ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ: ກໍາລັງສາທາລະນະສຸກໄດ້ປະກອບສ່ວນອັນສໍາຄັນຫຼາຍໃນການປ້ອງກັນການລະບາດຂອງພະຍາດ COVID-19

07:38 | 20/10/2021

ຍສໝ - ຕອນບ່າຍວັນທີ 18 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດ Covid-19 ໄດ້ພົບປະກັບຜູ້ຕາງໜ້າ ກໍາລັງສາທາລະນະສຸກ ຢູ່ແນວໜ້າ ທີ່ດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດ Covid-19.

ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19  500,000 ໂດສ ໃຫ້ແກ່ຫວຽດນາມ ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19 500,000 ໂດສ ໃຫ້ແກ່ຫວຽດນາມ
ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ: ກໍາລັງສາທາລະນະສຸກໄດ້ປະກອບສ່ວນອັນສໍາຄັນຫຼາຍໃນການປ້ອງກັນການລະບາດຂອງພະຍາດ COVID-19
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ພາບ: TTXVN

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ພັກ, ລັດ ແລະ ປະຊາຊົນ ໄດ້ມີຄວາມເຂົ້າໃຈທີ່ທີ່ສຸດກັບບັນດາສິ່ງຕ່າງໆທີ່ທ່ານໝໍ ແລະ ພະຍາບານ ໄດ້ປະຕິບັດໃນຕະຫຼອດ 2 ປີຜ່ານມາ, ພິເສດແມ່ນໃນໄລຍະທີ່ມີການແຜ່ລະບາດຮອບທີ 4 ຢ່າງຮຸນແຮງຂອງເຊື້ອພະຍາດ Delta ເຊິ່ງມີການແຜ່ລະບາດຢ່າງໄວວາ ແລະ ອັນຕະລາຍ.

ດ້ວຍການເຂົ້າຮ່ວມຂອງທັງລະບົບການເມືອງ, ຄວາມພ້ອມຈິດພ້ອມໃຈກັນໃນການສະໜັບສະໜູນຂອງປະຊາຊົນ, ພາຍໃຕ້ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ກໍາລັງສາທາລະນະສຸກໄດ້ມີການປະກອບສ່ວນອັນສໍາຄັນທີ່ສຸດ,ເປັນກໍາລັງແນວໜ້າໃນການຕ້ານການລະບາດຂອງພະຍາດ, ຮ່ວມກັບທະຫານ, ຕຳຫຼວດ ແລະ ບັນດກຳລັງອື່ນໆ. ພະຍາດດັ່ງກ່າວຍັງມີການຜັນແປອັນສັບສົນ, ຍາກທີ່ຈະຄາດຄະເນໄດ້ ແລະ ອາດຈະລະບາດຮອບໃໝ່ອີກ ໂດຍບັນດາສາຍພັນຕ່າງໆ, ບໍ່ໃຫ້ປະໝາດ, ລະເລີຍ.

ກໍ່ໃນການພົບປະ, ບັນດາອົງການຈັດຕັ້ງໄດ້ຍ້ອງຍໍ, ໃຫ້ກໍາລັງໃຈໝູ່ຄະນະ, ບຸກຄົນດີເດັ່ນຈຳນວນໜຶ່ງ ທີ່ມີຜົນງານຫຼາຍດ້ານໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ. ວຽກງານຍ້ອງຍໍ, ໃຫ້ກໍາລັງໃຈຈະສືບຕໍ່ໄດ້ຈັດຕັ້ງປະຕິບັດໃນໄລຍະເວລາທີ່ຈະມາເຖິງ ເພື່ອໃຫ້ການເຊີດຊູແກ່ຜູ້ທີ່ຕໍ່ສູ້, ເສຍສະຫຼະຊີວິດໃນການຕໍ່ຕ້ານກັບພະຍາດລະບາດເພື່ອປົກປ້ອງສຸຂະພາບ ແລະ ຊີວິອິນຊີຂອງພໍ່ແມ່ປະຊາຊົນຢ່າງທັນການ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.