ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເລີ່ມ​ດຳ​ເນີນລາຍ​ການ​ຢ້ຽມ​ຢາມ ສະ​ວິດ

15:37 | 27/11/2021

ຍສໝ - ຕອນເຊົ້າວັນທີ 26 ພະຈິກ (ຕາມເວລາ ສະວິດ), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ ເຊີແນວ, ນະຄອນ ເຊີແນວ ແລະ ເລີ່ມດຳເນີນລາຍການຢ້ຽມຢາມ ສະຫະພັນ ສະວິດ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສະວິດ Guy Parmelin ຢ່າງເປັນທາງການ.

ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງຊາດ ເຈິ່ນກວາງ​ເຟືອງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ​ກ໋​ວາງ​ງາຍ ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງຊາດ ເຈິ່ນກວາງ​ເຟືອງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ​ກ໋​ວາງ​ງາຍ
ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ: ສະ​ຖາ​ບັນ​ກະ​ສິ​ກຳ ຫວຽດ​ນາມ ປະ​ກອບ​ສ່ວນ​ປ່ຽນ​ແປງ​ພື້ນ​ຖານ​ກະ​ສິ​ກຳ ຫວຽດ​ນາມ ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ: ສະ​ຖາ​ບັນ​ກະ​ສິ​ກຳ ຫວຽດ​ນາມ ປະ​ກອບ​ສ່ວນ​ປ່ຽນ​ແປງ​ພື້ນ​ຖານ​ກະ​ສິ​ກຳ ຫວຽດ​ນາມ
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເລີ່ມ​ດຳ​ເນີນລາຍ​ການ​ຢ້ຽມ​ຢາມ ສະ​ວິດ
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເລີ່ມ​ດຳ​ເນີນລາຍ​ການ​ຢ້ຽມ​ຢາມ ສະ​ວິດ. ພາບ: TTXVN

ໃນຂອບເຂດການຢ້ຽມຢາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະມີການໂອ້ລົມສົນທະນາກັບທ່ານປະທານາທິບໍດີ ສະວິດ Guy Parmelin ແລະ ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ Andreas Aebi. ຢູ່ ເຊີແນວ, ຄາດວ່າ ທ່ານປະທານປະເທດຈະພົບປະກັບ ທ່ານນາງ Tatiana Valovaya ຜູ້ອຳນວຍການໃຫຍ່ ຫ້ອງການ ສປຊ ປະຈຳ ເຊີແນວ; ທ່ານ Edros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ; ທ່ານ Daren Tang ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາໂລກ (WIPO). ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້ ແມ່ນເວທີປາໄສວິສາຫະກິດຂັ້ນສູງ ຖືກຈັດຂຶ້ນພາຍໃຕ້ການເປັນປະທານຂອງການນຳສອງປະເທດ ແລະ ມີການເຂົ້າຮ່ວມຂອງການນຳວິສາຫະກິດ, ກຸ່ມບໍລິສັດແຖວໜ້າຂອງທັງ ສະວິດ ແລະ ຫວຽດນາມ. ຄາດວ່າ ໃນເວທີປາໄສດັ່ງກ່າວ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຈະເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງວິສາຫະກິດສອງປະເທດ.

vovworld.vn

ເຫດການ
302 Found

Found

The document has moved here.