ສ.ເກົາຫຼີ ມອບວັກຊີນ AstraZeneca ໃຫ້ຫວຽດນາມ 1,1 ລ້ານໂດສ

15:00 | 23/10/2021

ຍສໝ - ກະຊວງການຕ່າງປະເທດສ.ເກົາຫຼີ ໃຫ້ຮູ້ວ່າ ປະເທດ ສ.ເກົາຫຼີ ໄດ້ສົ່ງວັກຊີນ AstraZeneca 1,1 ລ້ານໂດສ ໄປຫວຽດນາມ ແລະ 470,000 ໂດສໃຫ້ກັບປະເທດໄທ ໃນວັນທີ 14 ຕຸລາ.

ບຸ​ລະ​ມະ​ສິດຫຼັກ​ແຫຼ່ງ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ສ.ເກົາຫຼີ ໃນ​ໄລ​ຍະ​ຈະ​ມາ​ເຖິງ ​ແມ່ນ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຜ່ານ​ຜ່າ​ໄລ​ຍະ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ ບຸ​ລະ​ມະ​ສິດຫຼັກ​ແຫຼ່ງ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ສ.ເກົາຫຼີ ໃນ​ໄລ​ຍະ​ຈະ​ມາ​ເຖິງ ​ແມ່ນ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຜ່ານ​ຜ່າ​ໄລ​ຍະ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສວມ​ບົດ​ບາດ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ອາ​ຊຽນ - ສ.ເກົາຫຼີ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສວມ​ບົດ​ບາດ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ອາ​ຊຽນ - ສ.ເກົາຫຼີ

ຢາວັກຊີນນີ້ ຄາດວ່າຈະມາຮອດຫວຽດນາມ ແລະ ໄທໃນວັນທີ 15 ຕຸລານີ້, ອີງຕາມຂໍ້ມູນຂອງ Yonhap. ກະຊວງການຕ່າງປະເທດ ສ.ເກົາຫຼີ ຍັງແຈ້ງໃຫ້ຊາບຕື່ມວ່າ Seoul ໄດ້ຕົກລົງມອບວັກຊີນ ໃຫ້ກັບບັນດາຄູ່ຮ່ວມມືການຄ້າທີ່ສໍາຄັນໃນພາກພື້ນ ເພື່ອຊ່ວຍປົກປ້ອງພົນລະເມືອງ ສ.ເກົາຫຼີ ທີ່ອາໄສຢູ່ໃນບັນດາປະເທດເຫຼົ່ານີ້ ຄືກັນກັບພົນລະເມືອງຂອງເຂົາເຈົ້າ.

ສ.ເກົາຫຼີ ມອບວັກຊີນ AstraZeneca ໃຫ້ຫວຽດນາມ 1,1 ລ້ານໂດສ
ສ.ເກົາຫຼີ ມອບວັກຊີນ AstraZeneca ໃຫ້ຫວຽດນາມ 1,1 ລ້ານໂດສ. (ພາບ: REUTERS)

ກະຊວງການຕ່າງປະເທດກ່າວໃນຖະແຫຼງການສະບັບໜຶ່ງວ່າ "ລັດຖະບານໄດ້ຕົກລົງມອບຢາວັກຊີນ ເພາະວ່າພວກເຮົາສາມາດສືບຕໍ່ໂຄງການສັກຢາວັກຊີນປ້ອງກັນພະຍາດ ໂດຍບໍ່ຊັກຊ້າ ກັບປະລິມານສະສົມທີ່ມີຢູ່ໃນປະຈຸບັນ". "ບັນດາປະເທດເຫຼົ່ານີ້ ໄດ້ຖືກຄັດເລືອກຫຼັງຈາກການພິຈາລະນາຂອງພວກຂ້າພະເຈົ້າ ຕາມຄວາມຮຽກຮ້ອງຄວາມຊ່ວຍເຫຼືອຂອງເຂົາເຈົ້າ, ຄວາມປອດໄພຂອງພົນລະເມືອງ ສ.ເກົາຫຼີ ທີ່ອາໄສຢູ່ໃນປະເທດເຫຼົ່ານັ້ນ, ນະໂຍບາຍການຕ່າງປະເທດ ແລະ ສະຖານະການ Covid-19".

ກະຊວງການຕ່າງປະເທດ ສ.ເກົາຫຼີ ຍັງກ່າວວ່າ ຈະພິຈາລະນາໃຫ້ການຊ່ວຍເຫຼືອເພີ່ມເຕີມ ໃຫ້ແກ່ປະເທດອື່ນ ທີ່ມີຄວາມຕ້ອງການ, ຫຼັງຈາກທົບທວນຄືນອັດຕາການສະໜອງວັກຊີນ ແລະ ການສັກຢາກັນພະຍາດຂອງປະເທດ.

ນີ້ເປັນຄັ້ງທໍາອິດທີ່ ສ.ເກົາຫຼີ ໄດ້ສະໜັບສະໜູນວັກຊີນໂດຍກົງໃຫ້ກັບຕ່າງປະເທດ, ນອກຈາກການສະໜັບສະໜູນດ້ານການເງິນ ຜ່ານໂຄງການ COVAX.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.