ຜົ​ນ​ງານ​ດີ​ເດັ່ນ​ຂອງ ນັກ​ຮຽນ​ຫວຽດ​ນາມ​ຢູ່​ການ​ເສັງ​ສາ​ກົນ ປີ 2021

07:42 | 21/12/2021

ຍ​ສ​ໝ - ປິ 2021, ບັນ​ດາ​ຄະ​ນະ​ນັກ​ຮຽນ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ເສັງ Olympic ສາ​ກົນ, ການ​ເສັງ​ວິ​ທະ​ຍາ​ສາດ​ເຕັກ​ນິກ ສາ​ກົນ ບັນ​ລຸ​ໄດ້​ຜົນ​ງານ​ພິ​ເສດ​ດີ​ເດັ່ນ, ນຳ​ມາ​ເຊິ່ງ​ຄວາມ​ເປັນ​ກຽດ​ມາ​ໃຫ້​ປະ​ເທດ​ຊາດ.

ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ຫວຽດ​ນາມ ແມ່​ນ​ສະ​ຖານ​ທີ່​ລ່ອງ​ເຮ​ືອ​ສຳ​ລານ​ດີ​ທີ່​ສຸດ​ຢູ່​ອາ​ຊີ ຫວຽດ​ນາມ ແມ່​ນ​ສະ​ຖານ​ທີ່​ລ່ອງ​ເຮ​ືອ​ສຳ​ລານ​ດີ​ທີ່​ສຸດ​ຢູ່​ອາ​ຊີ
ຜົ​ນ​ງານ​ດີ​ເດັ່ນ​ຂອງ ນັກ​ຮຽນ​ຫວຽດ​ນາມ​ຢູ່​ການ​ເສັງ​ສາ​ກົນ ປີ 2021
ທິມ​ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ເສັງ Olympic ຄະ​ນິດ​ສາດ (ພາບ: kinhtedothi.vn)

ປີ 2021, ກະ​ຊວງ​ສຶກ​ສາ​ທິ​ການ ແລະ ບຳ​ລຸງ​ສ້າງ ໄດ້​ຈັດ​ສົ່ງ​ຄະ​ນະ​ນັກ​ຮຽນ​ເກັ່ງ ຫວຽດ​ນາມ 7 ຄົນ ແລະ ນັກ​ຮຽນ 37 ທື່ອຄົນໄປ​ເຂົ້າ​ຮ່ວມ Olympic ລວມ​ມີ 1 ຄະ​ນະ​ເຂົ້າ​ຮ່ວມ Olympic ຄອມ​ພິວ​ເຕີ​ສາດ​ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ, 1 ຄະ​ນະ​ເຂົ້າ​ຮ່ວມ Olympic ຟີ​ຊິກ​ສາດ ຢູ່​ອາ​ຊີ - ປາ​ຊີ​ຟິກ ແລະ 5 ຄະ​ນະ​ເຂົ້າ​ຮ່ວມ​ການ Olympic ສາ​ກົນ ລວ​ມ​ມີ​ວິ​ຊາ ຄະ​ນິດ​ສາດ, ເຄ​ມີ​ສາດ, ຊີ​ວະ​ສາດ, ຟີ​ຊິກ​ສາດ ແລະ ຄອບ​ພິວ​ເຕີ​ສາດ.

ໝາກ​ຜົນ​ທີ່ບັນ​ລຸ​ໄດ້, ຜູ້ເຂົ້າ​ຮ່ວມ​ການ​ເສັງ​ທຸກ​ຄົນ​ລ້ວນ​ແຕ່​ບັນ​ລຸ​ໄດ້​ລາງວັນ, ລວມ​ມີ ຫຼຽນ​ຄຳ 12 ຫຼຽນ, ຫຼຽນ​ເງິນ 13 ຫຼຽນ, ຫຼຽນ​ທອງ10 ຫຼຽນ ແລະ ລາງວັນ​ຊົມ​ເຊີຍ 2 ລາງວັນ, ບັນ​ດາ​ຄະ​ນະ​ນັກ​ຮຽນ ຫວຽດ​ນາມ ສືບ​ຕໍ່​ນອນ​ໃນ​ກຸ່ມ 10 ປະ​ເທດ​ມີ​ຜົນ​ງານ​ສູງ​ທີ່​ສຸດ​ຢູ່ Olympic ສາ​ກົນ ໂດຍ​ມີ​ນັກ​ຮຽນ​ບັນ​ລຸ​ຄະ​ແນນ​ສູງ​ທີ່​ສຸດ.

