ກວາງບິ່ງ ຫຼຸດລາຄາໄປທັດສະນະທ່ອງທ່ຽວ 50% ໃນປີ 2022

16:53 | 02/09/2021

ຍສໝ - ແຂວງກວາງບິ່ງ ໄດ້ຫຼຸດລາຄາໄປທັດສະນະທ່ອງທ່ຽວ 50% ໃນຫຼາຍເສັ້ນທາງທ່ອງທ່ຽວ ແລະ ຖ້ຳຫີນທີ່ມີຊື່ສຽງເພື່ອກະຕຸກຊຸກຍູ້ຄວາມຕ້ອງການ.

ກອງບັນຊາການຕຳຫຼວດແຂວງກວາງບິ່ງ ມອບອຸປະກອນການແພດໃຫ້ ປກສ ແຂວງຄຳມ່ວນ ກອງບັນຊາການຕຳຫຼວດແຂວງກວາງບິ່ງ ມອບອຸປະກອນການແພດໃຫ້ ປກສ ແຂວງຄຳມ່ວນ
ກວາງບິ່ງ ເພີ່ມທະວີການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນຫວຽດນາມ-ລາວ ກວາງບິ່ງ ເພີ່ມທະວີການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນຫວຽດນາມ-ລາວ

ສະພາປະຊາຊົນແຂວງກວາງບິ່ງ ຫາກໍ່ອອກມະຕິເລກທີ 4 ກ່ຽວກັບການຫຼຸດລາຄາໄປທັດສະນະທ່ອງທ່ຽວ ເຂົ້າຊົມສະຖານທີ່ທ່ອງທ່ຽວ ດ້ວຍບັນດາຜະລິດຕະພັນທ່ອງທ່ຽວໃນປີ 2022.

ລະອຽດແມ່ນ ຫຼຸດຄ່າທຳນຽມ 50% ສຳລັບຜະລິດຕະພັນການທ່ອງທ່ຽວ: ເສັ້ນທາງ "ຖ້ຳຟອງຍາ - ຄົ້ນຫາຄວາມເລິກທີ່ລຶກລັບ", ເສັ້ນທາງ "ຣ່າວເທຶອງ - ຖ້ຳແອນ - ຖ້ຳນ້ຳເຢັນ", ເສັ້ນຮ່ອມພູ Sinh Ton - ຖ້ຳ Thuy Cung, ເສັ້ນທາງ "Hang Va, Nuoc Nut” - ບັນດາປະສົບການທີ່ແຕກຕ່າງ", ເສັ້ນທາງທ່ອງທ່ຽວພະຈົນໄພລະບົບຖ້ຳ Tu Lan.

ກວາງບິ່ງ ຫຼຸດລາຄາໄປທັດສະນະທ່ອງທ່ຽວ 50% ໃນປີ 2022
ກວາງບິ່ງ ຫຼຸດລາຄາໄປທັດສະນະທ່ອງທ່ຽວ 50% ໃນປີ 2022.

ຫຼຸດ 20% ສຳລັບຜະລິດຕະພັນການທ່ອງທ່ຽວ ຖ້ຳຟອງຍາ - ຕຽນເຊິນ, ສະຖານທີ່ທ່ອງທ່ຽວທໍາມະຊາດ Nuoc Mooc, ຖ້ຳ Thien Duong ແລະ ຖ້ຳແມ່ອຸ້ມລູກ, ເສັ້ນທາງທ່ອງທ່ຽວ Song Chay - ຖ້ຳມືດ, ຈຸດທ່ອງທ່ຽວລະບົບນິເວດ ແລະ ການອະທິບາຍສິ່ງແວດລ້ອມຂອງສວນພຶກສາສາດ.

ການຫຼຸດລາຄາໄປທັດສະນະທ່ອງທ່ຽວ ແມ່ນແນໃສ່ກະຕຸ້ນຄວາມຕ້ອງການດ້ານການທ່ອງທ່ຽວ, ດຶງດູດນັກທ່ອງທ່ຽວເຂົ້າມາແຂວງກວາງບິ່ງ, ແກ້ໄຂຄວາມຫຍຸ້ງຍາກໃຫ້ກັບວິສາຫະກິດ ແລະ ຟື້ນຟູຂະແໜງການການທ່ອງທ່ຽວ ຍ້ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19.

ໃນ 6 ເດືອນທໍາອິດຂອງປີ 2021, ກວາງບິ່ງ ໄດ້ຕ້ອນຮັບນັກທ່ອງທ່ຽວເກືອບ 540.000 ເທື່ອຄົນ, ຫຼຸດລົງ 41% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ແລະ ຫຼຸດລົງ 78% ເມື່ອທຽບກັບແຜນການ. ໃນນັ້ນ, ມີນັກທ່ອງທ່ຽວສາກົນພຽງແຕ່ 2.300 ກວ່າເທື່ອຄົນ, ຫຼຸດລົງ 95% ທຽບໃສ່ໄລຍະດຽວກັນ. ວິສາຫະກິດການທ່ອງທ່ຽວຫຼາຍແຫ່ງ ຢູ່ໃນແຂວງນີ້ ໄດ້ຫັນໄປຫາກຸ່ມເປົ້າໝາຍນັກທ່ອງທ່ຽວພາຍໃນແຂວງ ແລະ ພາຍໃນປະເທດ ເພື່ອຮັກສາການເຄື່ອນໄຫວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.