ສ້າງບາດລ້ຽວໃນການປ້ອງກັນການລະບາດຂອງພະຍາດ COVID-19

06:30 | 20/10/2021

ຍສໝ - ວັນທີ 18 ຕຸລາ, ທີ່ຖານຂໍ້ມູນຂ່າວສານເອເລັກໂຕນິກລັດຖະບານ ໄດ້ຈັດກອງປະຊຸມໂອ້ລົມເຈລະຈາ “ມະຕິ 128 - ມຸ່ງໄປສູ່ສະພາບການປົກກະຕິໃໝ່” ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນທີ່ເປັນການນຳຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາຊ່ຽວຊານເພື່ອໄຈ້ແຍກ, ວິເຄາະ, ປະກອບຄຳເຫັນຊີ້ແຈ້ງບັນດາຂໍ້ມູນຂ່າວສານ, ເນື້ອໃນສະເພາະທີ່ກ່ຽວຂ້ອງເຖິງມະຕິສະບັບນີ້.

ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19  500,000 ໂດສ ໃຫ້ແກ່ຫວຽດນາມ ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19 500,000 ໂດສ ໃຫ້ແກ່ຫວຽດນາມ
ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ສ້າງບາດລ້ຽວໃນການປ້ອງກັນການລະບາດຂອງພະຍາດ COVID-19

ກອງປະຊຸມໂອ້ລົມເຈລະຈາ “ມະຕິ 128 - ມຸ່ງໄປສູ່ສະພາບການປົກກະຕິໃໝ່”. ພາບ:VGP

ທີ່ກອງປະຊຸມໂອ້ລົມເຈລະຈາ, ຜູ້ຕາງໜ້າການນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດານັກຊ່ຽວຊານໄດ້ໄຈ້ແຍກ, ວິເຄາະ ແລະ ເຮັດແຈ້ງບັນດາຂໍ້ມູນຂ່າວສານ, ເນື້ອໃນສະເພາະທີ່ກ່ຽວຂ້ອງເຖິງມະຕິເລກທີ 128/NQ-CP ລົງວັນທີ 11/10/2021 ຂອງລັດຖະບານກ່ຽວກັບຂໍ້ກຳນົດຊົ່ວຄາວ “ປັບຕົວຢ່າງປອດໄພ, ມີຄວາມໄຫວພິບ, ຄວບຄຸມການລະບາດຂອງ COVID-19 ຢ່າງມີປະສິດທິຜົນ” (ຫຼືເອີ້ນຫຍໍ້ວ່າ ມະຕິເລກທີ 128/NQ-CP).

ສ່ວນຫຼາຍບັນດາຜູ້ແທນກໍ່ເຫັນດີເປັນເອກະພາບວ່າ ມະຕິເລກທີ 128 ແມ່ນນະໂຍບາຍຊີ້ຂາດທີ່ຖືກຕ້ອງທີ່ສຸດໃນໄລຍະປະຈຸບັນ, ເໝະສົມກັບການປັບຕົວທີ່ມີໄຫວພິບ, ຈັດຕັ້ງບັນດາວິທີການແກ້ໄຂທີ່ເໝາະສົມກັບສະພາບການໃໝ່. ນະໂຍບາຍຊີ້ຂາດນີ້ແມ່ນມີຄວາມສຳຄັນຫຼາຍ, ຈະແຈ້ງ ແລະ ມີຫຼາຍນະໂຍບາຍ, ວິທີການແກ້ໄຂທີ່ເໝະສົມ.

ພາຍຫຼັງເກືອບ 2 ປີໃນການຮັບມືກັບໂລກລະບາດ COVID-19, ຫວຽດນາມ ບັນລຸໄດ້ໝາກຜົນສໍາຄັນຫຼາຍຢ່າງໃນການປ້ອງກັນ ແລະ ຄວບຄຸມໂລກລະບາດ COVID-19. ມາຮອດປັດຈຸບັນ, ໂລກລະບາດ COVID-19 ໄດ້ຮັບການຄວບຄຸມໂດຍພື້ນຖານ; ຊີວິດການເປັນຢູ່ຂອງປະຊາຊົນຄ່ອຍໆກັບຄືນສູ່ “ສະພາບການປົກກະຕິໃໝ່”.

ໄຊພອນ

ເຫດການ
302 Found

Found

The document has moved here.