![]() | ສະເຫຼີມສະຫຼອງວັນຊາດ ຫວຽດນາມຄົບຮອບ 80 ປີ ຢູ່ນະຄອນຫຼວງ Minsk: ເບລາຣຸດ ແມ່ນເພື່ອນມິດຂອງ ຫວຽດນາມ ຕະຫຼອດໄປ |
![]() | ສະແດງຄວາມຮູ້ບຸນຄຸນຕໍ່ເພື່ອນມິດສາກົນ: 80 ປີທີ່ພວກເຈົານໄດ້ຢູ່ກັບພວກຂາ້ພະເຈົ້າ |
![]() |
ພາບລວມຂອງພິທີສະເຫຼີມສະຫຼອງ. (ພາບ: baoquocte.vn) |
ວັນທີ 9 ກັນຍານີ້, ຢູ່ນະຄອນຫຼວງ Santiago, ສະຖານທູດຫວຽດນາມ ປະຈຳ ຈີເລ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2025) ແລະ ວັນຊາດ 2 ກັນຍາ.
ໂດຍເຂົ້າຮ່ວມພິທີມີທ່ານເອກອັກຄະລັດຖະທູດ Rodrigo Olsen Olivares, ຮັກສາການຮອງລັດຖະມົນຕີການຕ່າງປະເທດ ຈີເລ; ທ່ານນາງ Patricia Aburzua Munoz, ປະທານສະຖາບັນວັດທະນະທຳມິດຕະພາບ ຈີເລ - ຫວຽດນາມ, ພ້ອມດ້ວຍແຂກຖືກເຊີນ 200 ກວ່າຄົນ, ລວມມີຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ດຖະບານ, ສະພາແຫ່ງຊາດ, ບັນດາພັກການເມືອງ, ສະຖານທູດ, ທີ່ປຶກສາຝ່າຍທະຫານ, ວິສາຫະກິດ, ນັກຂ່າວ, ເພື່ອນມິດຈີເລ ແລະ ປະຊາຄົມຊາວຫວຽດນາມ ຢູ່ ຈີເລ.
![]() |
ທ່ານເອກອັກຄະລັດຖະທູດ ຫງວຽນຫວຽດເກື່ອງ ກ່າວຄຳປາໄສທີ່ພິທີ. (ພາບ: baoquocte.vn) |
ກ່າວຄຳປາໄສທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນຫວຽດເກື່ອງ ຢືນຢັນວ່າ ເຫດການປະທານ ໂຮ່ຈີມິນ ອ່ານຖະແຫຼງການປະກາດເອກະລາດວັນທີ 2 ກັນຍາ 1945 ບໍ່ພຽງແຕ່ໃຫ້ປະເທດຊາດເປັນເອກະລາດເທົ່ານັ້ນ, ຫາກຍັງເປີດຍຸກສະໄໝໃໝ່ແຫ່ງຄວາມເສລີ, ຄວາມຜາສຸກຂອງທົ່ວປວງຊົນທັງຊາດ.
ພາຍໃຕ້ການນຳພາຂອງພັກ ແລະ ປະທານ ໂຮ່ຈີມິນ, ປະຊາຊົນ ຫວຽດນາມ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປະຕິບັດຂະບວນການປ່ຽນໃໝ່, ນຳ ຫວຽດນາມ ກາຍເປັນປະເທດສັນຕິພາບ, ໝັ້ນຄົງ, ມິດຕະພາບ ແລະ ມີຄວາມຂະຫຍັນຂັນເຄື່ອນໃນເວທີສາກົນ.
ທ່ານເອກອັກຄະລັດຖະທູດ ຫງວຽນຫວຽດເກື່ອງ ຕີລາຄາສູງບັນດາຜົນງານດີເດັ່ນຂອງຫວຽດນາມ ໃນໄລຍະ 80 ປີຜ່ານມາ. ພາຍຫຼັງເກືອບ 40 ປີແຫ່ງວັນປ່ຽນໃໝ່, ຫວຽດນາມ ໄດ້ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດເຄື່ອນໄຫວທີ່ສຸດໃນພາກພື້ນ ແລະ ໃນໂລກ. ລາຍຮັບຕໍ່ຫົວຄົນໃນປີ 1990 ມີພຽງແຕ່ປະມານ 100 USD, ແຕ່ຮອດປີ 2024 ເພີ່ມຂຶ້ນເປັນ 4.700 USD, ເຮັດໃຫ້ຂະໜາດເສດຖະກິດບັນລຸເກືອບ 500 ຕື້ USD, ຢືນອັນດັບທີ 3 ຂອງອາຊຽນ.
