ຮັບ​ປະ​ກັນ​ການ​ຈັດ​ຕັ້ງ SEA Games 31 ໃຫ້​ສຳ​ເລັດ​ຜົນ

19:20 | 22/04/2022

ຍ​ສ​ໝ - ວັນ​ທີ 20 ເມ​ສາ, ທ່ານ​ພົນ​ໂທ ເລືອງ​ຕາມກວາງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຫົວ​ໜ້າ​ອະ​ນຸ​​ກຳ​ມະ​ການ​ປ້ອງ​ກັນ​ຄວາມສະຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ SEA Games 31 ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ອະ​ນຸ​ກຳມະການ​ເພື່ອ​ແນ​ສຳຫຼວດກວ​ດ​ກາ, ຕີ​ລາ​ຄາ​ຢ່າງ​ຮອບ​ດ້ານ​ທຸກວຽກ​ງານ​ທີ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ແລະ ກຳ​ນົດ​ໜ້າ​ທີ່​ຈຸດ​ສຸມ​ນັບ​ແຕ່​ປັດ​ຈຸ​ບັນ​ຈົນ​ຮອດ​ວັນ​ໄຂ​ກອງ​ງານມະຫະກຳກິລາດັ່ງກ່າວ.

ເປີດ​ຕົວ​ບົດ​ເພງ​ທາງ​ການ SEA Games 31 ເປີດ​ຕົວ​ບົດ​ເພງ​ທາງ​ການ SEA Games 31
ສະ​ມາ​ຄົມ​ປັນ​ຍາ​ຊົນ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ໃນ​ອາ​ຍຸ​ການ​ໃໝ່ ສະ​ມາ​ຄົມ​ປັນ​ຍາ​ຊົນ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ໃນ​ອາ​ຍຸ​ການ​ໃໝ່
ຮັບ​ປະ​ກັນ​ການ​ຈັດ​ຕັ້ງ SEA Games 31 ໃຫ້​ສຳ​ເລັດ​ຜົນ

ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ອະ​ນຸ​ກຳ​ມະ​ການ (ພາບ: baohoabinh.com.vn)

ລາຍ​ງານ​ທີ່​ວາ​ລະ​ປະ​ຊຸມ, ທ່ານ​ພົນ​ຕີ ໂຕ​ເອິນ​ໂຊ, ຫົວ​ໜ້າ​ຫ້ອງ​ການ​ກະ​ຊວງ​ຕຳຫຼວດ, ຮອງ​ຫົວ​ໜ້າອະ​ນຸ​​ກຳ​ມະ​ການ​ປ້ອງ​ກັນ​ຄວາມສະຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ໃຫ້​ຮູ້​ວ່າ ອະ​ນຸ​ກຳ​ມະ​ການ​ໄດ້​ຜັນ​ຂະ​ຫຍາຍ​ແຜນ​ການ​ຮັບ​ປະ​ກັນຄວາມ​ສະຫງົບ,ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃຫ້​ແກ່​ງານ​ມະ​ຫາ​ກຳ​ກິ​ລາ. ຈັດ​ຕັ້ງ​ການ​ບຸກ​ໂຈມ​ຕີ, ປາບ​ປາມ​ອາດ​ຊະ​ຍາ​ກຳ, ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃຫ້​ແກ່ SEA Games 31 ຢູ່ 12 ທ້ອງ​ຖິ່ນທີ່​ດຳ​ເນີນງານ​ມະ​ຫະ​ກຳ​ໃຫຍ່, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ປອດ​ໄພເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຈັດ​ຕັ້ງ​ງານ​ມະ​ຫະ​ກິ​ລາ​ໃຫຍ່…

ມາ​ຮອດ​ຈຸດ​ເວ​ລາ​ນີ້, ວຽກ​ງານ​ຜັນ​ຂະ​ຫຍາຍ​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ SEA Games 31 ໄດ້​ຮັບ​ການ​ເປັນ​ເຈົ້າ​ການ​ຜັນ​ຂະ​ຫຍາຍ​ແຕ່​ໄວ ແລະ ແຕ່ໄກ, ຕິດ​ແທດ​ກັບ​ວິ​ວັດ​ການ​ກະ​ກຽມ​ຈັດ​ຕັ້ງ​ກອງ​ປະ​ຊຸມ, ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ​​ຂອງ​ຄວາມ​ຮຽກ​ຮ້ອງ, ໜ້າ​ທີ່ທີ່​ວາງ​ອອກໂດຍ​ພື້ນ​ຖານ, ກຽມ​ພ້ອມ​ສະ​ພາບ​ແດ​ວ​ລ້ອມ​ທີ່ສະຫງົບ, ປອດ​ໄພ​ເພື່ອ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຂອງ SEA Games 31 ຢູ່ ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.