ຫວຽດນາມ ຢືນອັນດັບທີ 27 ໃນໂລກກ່ຽວກັບການນຳໃຊ້ປັນຍາປະດິດ

18:15 | 21/08/2021

ຕາມບົດລາຍງານລົງວັນທີ 21 ທັນວາ 2020 ຂອງສະຖາບັນເຕັກໂນໂລຢີ Massachusetts ອາເມລິກາ ແລ້ວ, ປະຈຸບັນຫວຽດນາມ ຢືນອັນດັບທີ 27 ໃນຈຳນວນ 50 ປະເທດນຳໜ້າດ້ານ AI...

ມອບຮັບເຄື່ອງ 10 ໂຕນຈາກເຢຍລະມັນເພື່ອຊ່ວຍຫວຽດນາມຕ້ານກັບພະຍາດ COVID-19 ມອບຮັບເຄື່ອງ 10 ໂຕນຈາກເຢຍລະມັນເພື່ອຊ່ວຍຫວຽດນາມຕ້ານກັບພະຍາດ COVID-19
AstraZeneca ໃຫ້ຄຳໝັ້ນສັນຍາຍູ້ແຮງການສະໜອງວັນຊິນໃຫ້ແກ່ຫວຽດນາມ AstraZeneca ໃຫ້ຄຳໝັ້ນສັນຍາຍູ້ແຮງການສະໜອງວັນຊິນໃຫ້ແກ່ຫວຽດນາມ
undefined
ນັກປາຖະກະຖາປຶກສາຫາລືທີ່ການໂອ້ລົມສົນທະນາທາງໄກ. ພາບ: vnexpress.net

ວັນທີ 20 ສິງຫາ, ກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ໄດ້ສົມທົບກັບໂຄງການ Aus4Innovation (ໂຄງການຮ່ວມມືລະຫວ່າງກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ກັບກະຊວງການຕ່າງປະເທດ ແລະການຄ້າອົດສະຕາລີ ເພື່ອໜູນຊ່ວຍພັດທະນາການປ່ຽນແປງໃໝ່ປະດິດຄິດສ້າງຢູ່ຫວຽດນາມ) ແລະໜັງສືພິມເອເລັກໂຕນິກ VnExpress ຈັດຕັ້ງການໂອ້ລົມສົນທະນາທາງໄກກ່ຽວກັບການຄົ້ນຄວ້າ, ພັດທະນາ ແລະການນຳໃຊ້ປັນຍາປະດິດ (AI). ຕາມບົດລາຍງານລົງວັນທີ 21 ທັນວາ 2020 ຂອງສະຖາບັນເຕັກໂນໂລຢີ Massachusetts ອາເມລິກາ ແລ້ວ, ປະຈຸບັນຫວຽດນາມ ຢືນອັນດັບທີ 27 ໃນຈຳນວນ 50 ປະເທດນຳໜ້າດ້ານ AI. ເພື່ອຊຸກຍູ້ການພັດທະນາ AI ຢູ່ຫວຽດນາມ, ນັກຊ່ຽວຊານສະເໜີວ່າ ຄວນກໍ່ສ້າງ ແລະປັບປຸງນະໂຍບາຍກົດໝາຍ, ສ້າງກອບນິຕິກໍາທີ່ສະດວກ ເພື່ອສົ່ງເສີມການພັດທະນາ AI. ຄຽງຂ້າງນັ້ນ, ສຸມໃສ່ການລົງທຶນຄົ້ນຄວ້າພັດທະນາບາງຜະລິດຕະພັນ AI ທີ່ຮີບດ່ວນຈຳເປັນແນໃສ່ຮັບໃຊ້ຕະຫຼາດພາຍໃນ; ດຶງດູດແຫຼ່ງກຳລັງພາຍໃນ ແລະຕ່າງປະເທດເພື່ອກໍ່ສ້າງສູນບໍາລຸງສ້າງ AI...

la.qdnd.vn

ເຫດການ
302 Found

Found

The document has moved here.