນລຸ 1,67 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 53% ເມື່ອທຽບໃສ່ໄລຍະບຸນເຕັດປີຊວດ 2020
ໝາກແປ້ນ bonsai ທີ່ແປກປະຫຼາດ ໄດ້ຂາຍຢູ່ຖະໜົນຫົນທາງຂອງຮ່າໂນ້ຍ
ລາຄາຕົ້ນໝາກແປ້ນປະດັບເພີ່ມຂຶ້ນເມື່ອທຽບໃສ່ປີກາຍ ຍ້ອນໂລກລະບາດ ໂຄວິດ-19, ບັນຍາກາດຂອງຕະຫຼາດດອກໄມ້ຢູ່ຮ່າໂນ້ຍ ຄຶກຄຶ້ນໜາແໜ້ນ ດ້ວຍຜູ້ຊື້ ແລະ ຜູ້ຂາຍ. ພາບ: suckhoedoisong.vn
ໝາກແປ້ນ bonsai ທີ່ແປກປະຫຼາດ ໄດ້ຂາຍຢູ່ຖະໜົນຫົນທາງຂອງຮ່າໂນ້ຍ
ພໍ່​ຄ້າ​​ຄົນ​ໜຶ່ງ​ຢູ່​ຖະ​ໜົນ​ລາກ​ລອງ​ກວານ (ໄຕ​ໂຮ່, ຮ່າ​ໂນ້ຍ) ໃຫ້​ຮູ້​ວ່າ ປີ​ນີ້, ຕົ້ນ​ໝາກແປ້ນ bonsai ປູກໃນໄຫ ແລະ ກະຖາງ​ດິນ​ເຜົາບ໋າດຈ່າງ ໄດ້​ກວມເອົາ ຕະຫຼາດ​ຕົ້ນໝາກແປ້ນ​ປະດັບ. ພາບ: suckhoedoisong.vn
ໝາກແປ້ນ bonsai ທີ່ແປກປະຫຼາດ ໄດ້ຂາຍຢູ່ຖະໜົນຫົນທາງຂອງຮ່າໂນ້ຍ
ຫຼາຍກະຖາງ ຊາວສວນ ໄດ້ດັດເປັນຮູບຊົງຍອດຊີ້ຂຶ້ນສູງ, ມີຄວາມໝາຍຕ້ອນຮັບໂຊກລາບ. ພາບ: suckhoedoisong.vn
ໝາກແປ້ນ bonsai ທີ່ແປກປະຫຼາດ ໄດ້ຂາຍຢູ່ຖະໜົນຫົນທາງຂອງຮ່າໂນ້ຍ

ກະຖາງຕົ້ນໝາກແປ້ນ bonsai ຮາກບູຮານທີ່ຂາຍໃຫ້ຜູ້ບໍລິໂພກ ຕ້ອງການບົວລະບັດ, ສ້າງຮູບຮ່າງແຕ່ 2-3 ປີ. ພາບ: suckhoedoisong.vn

ໝາກແປ້ນ bonsai ທີ່ແປກປະຫຼາດ ໄດ້ຂາຍຢູ່ຖະໜົນຫົນທາງຂອງຮ່າໂນ້ຍ
ພໍ່​ຄ້າ​ໃຫ້ຮູ້​ວ່າ ຕົ້ນໝາກແປ້ນຮາກບູຮານ ​ມີ​ອາຍຸ​ປະ​ມານ 3 – 6 ປີ, ເໝາະ​ສົມ​ສຳ​ລັບ​ການຕັດຕໍ່, ດັດຮູບ​ຮ່າງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ແປກປະຫຼາດ ແລະ ໃໝ່. ພາບ: suckhoedoisong.vn
ໝາກແປ້ນ bonsai ທີ່ແປກປະຫຼາດ ໄດ້ຂາຍຢູ່ຖະໜົນຫົນທາງຂອງຮ່າໂນ້ຍ
​ລາຄາ​ກະ​ຖາງ​ຕົ້ນໝາກແປ້ນ​ແມ່ນ​ມີລາຄາແຕ່ 400.000 – 900.000 ດົ່ງ​ຕໍ່ກະຖາງ​ຕາມ​ຮູບ​ຮ່າງ​ຂອງ​ຕົ້ນ. ພາບ: suckhoedoisong.vn
ໝາກແປ້ນ bonsai ທີ່ແປກປະຫຼາດ ໄດ້ຂາຍຢູ່ຖະໜົນຫົນທາງຂອງຮ່າໂນ້ຍ
ກະ​ຖາງ​ຕົ້ນໝາກແປ້ນ bonsai ທີ່ແປກເປັນເອກະລັກໂດດເດັ່ນ ມີລາຄາແຕ່ 150 – 300.000 ດົ່ງ ແມ່ນຜູ້ຊື້ນິຍົມທີ່ສຸດ. ພາບ: suckhoedoisong.vn
ໝາກແປ້ນ bonsai ທີ່ແປກປະຫຼາດ ໄດ້ຂາຍຢູ່ຖະໜົນຫົນທາງຂອງຮ່າໂນ້ຍ
ຕົ້ນໝາກແປ້ນປະດັບ ປູກໃນກະຖາງດິນເຜົາບ໋າດຈ່າງ. ພາບ: suckhoedoisong.vn
ໝາກແປ້ນ bonsai ທີ່ແປກປະຫຼາດ ໄດ້ຂາຍຢູ່ຖະໜົນຫົນທາງຂອງຮ່າໂນ້ຍ
ຊາວ​ຮ່າ​ໂນ້ຍ ​ເລືອກ​ເຟັ້ນ​ຊື້​ຕົ້ນໝາກແປ້ນປະດັບ ​ເພື່ອ​ຕົບ​ແຕ່ງ​ເຮືອນ​ໃນ​ວັນ​ບຸນ​ເຕັດ. ພາບ: suckhoedoisong.vn
ໝາກແປ້ນ bonsai ທີ່ແປກປະຫຼາດ ໄດ້ຂາຍຢູ່ຖະໜົນຫົນທາງຂອງຮ່າໂນ້ຍ
ຊາວ​ຫວຽດ​ນາມ ​ຖື​ວ່າ: ຕົ້ນໝາກແປ້ນ ​ເປັນ​ສັນ​ຍາ​ລັກ​ໃຫ້​ແກ່ລະດູ​ເກັບ​ກ່ຽວ ທີ່ດີ ແລະ ການ​ເລີ່ມ​ຕົ້ນ​ໃໝ່ສິ່ງ​ທີ່​ດີງາມ. ພາບ: suckhoedoisong.vn

ບູນມີ

ເຫດການ
302 Found

Found

The document has moved here.