ລະ​ອຽດ​ແມ່​ນ, ຢູ່​ Olympic ຄອມ​ພິວ​ເຕີ ອາ​ຊີ - ປາ​ຊີ​ຟິກ ທິມ​ຊາດ ຫວຽດ​ນາມ ບັນ​ລຸ​ໄດ້ ຫຼຽ​ນ​ຄຳ 2 ຫຼຽນ​, ຫຼຽນ​ເງິນ 1 ຫຼຽນ ແລະ ຫຼຽ​ນທອງ 1 ຫຼຽນ. ເຂົ້າ​ຮ່ວມ Olympic ຟີ​ຊິກ​ສາດ ​ອາ​ຊີ - ປາ​ຊີ​ຟິກ ມີນັກ​ຮຽນ 8 ຄົນ​ຂອງ​ຫວຽດ​ນາມ ບັນ​ລຸ​ໄດ້​ລາງວັນ​ລວມ​ມີ ຫຼຽນ​ຄຳ 2 ຫຼຽນ, ຫຼຽນ​ເງິນ 1 ຫຼຽນ, ຫຼຽນ​ທອງ 3 ຫຼຽນ ແລະ ໃບ​ຍ້ອງ​ຍໍ.

ຢູ່​ການ​ເສັງ ສະ​ມາ​ຄົມ​ການ​ເສັງ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສາ​ກົນ ປີ 2021, ຫວຽດ​ນາມ ມີ 7 ໂຄງ​ການ​ເຂົ້າ​ຮ່ວມ ແລະ ມີ 1 ໂຄງ​ການ​ບັນ​ລຸ​ໄດ້​ລາງວັນ​ທາງ​ການ​ຂອງ ການ​ເສັງ ແລະ 2 ໂຄງ​ການ​ບັນ​ລຸ​ໄດ້​ລາງວັນ​ພິ​ເສດ​ ໂດຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ວິ​ທະ​ຍ​າ​ສາດ - ເຕັກ​ໂນ​ໂລ​ຢີ ແລະ ວິ​ສາ​ຫະ​ກິດມອບ​ໃຫ້.

ນັກ​ຮຽນ 31 ຄົນທີ່ຄວ້າ​​ໄດ້​ລາງວັນ​ຢູ່​ການ​ເສັງ Olympic ແລະ ວິ​ທະ​ຍາ​ສາດ​ເຕັກ​ນິກ ສາ​ກົນ ປີ 2021 ຈະໄດ້​ຮັບຫຼຽນ​ໄຊ​ແຮງ​ງານ ຫຼື ໃບ​ຍ້ອງ​ຍໍ​. ລະ​ອຽດ​ແມ່ນ ນັກ​ຮຽນ​ຄ້​ວາໄດ້ຫຼຽນ​ຄຳ 8 ຄົນ ຢູ່​ການ​ເສັງ Olympic ສາ​ກົນ ແລະ ໃນ​ພາກ​ພື້ນ ຈະ​ໄດ້​ຮັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2. ນັກ​ຮຽນທີ່​ຄ້​ວາ​ໄດ້​ຫຼຽນ​ເງິນ 11 ຄົນຈະ​ໄດ້​ຮັບຫຼຽ​ນ​ໄຊ​ແຮງ​ງານ​ຊັ້ນ 3. ນັກຮຽນອີກ 12 ຄົນ​ ຈະ​ໄດ້​ຮັບ​ໃບ​ຍ້ອງ​ຍໍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.