ປະຈຸປັນ, ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບບັນດປະເທດຊາດ 194 ແຫ່ງ, ແມ່ນສະມາຊິກຂອງອົງການຈັດຕັ້ງສາກົນກ່ວາ 70 ແຫ່ງ, ມີການພົວພັນດ້ານການຄ້າກັບບັນດາປະເທດ ແລະ ເຂດແຄ້ວນ 230 ແຫ່ງ, ເຂົ້າຮ່ວມສັນຍາການຄ້າເສລີສະບັບໃໝ່ 17 ສະບັບ ແລະ ພວມຜັນຂະຫຍາຍການປະຕິຮູບດ້ານບໍລິຫານທຸກຂັ້ນ.
ຫວຽດນາມ ມຸ່ງໄປເຖິງການພັດທະນາເປັນປະເທດພັດທະນາ ແລະ ມີລາຍຮັບສູງຮອດປີ 2045 ບົນພື້ນຖານ “ 4 ເສົາຄ້ຳ”: ຊຸກຍູ້ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ; ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ; ພັດທະນາເສດຖະກິດເອກະຊົນຢ່າງເຂັ້ມແຂງ; ນະວັດຕະກໍາອັນຮອບດ້ານໃນການສ້າງກົດໝາຍ ແລະ ການບັງຄັບໃຊ້.
ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ຈີເລ ໄດ້ຮັບການສ້າງຕັ້ງຂຶ້ນຈາກການພົບປະຄັ້ງປະຫວັດສາດລະຫວ່າງປະທານ ໂຮ່ຈີມິນ ແລະ ທ່ານປະທານາທິບໍດີ Salvador Allende ໃນເດືອນ ພຶດສະພາ 1969 ແລະ ສືບຕໍ່ແມ່ນເລື່ອງ ຈີເລ ກາຍເປັນໜຶ່ງໃນບັນດາປະເທດອາເມລິກາລາຕິນ ແຫ່ງທຳອິດ ສ້າງຕັ້ງການພົວພັນທາງການທູດກັບ ຫວຽດນາມ ໃນປີ 1971.
ການຢ້ຽມຢາມ ຈີເລ ຢ່າງເປັນທາງການ ໃນເດືອນ ພະຈິກ 2024 ຂອງປະທານປະເທດ ເລືອງເກື່ອງ ກໍ່ແມ່ນຂີດໝາຍສຳຄັນ, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊິ່ງກວ່າອີກ.
![]() |
ທ່ານເອກອັກຄະລັດຖະທູດ ຫງວຽນຫວຽດເກື່ອງ ແລະ ທ່ານເອກອັກຄະລັດຖະທູດ Rodrigo Olsen Olivares, ຮັກສາການຮອງລັດຖະມົນຕີການຕ່າງປະເທດ ຈີເລ. (ພາບ: baoquocte.vn) |
ຕາງໜ້າໃຫ້ລັດຖະບານ ຈີເລ, ທ່ານຮັກສາການຮອງລັດຖະມົນຕີການຕ່າງປະເທດ Rodrigo Olsen Olivares ໄດ້ສະແດງຄວາມເປັນກຽດທີ່ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ແລະ ອວຍພອນຫວຽດນາມ ໄດ້ຈັດຕັ້ງບັນດາເຫດການປະຫວັດສາດທີ່ມີຄວາມໝາຍໃນປີ 2025 ເຊັ່ນ: ວັນຄົບຮອບ 50 ປີແຫ່ງການປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 - 30 ເມສາ 2025), 80 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ.
ທ່ານ Rodrigo Olsen ສະແດງຄວາມຊົມເຊີຍຕໍ່ວິລະຊົນປະຫວັດສາດຂອງຊາວ ຫວຽດນາມ ແລະ ມີຄວາມພາກພູມໃຈທີ່ ຈີເລ ແມ່ນປະເທດອາເມລິກາລາຕິນທີສອງທີ່ໄດ້ຮັບຮູ້ປະເທດ ຫວຽດນາມ ປະຊາທິປະໄຕ ສາທາລະນະລັດ.
ທ່ານຮັກສາການຮອງລັດຖະມົນຕີການຕ່າງປະເທດ Rodrigo Olsen Olivares ກໍ່ໄດ້ຢືນຢັນຄືນຄວາມໝາຍຄວາມສຳຄັນຂອງການຢ້ຽມຢາມ ຈີເລ ໃນເດືອນ ພະຈິກ 2024 ຂອງປະທານປະເທດ ເລືອງເກື່ອງ. ໃນໄລຍະການຢ້ຽມຢາມ, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມືສຳຄັນຫຼາຍຢ່າງໃນຂົງເຂດປ້ອງກັນຊາດ, ກະສິກຳ, ວັດທະນະທຳ ແລະ ອື່ນໆ.
