ກວາງນິງ ຈັດຕັ້ງ 50 ເຫດການ ເພື່ອກະຕຸ້ນການທ່ອງທ່ຽວ

12:03 | 25/10/2021

ຍສໝ - ນັບແຕ່ນີ້ຮອດທ້າຍປີ 2021, ກວາງນິງ ວາງແຜນຈະຈັດ 50 ເຫດການ, ກິດຈະກໍາກະຕຸກຊຸກຍູ້ການທ່ອງທ່ຽວ ພ້ອມກັບກິດຈະກໍາສົ່ງເສີມ ແລະ ໂຄສະນາການທ່ອງທ່ຽວ; ຈັດຕັ້ງບັນດາໂຄງການເຊື່ອມຕໍ່ກັນ ແລະ ການຮ່ວມມືກັບການກະຕຸ້ນການສົ່ງເສີມການທ່ອງທ່ຽວ...

ແຂວງ ກວາງນິງ ໃຫ້ບຸລິມະສິດການທ່ອງທ່ຽວຄົບວົງຈອນຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ ແຂວງ ກວາງນິງ ໃຫ້ບຸລິມະສິດການທ່ອງທ່ຽວຄົບວົງຈອນຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ
ຫວຽດ​ນາມ - ຍີ່​ປຸ່ນ​ຈັດຕັ້ງ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ທາງອອ​ນ​ລາຍ​ ຫວຽດ​ນາມ - ຍີ່​ປຸ່ນ​ຈັດຕັ້ງ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ທາງອອ​ນ​ລາຍ​
ກວາງນິງ ຈັດຕັ້ງ 50 ເຫດການ ເພື່ອກະຕຸ້ນການທ່ອງທ່ຽວ
ກວາງນິງ ຈັດຕັ້ງ 50 ເຫດການ ເພື່ອກະຕຸ້ນການທ່ອງທ່ຽວ. (ພາບ: TTXVN)

ຄະນະກຳມະການປະຊາຊົນແຂວງກວາງນິງ ໄດ້ສ້າງແຜນການຟື້ນຟູ ແລະ ດຶງດູດນັກທ່ອງທ່ຽວເຂົ້າມາແຂວງກວາງນິງ ໃນໄຕມາດທີສີ່ຂອງປີ 2021, ພ້ອມກັນນັ້ນ ກໍ່ໄດ້ປະກາດໃຊ້ “ຊຸດມາດຖານຊົ່ວຄາວ ເພື່ອປະເມີນລະດັບຄວາມປອດໄພໃນການປ້ອງກັນ ແລະ ຄວບຄຸມ COVID-19 ສໍາລັບກິດຈະກໍາການທ່ອງທ່ຽວ", ເປັນພື້ນຖານສໍາລັບການສ້າງຮູບແບບການທ່ອງທ່ຽວທີ່ປອດໄພ, ຫຼຸດຜ່ອນຄວາມສ່ຽງຂອງພະຍາດ ໃຫ້ກັບປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ.

ແຂວງກວາງນິງ ໄດ້ກໍານົດວ່າ ເງື່ອນໄຂທີ່ຕ້ອງມີກ່ອນສໍາລັບຄວາມສໍາເລັດຂອງທັງອໍານາດການປົກຄອງ, ວິສາຫະກິດການທ່ອງທ່ຽວ ແລະ ຊຸມຊົນໃນການຈັດຕັ້ງປະຕິບັດແຜນການຟື້ນຟູການທ່ອງທ່ຽວ ແມ່ນຮັບປະກັນຄວາມປອດໄພ ແລະ ຄວບຄຸມກວດກາຄວາມສ່ຽງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.