ນະຄອນ ດ່າລາດ ຕ້ອນຮັບນັກທ່ອງທ່ຽວ ປະມານ 60.000 ເທື່ອຄົນໃນໂອກາດບຸນປີໃໝ່ສາກົນ 2022

07:07 | 05/01/2022

ຍສໝ - ຫວ່າງແລ້ວນີ້, ທ່ານ ​ເລ​ແອງ​ກຽດ, ຫົວໜ້າ​ພະ​ແນ​ກວັດທະນະທຳ ​ແລະ ຖະ​ແຫຼ​ງຂ່າວ ນະຄອນ ດ່າ​ລາດ (​ເລິມ​ດົງ) ​ໃຫ້​ຮູ້​ວ່າ: ​ໃນ​ໂອກາດ​ບຸນປີ​ໃໝ່ສາກົນ 2022, ນະຄອນ ດ່າ​ລາດ ຄາດ​ວ່າ​ຈະ​ໄດ້ຕ້ອນຮັບນັກ​ທ່ອງ​ທ່ຽວ​ປະມານ 60.000 ເທື່ອຄົນ​ມາ​ຢ້ຽມຢາມ ​ແລະ ພັກຜ່ອນບຳລຸງສຸຂະພາບ. ຈຳນວນນັກທ່ອງທ່ຽວ ເພີ່ມຂຶ້ນສູງໃນວັນທີ 31 ທັນວາ 2021 ແລະ ວັນທີ 1 – 2 ມັງກອນ 2022.

ນະ​ຄອນ​ໂຮ່​ຈີ​ມິນ ຜັນ​ຂະ​ຫຍາຍ​ການ​ທ່ອງ​ທ່ຽວ​ແບບ​ອັດ​ສະ​ລິ​ຍະ ນະ​ຄອນ​ໂຮ່​ຈີ​ມິນ ຜັນ​ຂະ​ຫຍາຍ​ການ​ທ່ອງ​ທ່ຽວ​ແບບ​ອັດ​ສະ​ລິ​ຍະ
ນະຄອນ ດ່າໜັງ ຕ້ອນຮັບນັກທ່ອງທ່ຽວ MICE 500 ຄົນທຳອິດ ນະຄອນ ດ່າໜັງ ຕ້ອນຮັບນັກທ່ອງທ່ຽວ MICE 500 ຄົນທຳອິດ
ນະຄອນ ດ່າລາດ ຕ້ອນຮັບນັກທ່ອງທ່ຽວ ປະມານ 60.000 ເທື່ອຄົນໃນໂອກາດບຸນປີໃໝ່ສາກົນ 2022
ນະຄອນ ດ່າລາດ ຕ້ອນຮັບນັກທ່ອງທ່ຽວ ປະມານ 60.000 ເທື່ອຄົນໃນໂອກາດບຸນປີໃໝ່ສາກົນ 2022. (ພາບ: thuonghieuvaphapluat)

ກ່ອນ​ໜ້າ​ນັ້ນ, ພຽງແຕ່ 2 ວັນ​ ໃນ​ວັນ​ບຸນ​ຄຼິດ​ສະ​ມາດ 2021, ນະ​ຄອນ ດ່າ​ລາດ ໄດ້​ຕ້ອນ​ຮັບນັກທ່ອງທ່ຽວ ​ມາ​ຢ້ຽມ​ຢາມ​ປະ​ມານ 30.000 ເທື່ອຄົນ. ນີ້​ເປັນ​ຕົວ​ເລກ​ທີ່​ສູງ​ທີ່ສຸດເປັນ​ປະຫວັດ​ການ ​ນັບ​ແຕ່​ເວລາ​ທ່ອງ​ທ່ຽວ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ພາຍຫຼັງ​ວັນ​ພັກ​ສຸດ​ທ້າຍ​ຂອງ​ວັນ​ທີ 30 ​ເມສາ ຫາ 1 ພຶດສະພາ ທີ່ຜ່ານມາ. ຕາມ​ຕົວ​ເລກ​ສະຖິຕິ​ໃນ​ປີ 2021, ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຢ້ຽມຢາມ​ນະຄອນ ດ່າ​ລາດ ແມ່ນປະມານ 1.970.000 ເທື່ອຄົນ, ຫຼຸດ​ລົງ 45,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020; ໃນນັ້ນ, ນັກທ່ອງທ່ຽວສາກົນບັນລຸ 17.000 ເທື່ອຄົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.