ໃນຂະນະນັ້ນ, ທ່ານ Rodrigo Olsen ກໍໄດ້ຕີລາຄາສູງການພົບປະສອງຝ່າຍລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ປະທານນາທິບໍດີ ຈີເລ Gabriel Boric ໃນເດືອນ ກໍລະກົດ 2025 ປິ່ນອ້ອມກອງປະຊຸມສຸດຍອດ BRICS.
![]() |
ພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ຈີເລ. (ພາບ: baoquocte.vn) |
ນອກຈາກນັ້ນ, ການຮ່ວມມືລະຫວ່າງ 2 ປະເທດທີ່ບັນດາເວທີປາໄສຫຼາຍຝ່າຍສືບຕໍ່ໄດ້ຮັບການຊຸກຍູ້, ພິເສດແມ່ນບັນດາກົນໄກທີ່ 2 ປະເທດເປັນສະມາຊິກຄື: ສະຫະປະຊາຊາດ, APEC ແລະ CPTPP.
ທ່ານ Rodrigo Olsen ປາດຖະໜາວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຈີເລ - ຫວຽດນາມ ຈະພັດທະນາກວ່າອີກໃນທຸກຂົງເຂດ, ເໝາະສົມກັບທ່າແຮງຮ່ວມມືຂອງແຕ່ລະປະເທດ.
ເນື່ອງໃນໂອກາດນີ້, ສະຖານທູດຫວຽດນາມ ປະຈຳ ຈີເລ ໄດ້ຈັດຕັ້ງງານວາງສະແດງຮູບຖ່າຍກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ, ພ້ອມກັນນັ້ນ ໄດ້ຈັດຕັ້ງງານແຂ່ງຂັນແຕ້ມຮູບກ່ຽວກັບການພົວພັນຫວຽດນາມ - ຈີເລ ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (25 ມີນາ 1971 – 25 ມີນາ 2026). ພິທີມອບລາງວັນຄາດວ່າຈະຈັດຂຶ້ນໃນເດືອນມີນາ 2026.
![]() | ບັນດາເພື່ອນມິດຈີນ ແບ່ງປັນຄວາມຊົງຈຳ ແລະ ຄວາມຮູ້ສຶກໃນໂອກາດວັນຊາດຫວຽດນາມ ຄົບຮອບ 80 ປີ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ນັກຂ່າວຂອງວາລະສານຍຸກສະໄໝ ໄດ້ມີໂອກາດໂອ້ລົມກັບເພື່ອນມິດຈີນທີ່ສະໜິດສະໜົມກັບຫວຽດນາມໃນຊຸມປີແຫ່ງການຕໍ່ຕ້ານ ແລະ ໃນວຽກງານປົກປັກຮັກສາ ແລະ ເພີ່ມທະວີມິດຕະພາບໃນທຸກວັນນີ້. ບັນດາບົດລາຍງານທີ່ເປັນມູນເຊື້ອ ແລະ ຄວາມປາດຖະໜາອັນຈິງໃຈຂອງເຂົາເຈົ້າຢືນຢັນອີກເທື່ອໜຶ່ງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ສະຖຽນລະພາບລະຫວ່າງສອງປະເທດໃນໄລຍະຍາວນານ. |
![]() | ກອງທັບສ.ລັດເຊຍ, ລາວ ແລະ ກຳປູເຈຍ ໄດ້ເຂົ້າຮ່ວມການຝຶກແອບສວນສະໜາມເພື່ອສະເຫຼີມສະຫຼອງວັນຊາດ 2 ກັນຍາ. ຍສໝ - ຕອນຄ່ຳວັນທີ 21 ສິງຫາ, ຢູ່ສະໜາມຫຼວງ ບາດິ່ງ (ຮ່າໂນ້ຍ), ຕອນຝຶກແອບສວນສະໜາມຄັ້ງທຳອິດ ເພື່ອມຸ່ງໄປເຖີງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ໄຂຂຶ້ນ ດ້ວຍການເຂົ້າຮ່ວມຂອງພະນັກງານ, ນາຍ, ທະຫານ, ຕຳຫຼວດ, ພ້ອມກັບກຳລັງທະຫານທີ່ມາຈາກສ.ລັດເຊຍ, ລາວ, ກຳປູເຈຍ ... |
ມີງດຶກ