SEA Games 31: ເພີ່ມທະວີຄວາມສາມັກຄີ ແລະ ມິດຕະພາບ ໂດຍຜ່ານກິລາ

11:03 | 14/05/2022

ຍ​ສ​ໝ - ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ​ກ່ຽວ​ກັບ​ການຍົກສູງ​ບົດບາດ​ຂອງ​ແມ່ຍິງ​ໃນ​ຂົງ​ເຂດ​ກິລາ; ພິຈາລະນາ​ກຳນົດ​ເວລາ​ກວດກາ​ສານ dopping… ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ SEA Games 32 ຢູ່​ກຳປູ​ເຈຍ ​ໄດ້​ລາຍ​ງານ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ການ​ກະກຽມ ​ແລະ ການຈັດ​ຕັ້ງ​ SEA Games 32.

ພິທີຊັກທຸງ SEA Games 31 ພິທີຊັກທຸງ SEA Games 31
ມີນັກຂ່າວສາກົນປະມານ 500 ຄົນມາ ຫວຽດນາມ ໃຫ້ຂ່າວກ່ຽວກັບ SEA Games 31 ມີນັກຂ່າວສາກົນປະມານ 500 ຄົນມາ ຫວຽດນາມ ໃຫ້ຂ່າວກ່ຽວກັບ SEA Games 31
SEA Games 31: ເພີ່ມທະວີຄວາມສາມັກຄີ ແລະ ມິດຕະພາບ ໂດຍຜ່ານກິລາ
ພາບ​ປະ​ກອບ: baotintuc.vn

ກອງ​ປະຊຸມໃຫຍ່​ສະຫະພັນ​ກິລາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SEAGF) ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 12 ພຶດສະພາ ຢູ່​ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫງວຽນ​ວັນ​ຮຸ່ງ, ປະທານ​ຄະນະ​ກຳມະການ​ໂອ​ແລມປິກ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້​ຄັ້ງ​ທີ 31 (SEA Games 31), ​ເນັ້ນ​ໜັກ​ວ່າ SEA Games ບໍ່​ພຽງ​ແຕ່​ແມ່ນ​ເຫດ​ການກິລາ​ເທົ່າ​ນັ້ນ, ​ແຕ່​ສຳຄັນ​ກວ່າ​ນັ້ນແມ່ນ ຜ່ານເຫດການ​ນັ້ນ, ພວກ​ເຮົາ​ໄດ້​ຮ່ຳຮຽນ​, ສະ​ສົມ​ປະ​ສົບ​ການ, ຝຶກ​ຝົນ​ຄວາມ​ສາມາດ ​ແລະ ຈິດ​ໃຈ​ການແຂ່ງຂັນ​ເພື່ອ​ຈາກ​ສະໜາມ​ກິລາ​ພາກ​ພື້ນ​ນີ້ ມຸ່ງ​ໄປເຖິງ​ງານມະ​ຫາ​ກຳ​ລິ​ກາ​ກິລາ ອາ​ຊີ ແລະ ​ໂອ​ແລມປິກ​​ສາກົນ. ຜ່ານ​ກິລາ, ບັນດາ​ປະ​ເທດໄດ້​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ຍາມ​ໃດ​ກໍ່​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ພັດທະນາ, ຈາກ​ກິລາ​ ກໍໄດ້ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ​ອັນ​ດີງາມ​ຂອງ​ປະຊາຊົນ​ບັນດາ​ປະເທດ.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ​ກ່ຽວ​ກັບ​ການຍົກສູງ​ບົດບາດ​ຂອງ​ແມ່ຍິງ​ໃນ​ຂົງ​ເຂດ​ກິລາ; ພິຈາລະນາ​ກຳນົດ​ເວລາ​ກວດກາ​ສານ dopping… ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ SEA Games 32 ຢູ່​ກຳປູ​ເຈຍ ​ໄດ້​ລາຍ​ງານ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ການ​ກະກຽມ ​ແລະ ການຈັດ​ຕັ້ງ​ SEA Games 32.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.