ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະອິດທິພົນຊື່ສຽງຕໍ່​ໂລກ

06:30 | 20/12/2021

ຍສໝ - ນັກຂ່າວ Gaston Fiorda ຢັ້ງຢືນວ່າ: ຜົນສຳເລັດຂອງຫວຽດນາມ ໃນຂົງເຂດ ພົວພັນຕ່າງປະເທດ ໄດ້ສະແດງໃຫ້ເຫັນຜ່ານການພົວພັນທາງການທູດກັບ 196 ປະເທດ ແລະເຂດແຄ້ວນໃນທົ່ວໂລກ.

ສ້າງ​ນະ​ໂຍ​ບາຍ​ການ​ເຈ​ລະ​ຈາ, ການ​ລົງ​ນາມສັນ​ຍາວ່າ​ດ້ວຍການຫຼີກ​ລ້ຽງ​ການ​ເກັບ​ພາ​ສີຊ້ອນ​ໃຫ້​ສົມ​ບູນ​ແບບ ສ້າງ​ນະ​ໂຍ​ບາຍ​ການ​ເຈ​ລະ​ຈາ, ການ​ລົງ​ນາມສັນ​ຍາວ່າ​ດ້ວຍການຫຼີກ​ລ້ຽງ​ການ​ເກັບ​ພາ​ສີຊ້ອນ​ໃຫ້​ສົມ​ບູນ​ແບບ
ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ບັນດາ​ບາດກ້າວ​ບຸກທະລຸ​ໃນ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ຂອງ​ຫວຽດນາມ ບົນ​ພື້ນຖານ​ການ​ເປັນ​ເຈົ້າ​ຕົນ​ເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ເປັນເຈົ້າການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຢ່າງ​ຮອບດ້ານ ​ແລະ ເລິກ​ເຊິ່ງ ກວ້າງຂວາງ; ຍາມໃດກໍ່ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມສາກົນ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ອິດທິພົນຊື່ສຽງ​ຂອງຫວຽດນາມ ຕໍ່​ເພື່ອນ​ມິດ ​ແລະຄູ່​ຮ່ວມ​ມື​ໃນ​ໂລກ.

ນັ້ນ​ແມ່ນ​ການ​ຕີ​ລາຄາ​ຂອງ​ນັກ​ຂ່າວ Gaston Fiorda, ນັກ​ຊ່ຽວຊານ​ຄົ້ນຄວ້າກ່ຽວກັບບັນດາບັນຫາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ອາກ​ຊັງ​ຕິນ ໃນການໃຫ້​ສຳພາດ​ຕໍ່​ນັກ​ຂ່າວຂອງສໍານັກຂ່າວສານ​ຫວຽດນາມ ປະຈຳ Buenos Aires.

ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະອິດທິພົນຊື່ສຽງຕໍ່​ໂລກ
ນັກຂ່າວ Gaston Fiorda ຕອບສໍາພາດຕໍ່​ນັກ​ຂ່າວຂອງສໍານັກຂ່າວສານ​ຫວຽດນາມ. ພາບ: TTXVN

ຕາມ​ທ່ານ Fiorda ​ແລ້ວ, ຫ່າງຈາກນີ້ 35 ປີ​, ໂດຍປະຕິບັດ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ, ຫວຽດນາມ ​ໄດ້​ເລີ່​ມຕົ້ນ​ໄລຍະ​ການ​ຫັນປ່ຽນ​ທີ່​ໜ້າ​ອັດສະຈັນ​ໃຈ ດ້ວຍ​ບັນດາ​ນະ​ໂຍບາຍ​ປ່ຽນ​ໃໝ່​ເສດຖະກິດ - ສັງຄົມ​ຢ່າງ​ຈະ​ແຈ້ງ ​ແລະ​ເປີດ​ກ້ວາງ​ອອກສູ່ໂລກເປັນເທື່ອລະກ້າວ, ກໍ່ສ້າງເສດຖະກິດຕະຫຼາດຕາມ​ທິດ​ສັງຄົມ​ນິຍົມ.

ຫວຽດນາມ ​ໄດ້​ກ້າວ​ເຂົ້າ​ສູ່​ໂລກ​ຫຼາຍ​ຝ່າຍ ​ແລະຫຼາຍຮູບຫຼາຍແບບນັ້ນ ​ແຕ່​ບໍ່​ຍອມປະ​ບັນດາ​ຫຼັກການ, ອຸດົມ​ການ ​ກໍ່ຄື​ເອກະລາດ​ທີ່​ປະຊາຊົນ​ນັບ​ລ້ານ​ຄົນ​ຕ້ອງ​ເສຍສະຫຼະເຫື່ອ​ແຮງ ​ແລະ ເລືອດ​ເນື້ອ​ເພື່ອຍາດມາ​ໄດ້.

ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ຫວຽດນາມ ບັນລຸໄດ້ ບັນດາຜົນງານດ້ານເສດຖະກິດ-ສັງຄົມທີ່ໜ້າຊົມເຊີຍເປັນເທື່ອລະກ້າວ, ລະດັບ ການເຕີບໂຕເສດຖະກິດຍາມໃດກໍ່ຢູ່ແຖວໜ້າຂອງພາກພື້ນ, ພິເສດແມ່ນໃນ 15 ປີຜ່ານມາດ້ວຍລະດັັບເຕີບໂຕລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນສະເລ່ຍ 6 – 7%.

​ຊ້ຳບໍ່ໜໍາ ​ປີ 2020, ​ເມື່ອ​ເສດຖະກິດ​ໂລກ​ຕົກ​ຢູ່​ໃນ​ວິ​ກິດ​ການ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ຜົນ​ກະທົບ​ຈາກ​ໂລກ​ລະບາດ​ໂຄ​ວິດ-19, ຫວຽດນາມ ຍັງ​ຄົງ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ໜ້ອຍ​ປະ​ເທດ​ທີ່​ມີ​ການ​ເຕີບ​ໂຕ​​ທາງ​ບວກ. ອັດຕາ​ຄວາມທຸກ​ຍາກ, ການ​ຫວ່າງ​ງານ, ​ແລະອາດຊະຍາ​ກຳ​ໄດ້​ຫຼຸດ​ລົງ​ຢ່າງ​ແຮງ, ​ໃນ​ຂະນະ​ທີ່​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ສືບ​ຕໍ່​ຫຼັ່ງ​ໄຫຼ​ເຂົ້າ​ຫວຽດນາມ.

ບັນດາ​ຜົນງານ​ທີ່​ບັນລຸ​ໄດ້ ​ແມ່ນຄວາມສະຫຼາດສ່ອງໄສ​ໃນ​ຍຸດ​ທະ​ສາດ​ທີ່​ພັກ​ກອມ​ມູນິດ​ຫວຽດນາມ​ ວາງອອກ, ການຂະຫຍັນຂັນເຄື່ອນ ​ແລະ​ປະດິດ​ສ້າງ​ຂອງ​ລັດຖະບານ​ໃນ​ການ​ປະຕິບັດ ​ແລະຜັນຂະຫຍາຍ​ບັນດາ​ນະ​ໂຍບາຍ​ທີ່​ໄດ້​ຮັບຮອງເອົາ, ຄວາມ​ຢຶດໝັ້ນຕໍ່ເສັ້ນທາງເປີດປະຕູກັບ​ໂລກ​.

Fiorda ​ເນັ້ນ​ໜັກ​ວ່າ ຢູ່​ທຸກ​ແຫ່ງ​ໃນ​ໂລກ ຫວຽດນາມ ຍາມ​ໃດ​ກໍ່​ສ້າງ​ການ​ພົວພັນ​ທີ່ເຂັ້ມງວດ, ຈະ​ແຈ້ງ, ກົງ​ໄປ​ກົງ​ມາ, ຈິງ​ໃຈ, ​ເປີດອົກເປີດໃຈ ​ແລະສະໜິດສະໜົມ. ໂດຍເລີ່ມຈາກ​ຫຼັກ​ໝັ້ນ ​ແລະນະ​ໂຍບາຍ​ທີ່​ສະເໝີຕົ້ນສະເໝີປາຍຂອງ​ຫວຽດນາມນັ້ນ ກໍ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ເຄົາລົບ​ເຊິ່ງກັນ ​ແລະກັນ ​ເພື່ອ​ຜົນ​ປະ​ໂຫຍ​ດສອງ​ຝ່າຍກັບປະເທດ​ມະຫາ​ອຳນາດ​ໃນ​ໂລກ, ​ໃນ​ນັ້ນ​ມີ ອາ​ເມ​ລິ​ກາ.

ບົດບາດ ແລະຖານະທີ່ຕັ້ງຂອງ ຫວຽດນາມ ໃນອົງການຈັດຕັ້ງສາກົນນັບມື້ ນັບໄດ້ຮັບການຍົກສູງ, ຫຼັກຖານໃຫຍ່ທີ່ສຸດແມ່ນອາຍຸການເປັນສະມາຊິກບໍ່ຖາ ວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ 2020 – 2021 ແລະ ນີ້ແມ່ນຄັ້ງທີ 2 ທີ່ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າອົງການນີ້.

