ຫວຽດນາມ ​ເປັນ​ປະ​ເທດ​​ເຈົ້າພາບ​ຈັດ SEA Games 31 ​ໃນປີ 2021

09:30 | 12/12/2019

ຍສໝ - ໃນຕອນຄໍ່າວັນທີ 11 ທັນວາ 2019, ໄດ້ດໍາເນີນພິທີມອບ - ຮັບທຸງ ເປັນປະເທດເຈົ້າພາບຈັດຕັ້ງ SEA Games 31 ໃຫ້ແກ່ ຫວຽດນາມ, SEA Games 31 ຈະດໍາເນີນໃນທ້າຍປີ 2021.

ຫວຽດນາມ ​ເປັນ​ປະ​ເທດ​​ເຈົ້າພາບ​ຈັດ SEA Games 31 ​ໃນປີ 2021

ພາບປະກອບ

SEA Games 30 ໄດ້ອັດລົງຢ່າງຈົບງາມ, ເຊິ່ງຄະນະນັກກິລາຫວຽດນາມ ຢືນອັນດັບທີ 2 ໃນຕາຕະລາງຈັດອັນດັບ, ຄວ້າໄດ້ຫຼຽນຄໍາ 98 ຫຼຽນ, ລື່ນກາຍຫຼາຍ ເມື່ອທຽບໃສ່ຄາດໝາຍທີ່ໄດ້ວາງອອກໃນເບື້ອງຕົ້ນ. ໃນຕອນຄໍ່າວັນທີ 11 ທັນວາ, ຢູ່ພິທີປິດ ງານມະຫາກໍາກິລາ SEA Games 30, ໄດ້ດໍາເນີນພິທີມອບ - ຮັບທຸງ ເປັນປະເທດເຈົ້າພາບຈັດຕັ້ງ SEA Games 31 ໃຫ້ແກ່ ຫວຽດນາມ, ຕາມນັ້ນແລ້ວ, SEA Games 31 ຈະດໍາເນີນໃນທ້າຍປີ 2021. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສົ່ງຈົດໝາຍຊົມເຊີຍຜົນງານຕ່າງໆ ເຊິ່ງຄະນະນັກກິລາ ຫວຽດນາມ ບັນລຸໄດ້ໃນ SEA Games 30. ພ້ອມທັງຢັ້ງຢືນວ່າ SEA Games 30 ໄດ້ເປັນຂີດໝາຍສໍາຄັນສໍາລັບຄະນະນັກກິລາ ຫວຽດນາມ ໃນເວທີແຂ່ງຂັນກິລາລະດັບພາກພື້ນ.

(ໄຊພອນ)