ລາງວັນ​ທົ່ວ​ປະ​ເທດ ກ່ຽວ​ກັບວຽກ​ງານ​ຖະແຫຼງ​ຂ່າວໃຫ້​ຕ່າງ​ປະ​ເທດ ຊ່ວຍ​ໃຫ້ປະ​ຊາ​ຄົມ​ໂລກ ເຂົ້າ​ໃຈ​ແຈ້ງ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ ຫວຽດ​ນາມ

06:18 | 30/11/2021

ທີ່ພິທີມອບລາງວັນຄັ້ງນີ້, ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ແກ່ 102 ຜົນງານ, ຜະລິດຕະພັນທີ່ດີເດັ່ນ, ລວມມີ ລາງວັນພິເສດ 1 ລາງວັນ, ລາງວັນທີ 2 19 ລາງວັນ, ລາງວັນທີ 3 29 ລາງວັນ ແລະ ລາງວັນຊົມເຊີຍ 43 ລາງວັນ.

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊ​ວັນ​ຟຸ​ກ ພົ​ບ​ປະ​ພະ​ນັກ​ງານຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈ​ຳ ເຊີ​ແນວ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊ​ວັນ​ຟຸ​ກ ພົ​ບ​ປະ​ພະ​ນັກ​ງານຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈ​ຳ ເຊີ​ແນວ
ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວ​ັນ​ຟຸກ ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະ​ນະ​ຜູ​້​ແທນ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ນະ​ຄອນ Bern ໄປ​ຍັງ ເຊີ​ແນວ (ສະ​ວິດ) ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວ​ັນ​ຟຸກ ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະ​ນະ​ຜູ​້​ແທນ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ນະ​ຄອນ Bern ໄປ​ຍັງ ເຊີ​ແນວ (ສະ​ວິດ)
ລາງວັນ​ທົ່ວ​ປະ​ເທດ ກ່ຽວ​ກັບວຽກ​ງານ​ຖະແຫຼງ​ຂ່າວໃຫ້​ຕ່າງ​ປະ​ເທດ ຊ່ວຍ​ໃຫ້ປະ​ຊາ​ຄົມ​ໂລກ ເຂົ້າ​ໃຈ​ແຈ້ງ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ ຫວຽດ​ນາມ
ລາງວັນ​ທົ່ວ​ປະ​ເທດ ກ່ຽວ​ກັບວຽກ​ງານ​ຖະແຫຼງ​ຂ່າວໃຫ້​ຕ່າງ​ປະ​ເທດ ຊ່ວຍ​ໃຫ້ປະ​ຊາ​ຄົມ​ໂລກ ເຂົ້າ​ໃຈ​ແຈ້ງ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ ຫວຽດ​ນາມ. ພາບ: Vietnamnet+

ກ່າວຄຳເຫັນທີ່ພິທີມອບລາງວັນທົ່ວປະເທດ ກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ VII ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 28 ພະຈິກ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ມີບົດບາດສຳຄັນທີ່ສຸດ, ເຮັດໃຫ້ປະຊາຄົມໂລກ ເຂົ້າໃຈແຈ້ງກ່ຽວກັບແຜນນະໂຍບາຍ, ນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງ ລັດ, ການແບ່ງປັນ, ສະໜັບສະໜູນທັດສະນະຂອງ ຫວຽດນາມ ຕໍ່ບັນດາບັນຫາໃນພາກພື້ນ ແລະ ສາກົນ, ໂຄສະນາພາບພົດຂອງ ປະເທດຊາດ, ຊາວຫວຽດນາມ, ປະຫວັດສາດ, ວັດທະນະທຳຂອງຊາດ ແລະ ຜົນສຳເລັດໃນການພັດທະນາຂອງປະເທດຊາດ, ເຊື່ອມຕໍ່ຫວຽດນາມ ກັບປະຊາຄົມສາກົນ, ຕໍ່ສູ້, ປະຕິເສດບັນດາຂໍ້ມູນ, ທັດສະນະທີ່ຜິດພາດ, ເສັກສັນປັ້ນແຕ່ງ ຂອງ ບັນດາອິດທິກຳລັງທີ່ເປັນປໍລະປັກ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວວ່າ:

ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ຕ້ອງສຸມໃສ່ຍົກສູງຄວາມຮັບຮູ້ກ່ຽວກັບບົດບາດວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຢ່າງມີປະສິດທິຜົນ, ເພີ່ມທະວີການແນະນຳກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ອອກສູ່ໂລກ ແລະ ນຳໂລກຫຍັບມາໃກ້ກັບ ຫວຽດນາມກ່ວາອີກ, ປ່ຽນແປງໃໝ່ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ຕາມທິດເປັນເຈົ້າການ, ຕັ້ງໜ້າ, ຂ້ຽວຂາດ, ມີວິທະຍາສາດ, ຫົວຄິດປະດິດສ້າງຢ່າງມີປະສິດທິຜົນ.

ທີ່ພິທີມອບລາງວັນຄັ້ງນີ້, ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ແກ່ 102 ຜົນງານ, ຜະລິດຕະພັນທີ່ດີເດັ່ນ, ລວມມີ ລາງວັນພິເສດ 1 ລາງວັນ, ລາງວັນທີ 2 19 ລາງວັນ, ລາງວັນທີ 3 29 ລາງວັນ ແລະ ລາງວັນຊົມເຊີຍ 43 ລາງວັນ. ວິທະຍຸກະຈາຍສຽງ ຫວຽດນາມ (VOV) ມີ 7 ຜົນງານທີ່ຄ້ວາໄດ້ລາງວັນທົ່ວປະເທດ ກ່ຽວກັບການຂ່າວພົວພັນຕ່າງປະເທດ ຄັ້ງທີ VII ປີ 2021.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.