ຕາມ​ທ່ານ Fiorda ແລ້ວ, ​ບໍ່ອາດ​ບໍ່​ເວົ້າ​ເຖິງ​ບົດບາດ​ຂອງ ຫວຽດນາມ ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ເຖິງ​ວ່າ​ບໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ກໍ່​ຕັ້ງ​ ອາ​ຊຽນ ກໍ່ຕາມ, ​ແຕ່​ນັບແຕ່ເມື່ອ​ເຂົ້າ​ຮ່ວມ​ອົງການ​ນີ້​ໃນ​ປີ 1995, ຫວຽດນາມ ​​ສ້າງໄດ້​ທີ່​ຕັ້ງ ​ແລະ ອິດທິພົນຊື່​ສຽງ​ດ້ວຍ​ນະ​ໂຍບາຍພົວພັນຕ່າງປະເທດ​ທີ່​ຖືກຕ້ອງ ​ແລະ ມີ​ຄວາມ​ຮັບຜິດຊອບ.

​ໃນ​ໄລຍະຜັນຂະຫຍາຍ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ເປີດ​ກວ້າງ ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ, ຫວຽດນາມ ​ໄດ້ເປັນເຈົ້າການ​ເຈລະຈາ​ກັບ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ ​ແລະກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ປະເທດລົງນາມໃນສັນຍາ​ການ​ຄ້າ​ເສລີ​ຫຼາຍ​ສະບັບ​ໃນ​ໂລກ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

ພິ​ເສດ, ​ໃນ​ກາງ​ປີ 2019, ຫວຽດນາມ ​ໄດ້​ສຳ​ເລັດ​ການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ກັບ​ສະຫະພາບ​ເອີ​ລົບ (EVFTA) ​ແລະທ້າຍ​ປີ 2020 ກັບ ອັງກິດ (UKVFTA), ສອງ​ຄູ່​ຮ່ວມ​ມື​ທີ່​ໃຫຍ່ ​ແລະສຳຄັນແຖວໜ້າ​ສໍາລັບ​ບໍ່ວ່າປະ​ເທດ​ໃດ​ໜຶ່ງ.

ຢູ່​ອາ​ເມ​ລິ​ກາ​ລາ​ຕິນ, ຫວຽດນາມ ຍາມ​ໃດ​ກໍ່​ແມ່ນແບບຢ່າງ​ທີ່​ໃສແຈ້ງກ່ຽວກັບຈິດໃຈກຽມພ້ອມ, ເຈດຈໍານົງຕັດສິນໃຈ, ການຂະ​ຫຍັນຂັນເຄື່ອນ ​ແລະປະດິດຄິດ​ສ້າງ​ໃຫ້​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ​ເຖິງ​ວ່າ​ຢູ່​ຫ່າງ​ໄກ​ກັນ, ​ແຕ່ ຫວຽດນາມ ຍາມ​ໃດ​ກໍ່​ມີ​ການ​ພົວພັນ​ແບບ​ພິ​ເສດ​ກັບ​ປະຊາຊົນ​ອາ​ເມ​ລິ​ກາ​ລາ​ຕິນບັນດາເຜົ່າ ​ແລະ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ນີ້​ນັບ​ມື້​ນັບ​ໄດ້ຮັບການປັບປຸງ ​ແລະ​ເປີດ​ກວ້າງ​ໄປ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ...

ຜົນສຳເລັດໃນການເຄື່ອນໄຫວ​ດ້ານ​ພົວພັນ​ຕ່າງປະ​ເທດ​ຂອງ​ຫວຽດນາມ ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ໂດຍຜ່ານການ​ພົວພັນ​ທາງ​ການ​ທູດ​ກັບ 196 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ, ພັກ​ກອມ​ມູນິດ​ຫວຽດນາມ ມີ​ການ​ພົວພັນ​ກັບ 120 ພັກ​ການ​ເມືອງ​ໃນບັນດາ​ທະວີບ​.

ດ້ວຍ​ບັນດາ​ນະ​ໂຍບາຍ​ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ຫວຽດນາມ ຈະ​ສືບ​ຕໍ່​ຍາດ​ແຍ່ງ​ໄດ້​ຜົນສຳ​ເລັດຫຼາຍຢ່າງ​ຕື່ມ​ອີກ​ໃນ​ພາລະກິດ​ແຫ່ງການປ່ຽນແປງ​ໃໝ່, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ ​ແລະ ​ແນ່ນອນ​ວ່າ ​ໃນ​ນັ້ນ ນະ​ໂຍບາຍ​ພົວພັນຕ່າງປະ​ເທດ​ຍາມ​ໃດ​ກໍ່​ສວມບົດບາດສໍາຄັນແຖວໜ້າ.

ບູນມີ

ເຫດການ
302 Found

Found

The document has moved here.