ໝູນໃຊ້ບັນດາ FTA ເພື່ອຊຸກຍູ້ການຮ່ວມມື ລະຫວ່າງຫວຽດນາມ ແລະ ສິງກະໂປ

16:30 | 25/10/2021

ຍສໝ - ຫວຽດນາມ ແລະ ສິງກະໂປ ຕ້ອງຍາດແຍ່ງທ່າໄດ້ປຽບຈາກບັນດາສັນຍາການຄ້າເສລີ (FTA) ທີ່ສອງປະເທດໄດ້ເຂົ້າຮ່ວມ ເຊັ່ນ: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ເພື່ອຊຸກຍຸ້ວິສາຫະກິດສອງປະເທດ ຮ່ວມມືໃນຫຼາຍຂົງເຂດ.

ອູຣູກວາຍ  ປາດຖະໜາຢາກຊຸກຍູ້ FTA ກັບຫວຽດນາມ ອູຣູກວາຍ ປາດຖະໜາຢາກຊຸກຍູ້ FTA ກັບຫວຽດນາມ
ສ.ເກົາຫຼີ ເປີດກວ້າງ FTA ​​ກັບບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຂຶ້ນໃນອາຊຽນ ແລະອາເມລິກາລາຕິນ ສ.ເກົາຫຼີ ເປີດກວ້າງ FTA ​​ກັບບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຂຶ້ນໃນອາຊຽນ ແລະອາເມລິກາລາຕິນ

ນັ້ນແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຫງວຽນຮົ່ງຢຽນ ໃນການປະຊຸມທາງອອນໄລກັບ ທ່ານ Tan See Leng, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຜູ້ທີສອງ, ທັງເປັນລັດຖະມົນຕີກະຊວງແຮງງານສິງກະໂປ ໃນວັນທີ 13 ເດືອນຕຸລາ.

ໝູນໃຊ້ບັນດາ FTA ເພື່ອຊຸກຍູ້ການຮ່ວມມື ລະຫວ່າງຫວຽດນາມ ແລະ ສິງກະໂປ
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຫງວຽນຮົ່ງຢຽນ. (ພາບ: thanhnien)

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ສະເໜີມາດຕະການຈຳນວນໜຶ່ງ ເພື່ອເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ ລະຫວ່າງຫວຽດນາມ ແລະ ສິງກະໂປ ໃນໄລຍະຈະມາເຖິງ. ຕົວຢ່າງ, ການຈັດຕັ້ງປະຕິບັດການຮ່ວມມືໃນຂົງເຂດເສດຖະກິດດີຈີຕອນ, ປະກອບມີ ການແລກປ່ຽນ, ສຳມະນາຂອບເຂດການຮ່ວມມື, ກໍ່ຄືການບຳລຸງສ້າງຊັບພະຍາກອນມະນຸດ ເພື່ອຮັບໃຊ້ເສດຖະກິດດີຈີຕອນ; ການຮ່ວມມືດ້ານການຄ້າຜ່ານການພົວພັນແລກປ່ຽນສິນຄ້າຂອງສິງກະໂປ, ໂດຍສະເພາະ ແມ່ນການພົວພັນແລກປ່ຽນຜະລິດຕະພັນກະເສດຂອງສິງກະໂປ.

ຄຽງຂ້າງນັ້ນ ແມ່ນການຍາດແຍ່ງທ່າໄດ້ປຽບບັນດາສັນຍາການຄ້າເສລີ FTA ທີ່ສອງປະເທດເຂົ້າຮ່ວມ, ໃນນັ້ນ ຊຸກຍູ້ວິສາຫະກິດຮ່ວມມືລົງທຶນໃນຂົງເຂດເອເລັກໂຕນິກ, ໂທລະຄົມມະນາຄົມ, ເຄື່ອງເຟີນີເຈີ, ປຸງແຕ່ງຜະລິດຕະພັນກະເສດ ແລະ ຊັບພະຍາກອນນ້ຳ ເພື່ອຊຸກຍູ້ການສົ່ງອອກໄປປະເທດອື່ນໆໃນກຸ່ມ CPTPP ແລະ RCEP.

ນອກຈາກນັ້ນ, ວິສາຫະກິດ ກໍ່ສາມາດຍາດແຍ່ງທ່າໄດ້ປຽບບັນດາສັນຍາການຄ້າເສລີ ເມື່ອຫວຽດນາມ ແລະ ສິງກະໂປແມ່ນສອງປະເທດໃນພາກພື້ນທີ່ມີສົນທິສັນຍາຮອບດ້ານກັບ EU ແລະ ລາຊະອານາຈັກອັງກິດ ເພື່ອສາມາດຊ່ວຍຊູກັນໃນການຂຸດຄົ້ນ ແລະ ແຊກຊຶມເຂົ້າທ້ອງຕະຫຼາດຂອງ EU ແລະ ອັງກິດ.

ສອງຝ່າຍເຫັນດີຈະສືບຕໍ່ຊຸກຍູ້ໃຫ້ມີການລົງນາມໃນບົດບັນທຶກຊ່ວຍຈຳໂດຍໄວ ກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າສິງກະໂປ.

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ແບ່ງປັນ ແລະ ສະແດງຄວາມເຊື່ອໝັ້ນວ່າ ທ່ານລັດຖະມົນຕີ Tan See Leng ຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຫວຽດນາມ ເວົ້າລວມ, ກະຊວງອຸດສາຫະກໍາ ແລະ ການຄ້າ ເວົ້າສະເພາະ, ປະກອບສ່ວນເຂົ້າໃນການຊຸກຍູ້ການລົງທຶນ ແລະ ການດໍາເນີນທຸລະກິດລະຫວ່າງສອງປະເທດ ແລະ ບັນດາວິສາຫະກິດນັບມື້ນັບໄດ້ຮັບການເປີດກວ້າງ ແລະ ພັດທະນາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.