ຫວຽດ​ນາມ ໜູນ​ຊ່ວຍ​ລາວ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19

17:31 | 26/10/2021

ຕອນບ່າຍວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດພິທີມອບຂອງຂວັນຂອງພັກ, ລັດ ແລະ ປຊຊ ຫວຽດນາມ, ໜູນຊ່ວຍ ພັກ, ລັດ ແລະ ປຊຊ ລາວ ຮັບມືກັບການແຜ່ລະບາດໂລກລະບາດຮອບໃໝ່ຢູ່ລາວ.

ກອ​ງ​ທຶນປົກ​ປ້ອງ​ເດັກ ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ເດັກ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ກອ​ງ​ທຶນປົກ​ປ້ອງ​ເດັກ ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ເດັກ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ຫວຽດ​ນາມ ປະ​ຕິ​ບັດ​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ໃນ​ສະ​ພາບ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ ປະ​ຕິ​ບັດ​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ໃນ​ສະ​ພາບ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ຫວຽດ​ນາມ ໜູນ​ຊ່ວຍ​ລາວ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19
ຫວຽດ​ນາມ ໜູນ​ຊ່ວຍ​ລາວ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19. ພາບ:TTXVN

ທ່ານ ຫງວຽນກ໊ວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນປະທານພິທີ ແລະມີການເຂົ້າຮ່ວມຂອງທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈໍາ ສສ.ຫວຽດນາມ, ພ້ອມດ້ວຍຜູ້ຕາງໜ້າຂອງບາງຄະນະ, ກະຊວງ, ຂະແໜງການຂອງຫວຽດນາມ.

ເພື່ອແບ່ງປັນກັບ ລາວ, ພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ຕົກລົງຊ່ວຍເຫຼືອດ່ວນໃຫ້ແກ່ພັກ, ລັດ ແລະປະຊາຊົນລາວ ຈໍານວນເງິນ 2.150.000USD ແລະວັດຖຸອຸປະກອນການແພດ ຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຈໍານວນໜຶ່ງ.

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນກ໊ວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການເອົາໃຈໃສ່ຂອງລັດຖະບານລາວ ທີ່ມີຕໍ່ກັບປະຊາຄົມຊາວຫວຽດນາມ ທີ່ດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ ລາວ; ຕີລາຄາສູງເລື່ອງລັດຖະບານ ລາວ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ຄະນະທູຕານຸທູດ, ຊາວຕ່າງປະເທດ, ໃນນັ້ນມີພະນັກງານ, ພາລະກອນບັນດາອົງການຜູ້ຕາງໜ້າ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ.

ສ່ວນທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈໍາ ສສ.ຫວຽດນາມ ໄດ້ເນັ້ນໜັກວ່າ ເຖິງວ່າ ຫວຽດນາມ ພວມປະສົບຄວາມຫຍຸ້ງຍາກ ຍ້ອນຕ້ອງຮັບມືກັບພະຍາດໂຄວິດ-19 ຄັ້ງທີ 4 ກໍ່ຕາມແຕ່ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍໃຫ້ຄວາມສົນໃຈ, ແບ່ງປັນ ແລະຊ່ວຍເຫຼືອ ພັກ, ລັດ ແລະປະຊາຊົນ ລາວ ໃນຕະຫຼອດໄລຍະຜ່ານມາ, ສະແດງໃຫ້ເຫັນການພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມ. ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ໄດ້ມອບອຸປະກອນການແພດ ແລະເງິນຊ່ວຍ ລາວ ຮັບມືກັບພະຍາດໂຄວິດ-19 ຮອບໃໝ່, ທ່ານ ແສງເພັດ ຮຸ່ງບຸນຍວງ ເຊື່ອໝັ້ນວ່າ ດ້ວຍການຊ່ວຍເຫຼືອຢ່າງທັນການ ແລະລໍ້າຄ່າຂອງຫວຽດນາມ ຈະຊ່ວຍໃຫ້ລາວ ຜ່ານຜ່າໂລກລະບາດໃນຄັ້ງນີ້.

ຫວຽດ​ນາມ ໜູນ​ຊ່ວຍ​ລາວ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19
ຄະນະແພດໝໍແຂວງກວ໋າງບິ່ງ ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຢູ່ແຂວງຄໍາມ່ວນ. ພາບ: ຊວນເຊີນ.

ເສີມຂະຫຍາຍຈິດໃຈຮັບຜິດຊອບ, ມູນເຊື້ອການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ເວົ້າລວມ, ລະຫວ່າງແຂວງກວ໋າງບິ່ງ ແລະແຂວງຄໍາມ່ວນ ເວົ້າສະເພາະ, ວັນທີ 11 ຕຸລາ, ແຂວງກວ໋າງບິ່ງ ກໍ່ໄດ້ຈັດສົ່ງຄະນະແພດໝໍໄປຊ່ວຍແຂວງຄໍາມ່ວນ ປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນສະພາບທີ່ພະຍາດພວມຜັນແປຢ່າງສັບສົນຢູ່ທ້ອງຖິ່ນນີ້.

ຄະນະແພດໝໍຂອງແຂວງກວ໋າງບິ່ງ ລວມມີສະມາຊິກ 11 ຄົນ, ນັ້ນແມ່ນພະນັກງານຈາກພະແນກ, ຂະແໜງການ ແລະສູນຄວບຄຸມພະຍາດຂັ້ນແຂວງພ້ອມກັບລະບົບເຄື່ອງວິເຄາະ RT-PCR, ອຸປະກອນຮັບໃຊ້ໃຫ້ແກ່ການວິເຄາະ ແລະອຸປະກອນການແພດຫຼາຍຢ່າງທີ່ທັນສະໄໝເພື່ອຊ່ວຍແຂວງຄໍາມ່ວນ ວິເຄາະຫາເຊື້ອພະຍາດໂຄວິດ-19, ປະກອບສ່ວນຈໍາກັດ ແລະຄວບຄຸມພະຍາດ.

ພາຍຫຼັງວິເຄາະທຸກກໍລະນີທີ່ໄດ້ສຳຜັດກັບຜູ້ຕິດເຊື້ອຢູ່ເຂດຈຳກັດບໍລິເວນແຫ່ງຕ່າງໆ, ຄະນະແພດໝໍໄດ້ສົມທົບກັບທີມງານສະເພາະກິດແຂວງຄຳມ່ວນ ຜັນຂະຫຍາຍການເບິ່ງແຍງດູແລ, ປິ່ນປົວພະຍາດໃຫ້ກໍລະນີທີ່ສະແດງອາການ ແລະຕິດເຊື້ອໜັກ, ພ້ອມທັງຍູ້ໄວການເກັບຕົວຢ່າງໃນຊຸມຊົນມາກວດວິເຄາະ.

ໄຊພອນ

ເຫດການ
302 Found

Found

The document has moved here.