ອວຍພອນປີໃໝ່ພະນັກງານ-ນັກຮົບທີ່ປະຕິບັດໜ້າທີ່ຢູ່ຮ້ານເວນຍານ DK1

07:30 | 23/01/2022

ຍສໝ - ຄະນະ​ປະຕິບັດເລກ 2 ​ໄດ້​ໄປ​ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ ​ແລະ ອວຍພອນ, ມອບ​ຂອງຂວັນ​ໃຫ້​ພະນັກງານ, ນັກຮົບຮ້ານເວນຍານ DK1/10 ທີ່​ພວມປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຢູ່​ເກາະ ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດປີຂານ 2022.

ຂອງຂວັນບຸນເຕັດນັບພັນໂຕນ “ຜ່ານຄື້ນທະເລ”  ໄປຍັງເຮືອນຮ້ານ DK1 ຂອງຂວັນບຸນເຕັດນັບພັນໂຕນ “ຜ່ານຄື້ນທະເລ” ໄປຍັງເຮືອນຮ້ານ DK1
ອາລົມຈິດຄວາມຮັກແພງທີ່ສົ່ງເຖິງເຈື່ອງຊາ ແລະຮ້ານເວນຍາມ DK1 ອາລົມຈິດຄວາມຮັກແພງທີ່ສົ່ງເຖິງເຈື່ອງຊາ ແລະຮ້ານເວນຍາມ DK1

ຫວ່າງແລ້ວນີ້, ຄະນະປະຕິບັດງານກອງບັນຊາການ ທະຫານເຮືອເຂດ 2 ໄດ້ໄປຢ້ຽມຢາມ ແລະອວຍພອນປີໃໝ່ພະນັກງານ, ນັກຮົບທີ່ປະຕິບັດໜ້າທີ່ຢູ່ຮ້ານເວນຍານ DK1/10 (ຢູ່ຝັ່ງກ່າເມົາ) ເຂດທະເລພາກໃຕ້.

ຮ້ານເວນຍານ DK1/10 ​ແມ່ນ​ຮ້ານເວນຍາມ​ສຸດ​ທ້າຍ​ທີ່​ຄະນະ​ປະຕິບັດງານ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນບຸນເຕັດໃນ​ການ​ເດີນທາງຄັ້ງນີ້.

ບັນດາຮ້ານເວນຍານ DK1 ໄດ້ລາຍ​ງານ​ວຽກງານປະຈໍາການກຽມພ້ອມສູ້ຮົບໃນ ໂອກາດບຸນປີໃໝ່ປະຈໍາຊາດ; ວຽກງານຈັດ​ຕັ້ງການ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ທະຫານ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ.

ອວຍພອນປີໃໝ່ພະນັກງານ-ນັກຮົບທີ່ປະຕິບັດໜ້າທີ່ຢູ່ຮ້ານເວນຍານ DK1
ອວຍພອນປີໃໝ່ພະນັກງານ-ນັກຮົບທີ່ປະຕິບັດໜ້າທີ່ຢູ່ຮ້ານເວນຍານ DK1. ພາບ: TTXVN

ຕາງໜ້າໃຫ້ອົງຄະນະພັກກອງບັນຊາການທະຫານເຮືອເຂດ 2, ທ່ານພັນເອກ ດິງວັນແທັງ - ຮອງຜູ້ບັນຊາການທະຫານເຮືອເຂດ 2, ຫົວໜ້າຄະນະປະຕິບັດງານ ໄດ້ລົງຢ້ຽມຢາມ, ລະດົມກໍາລັງໃຈ, ອວຍພອນປີໃໝ່ ແລະມອບຂອງຂວັນໃຫ້ພະນັກງານ, ນັກຮົບບັນດາຮ້ານເວນຍານ DK1/10 ທີ່ ພວມປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ໝູ່​ເກາະ​ໃນ​ໂອກາດ​ບຸນ​ປີໃໝ່ປະຈໍາຊາດປີຂານ 2022.

ທ່ານພັນເອກ ດິງວັນແທັງ ສະເໜີບັນດາອົງຄະນະພັກ, ຜູ້ບັນຊາການ ບັນດາຮ້ານເວນຍານ DK1 ສຸມໃສ່ຊີ້ນຳ, ນຳພາກະກຽມທຸກດ້ານ, ຈັດຕັ້ງ ໃຫ້ພະນັກງານ, ນັກຮົບ ຕ້ອນຮັບບຸນປີໃໝ່ປະຈຳຊາດປີຂານ 2022 ຢ່າງ ເບີກບານມ່ວນຊື່ນ ແລະອົບອຸ່ນ, ຮັບປະກັນຄວາມປອດໄພ, ປະຕິບັດ​ວຽກ​ງານ​ກຽມພ້ອມ​ສູ້​ຮົບຢ່າງເຂັ້ມງວດ, ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຢ່າງ​ໝັ້ນຄົງ, ມ່ວນ​ຊື່ນລະດູບານໃໝ່​ແຕ່ບໍ່​ລືມ​ໜ້າທີ່; ພາຍຫຼັງ​ບຸນເຕັດ, ​ເຮັດ​ໃຫ້​ທຸກ​ດ້ານ​ເປັນປົກກະຕິ​ໂດຍ​ໄວ, ຜັນ​ຂະຫຍາຍ​ວຽກ​ງານ​ໃນ​ປີ 2022 ຕາມ​ແຜນການ.

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະປະຕິບັດງານ​ໄດ້​ມອບ​ຂອງຂວັນ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກອງ​ບັນຊາ​ການ​ທະຫານ​ເຮືອ 2, ທ້ອງ​ຖິ່ນ, ບັນດາກົມກອງ, ວິ​ສາ​ຫະກິດ ​ແລະ ບຸກຄົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ເບິ່ງ​ແຍງ​ດູ​ແລ​ເຕດ​ໃຫ້​ແກ່​ພະນັກງານ, ນັກຮົບ​ຮ້ານເວນຍານ DK1 ທີ່​ພວມ​ປະຕິບັດ​ໜ້າ​ທີ່ຢູ່ເຂດ​ໄຫຼ່​ທະວີບ​ພາກ​ໃຕ້​ໃນ​ຊ່ວງບຸນປີໃໝ່ປະຈໍາຊາດ.

ບູນມີ

ເຫດການ
302 Found

Found

The document has moved here.