ກອງ​ປະ​ຊ​ຸ​ມ​ທາງ​ໄກ ແມ່​ຍິງ ຫວຽດ​ນາມ ເຂົ້າ​ຮ່ວມ​ກາ​ນ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

08:03 | 12/11/2021

ຍ​ສ​ໝ - ເມື່ອບໍ່ດົນມານີ້, ສະ​ຫະ​ພັນ​ແມ່ນ​ຍິງ ຫວຽດ​ນາມ, ສູນ​ຄົ້ນ​ຄ້​ວາ​ສິ່ງ​ແວດ​ລ້ອມ ແລະ ປະ​ຊາ​ຄົມ (CECR) ສົມທົບກັບ​ເຄືອ​ຂ່າຍ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຫວຽດ​ນາມ ກ່ຽວ​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (VNGO-CC) ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ໄກ ແມ່​ຍິງ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ.

ອັງ​ກິດ ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຄຳ​ໝັ້ນ​ສັນ​ຍາ ຈະຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງເປັນ 0 ໃນ​ປີ 2050 ຂອງ​ຫວຽດ​ນາມ ອັງ​ກິດ ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຄຳ​ໝັ້ນ​ສັນ​ຍາ ຈະຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງເປັນ 0 ໃນ​ປີ 2050 ຂອງ​ຫວຽດ​ນາມ
ຫວຽດ​ນາມ​ຖື​ການ​ຮ່ວມ​ມື​ກະ​ທຳ​ຂອງ​ປະ​ຊາ​ຊົນ​ແຕ່​ລະ​ຄົນ​ແມ່ນ​ພື້ນ​ຖານ​ເພື່ອ​​ປັບ​ຕົວ​ໃຫ້​ແທດ​ເໝາະກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຫວຽດ​ນາມ​ຖື​ການ​ຮ່ວມ​ມື​ກະ​ທຳ​ຂອງ​ປະ​ຊາ​ຊົນ​ແຕ່​ລະ​ຄົນ​ແມ່ນ​ພື້ນ​ຖານ​ເພື່ອ​​ປັບ​ຕົວ​ໃຫ້​ແທດ​ເໝາະກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ກອງ​ປະ​ຊ​ຸ​ມ​ທາງ​ໄກ ແມ່​ຍິງ ຫວຽດ​ນາມ ເຂົ້າ​ຮ່ວມ​ກາ​ນ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ບັນ​ດາ​ຜູ້​ແທນ​ປຶກ​ສາ​ຫາ​ລື ຢູ່ກອງ​ປະ​ຊຸມ (ພາບ: qdnd.vn)

ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທ​ນ​ຖື​ວ່າ ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ໃນ​ໂລກ ເວົ້າ​ລວມ ແລະ ແມ່​ຍິງ ຫວຽດ​ນາມ ເວົ້າ​ສະ​ເພາະ ຍັງ​ປະ​ສົບ​ກັບ​ສິ່ງ​ກີດ​ຂວາງ​ດ້ານ​ເຕັກໂນໂລຢີ​ເຕັກ​ນິກ, ກຳ​ລັງ​ຄວາມ​ສາ​ມາດ, ການ​ສື່​ສານ ແລະ ການ​ເງິນ​ໃນ​ການ​ຮັບ​ມື​ກັນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ດັ່ງ​ນັ້ນ, ດ້ວຍ​ການ​ປະ​ກອບ​ເຫື່ອ​ແຮງ​ຂອງອຳ​ນາດ​ການ​ປົກ​ຄອງ ກໍ່​ຄື​ບັນ​ດາ​ອົງ​ການ​ຈ​ັດ​ຕັ້ງ​ເພື່ອ​ລົບ​ລ້າງ​ຮົ້ວ​ກີດ​ຂວາງ ດັ່ງ​ກ່າວ​ແມ່ນ​ສຳ​ຄັນ​ທີ່​ສຸດ.

