ຫວຽດນາມໄດ້ຮັບຕູ້ເກັບຮັກສາວັກຊີນ ຈຳນວນ 36 ຕູ້ຈາກອາເມລິກາ

15:07 | 25/10/2021

ຍສໝ - ພິທີຮັບຕູ້ຮັກສາວັກຊີນ 36 ຕູ້ຈາກອາເມລິກາ ໄດ້ຈັດຂຶ້ນໃນວັນທີ 14 ຕຸລານີ້ ຢູ່ຮ່າໂນ້ຍ. ນີ້ແມ່ນບັນດາຕູ້ແຊ່ແຂງທຳອິດ ໃນຈຳນວນ 111 ຕູ້ ທີ່ກະຊວງປ້ອງກັນປະເທດອາເມລິກາ ສະໜອງໃຫ້ລັດຖະບານຫວຽດນາມ.

ປະທານປະເທດຫວຽດນາມ ສະແດງຄວາມຂອບໃຈ ລັດຖະບານອາເມລິກາ ທີ່ໄດ້ໜູນຊ່ວຍໃນການຮັບມືກັບພະຍາດໂຄວິດ-19 ປະທານປະເທດຫວຽດນາມ ສະແດງຄວາມຂອບໃຈ ລັດຖະບານອາເມລິກາ ທີ່ໄດ້ໜູນຊ່ວຍໃນການຮັບມືກັບພະຍາດໂຄວິດ-19
ຊຸກຍູ້ການພົວພັນຮ່ວມມືດຳເນີນທຸລະກິດ, ການຄ້າຫວຽດນາມ-ອາເມລິກາ ຊຸກຍູ້ການພົວພັນຮ່ວມມືດຳເນີນທຸລະກິດ, ການຄ້າຫວຽດນາມ-ອາເມລິກາ

ຖະແຫຼງການຂອງສະຖານທູດອາເມລິກາ ປະຈຳຫວຽດນາມ ກ່າວວ່າ “ການຮັບຕູ້ແຊ່ແຂງຮັກສາວັກຊີນເຫຼົ່ານີ້ ຈະຊ່ວຍໃຫ້ຫວຽດນາມປັບປຸງຄວາມສາມາດ ແລະ ຄວາມມີໄຫວພີບຂອງຕົນໃນການແຈກຢາຍ ແລະ ເກັບຮັກສາວັກຊີນປ້ອງກັນພະຍາດໂຄວິດ -19 ໃນທົ່ວປະເທດ”.

ພິທີຮັບໄດ້ຈັດຂຶ້ນທີ່ສະຖາບັນອະນາໄມສຸຂາພິບານແຫ່ງຊາດຫວຽດນາມ (NIHE) ໂດຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ຈາກສອງປະເທດຄື: ຮອງລັດຖະມົນຕີກະຊວງສາທາລະນະສຸກ ເຈຶ່ອງກ໋ວກເກື່ອງ ແລະ ອຸປະທູດຊົ່ວຄາວອາເມລິກາ ປະຈໍາຫວຽດນາມ Christopher Kline.

ຫວຽດນາມໄດ້ຮັບຕູ້ເກັບຮັກສາວັກຊີນ ຈຳນວນ 36 ຕູ້ຈາກອາເມລິກາ
ຫວຽດນາມໄດ້ຮັບຕູ້ເກັບຮັກສາວັກຊີນ ຈຳນວນ 36 ຕູ້ຈາກອາເມລິກາ. (ພາບ: nld)

ໃນແຈ້ງການລະບຸວ່າ "ໃນບັນດາຕູ້ເຢັນແຊ່ແຂງຂອງອາເມລິກາທີ່ໄດ້ສົ່ງໃຫ້ຫວຽດນາມ, ມີ 14 ຕູ້ ຈະຕັ້ງຢູ່ NIHE ເພື່ອຮັບໃຊ້ການແຈກຢາຍວັກຊີນຂັ້ນສູນກາງ, 63 ຕູ້ຈະຖືກສົ່ງໄປຍັງສູນແຈກຢາຍພາກພື້ນໃນທົ່ວປະເທດ."

ນອກຈາກນັ້ນ, ສະຖາບັນ Pasteur ນະຄອນໂຮ່ຈີມິນ ໄດ້ສະເໜີໃຫ້ສະໜັບສະໜູນຕູ້ຕື່ມອີກ 34 ຕູ້. ສະຖານທູດອາເມລິກາ ໃຫ້ຮູ້ວ່າ ຕູ້ແຊ່ແຂງທັງໝົດ 111 ຕູ້ນີ້ ມີມູນຄ່າປະມານ 1 ລ້ານໂດລາສະຫະລັດ. ຕູ້ປະເພດນີ້ ສາມາດບັນລຸອຸນຫະພູມແຕ່ -90 ອົງສາ ເຖິງ -40 ອົງສາ, ເໝາະສົມກັບວັກຊີນທີ່ຕ້ອງການເກັບຮັກສາໄວ້ໃນສະພາບແວດລ້ອມທີ່ມີອຸນຫະພູມຕໍ່າຫຼາຍ ເຊັ່ນ: ຢາວັກຊີນ Pfizer ເກືອບ 3.1 ລ້ານໂດສ ທີ່ອາເມລິກາມອບໃຫ້ຫວຽດນາມນັບແຕ່ວັນທີ 2 ຕຸລາຮອດປະຈຸບັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.