ຕາມ​ທ່ານ​ນາງ ຫງວຽນ​ທິ​ມິງ​ເຮືອງ, ຮອງ​ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມແລ້ວ, ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ຍາມ​ໃດ​ກໍ​່​ແມ່ນ​ສະ​ມາ​ຊິກ​ທີ່​​ເຂົ້າ​ຮ່ວມ​ບັນ​ດາ​ໂຄງ​ການ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ໃນ​ການ​ໂຄ​ສະ​ນາ, ຜັນ​ຂະ​ຫຍາຍຢ່າງ​ປະ​ສິດ​ທິ​ຜົນ​ບັນ​ດາ​ຂໍ້​ລິ​ເລີ່ມ, ວິ​ທີ​ການ​ແກ້​ໄຂ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ສ້າງ​ບັນ​ດາ​ຮູບ​ແບບ​ທຳ​ມາ​ຫາ​ກິນ​ຢ່າງ​ເໝາະ​ສົມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ ແລະ ໄຈ້ແຍກຕີລາຄາສັງ​ຄົມ​ບັນ​ດາ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ​ແມ່​ຍິງ ແລະ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ.

ທ່ານ​ນາງ ​ດິງ​ທູ​ຮັ່ງ, ຜູ້​ອຳ​ນວຍ​ການ CECR ກໍ່​ໃຫ້​ຮູ້​ວ່າ: “CECR ຈະ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ ແລະ ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄວບຄູ່​ກັບ​ບັນ​ຫາ​ເພດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ໃນ​ນັ້ນ​ສຸມ​ໃສ່​ການ​ປົກ​ປັກ​ຮັກ​ສາ​ແຫຼ່ງ​ນ້ຳ, ຄຸ້ມ​ຄອງ​ຂີ້​ເຫຍື້ອ. ພ້ອມ​ທັງ, ສືບ​ຕໍ່​ຊຸກ​ຍູ້​ບັນ​ດາ​ຂໍ້​ລິ​ເລີ່ມ​ປະ​ຊາ​ຄົມ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປົກ​ປັກ​ຮັກ​ສາສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ​ໂດຍ ແມ່​ຍິງ ເລີ່ມ​ຕົ້ນ, ມອບ​ສິດ ແລະ ສຽງ​ເວົ້າ​ໃຫ້​ແກ່​ແມ່​ຍິງ​ຢູ່​ບັນ​ດາ​ເຂດ, ຂະ​ແໜງ​ອາ​ຊີບ​ທີ່​ມີ​ຄວາມ​ສ່ຽງ​ສູງ​ຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກ​າດ ແລະ ໄພ​ທຳ​ມະ​ຊາດ”.

ທີ່ກອງ​ປະ​ຊຸມສຳ​ມະ​ນາ, ບັນ​ດາ​ນັກ​ຊ່ຽວ​ຊານ​ກໍ່​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ສ້າງ​ບັນ​ດາ​ໂຄງ​ການ ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ເຕັກ​ນິກ​ໃຫ້​ແກ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ແມ່​ຍິງ, ແມ່​ຍິງ​ປະ​ຊາ​ຄົມ, ກຸ່ມ​ແມ່​ຍິງ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຄົ້ນ​ຄ້​ວາ ບັນ​ດາ​ເຄື່ອນ​ມື​ວິ​ທະ​ຍາ​ສາດ ເພື່ອ​ຊ່ວຍ​ຕີ​ລາ​ຄາ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ສິ່ງ​ແວດ​ລ້ອມ, ຊອກ​ຫາ ແລະ ແບ່ງ​ປັນບັນ​ດາ​ໂຄງ​ການ, ແຫຼ່ງ​ກຳ​ລັງ​ດ້ານ​ການ​ເງິນ ຈາກ​ບັນ​ດາ​ໜ່ວຍ​ງານ​ຂັ້ນ​ຮາກ​ຖານ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ເພື່ອ​ແຜ່​ຂະ​ຫຍາຍ​ບັນ​ດາ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການຫຼຸດ​ຜ່ອນ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປ​ງ​ຂອງ​ດິນ​ຟ້າ​ອາກ​າດ​ໂດຍ​ແມ່​ຍິງ​ເລີ່ມ​ຕົ້ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.