ມີ​ຜ້າ​ອັດ​ປາກ​ດັງ N95 ກ່​ວາ 100.000 ອັນໄດ້​ສົ່ງ​ໃຫ້ບັນ​ດາ​ທ່ານ​ໝໍ​ຢູ່​ດ່ານ​ໜ້າເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ນະ​ຄອ​ນ​ໂຮ່​ຈີ​ມິນ

16:03 | 19/10/2021

ຍ​ສ​ໝ - ບັ້ນ​ຍຸດ​ທະ​ສາດ “ຜ້າ​ອັດ​ປາກ​ດັງ N95 ກ່​ວາ 100.000 ອັນໃຫ້​ແກ່​ໄຊ​ງ່ອນ” ໂດຍ​ໂຄງ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອຫວຽດ​ນາມແລະ Stay Strong Saigon ໃນ​ວັນ​ທີ 27 ກໍ​ລະ​ກົດໄດ້​ລະ​ດົມ​ຜ້າ​ອັດ​ປາກ​ດັງກ່​ວາ 100.000 ອັນທີ່​ໄດ້​ຂົນ​ສົ່ງ​ແຕ່​ອາ​ເມ​ລິ​ກາໄປ​ ສິງ​ກະ​ໂປມາຍັງ ​ນະ​ຄອນໂຮ່​ຈີ​ມິນ.

ມອບ​ຜ້າ​ອັດ​ປາກ​ອັດ​ດັງ ​ຊ່ວຍເຫຼືອ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ລາວ ມອບ​ຜ້າ​ອັດ​ປາກ​ອັດ​ດັງ ​ຊ່ວຍເຫຼືອ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ລາວ
ALOV ມອບ​ຜ້າ​ອັດ​ປາກ​ດັງ 30.000 ອັນ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ, ກຳ​ປູ​ເຈຍ, ໄທ ALOV ມອບ​ຜ້າ​ອັດ​ປາກ​ດັງ 30.000 ອັນ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ, ກຳ​ປູ​ເຈຍ, ໄທ
ມີ​ຜ້າ​ອັດ​ປາກ​ດັງ N95 ກ່​ວາ 100.000 ອັນໄດ້​ສົ່ງ​ໃຫ້ບັນ​ດາ​ທ່ານ​ໝໍ​ຢູ່​ດ່ານ​ໜ້າເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ນະ​ຄອ​ນ​ໂຮ່​ຈີ​ມິນ
ພາບ​ປະ​ກອບ

ຫວ່າງແລ້ວນີ້, ຈຳ​ນວນ​ຜ້າ​ອັດ​ປາກ​ດັງ N95 ດັ່ງ​ກ່າວໄດ້​ມອບ​ໃຫ້​ບັນ​ດາ​ແພດ​ໝໍ​ຂອງ​ໂຮງ​ໝໍ, ຮາກ​ຖານ​ສາ​ທາ​ລະ​ນະ​ສຸກຢູ່​ນະ​ຄອ​ນ​ໂຮ່​ຈີ​ມິນ ​ເກືອບ 100 ແຫ່ງ.

ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບັ້ນ​ຍຸດ​ທະ​ສາດ​ລະ​ດົມ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫວຽດ​ນາມ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທັງ​ຢູ່​ພາຍ​ໃນແລະຕ່າງ​ປະ​ເທດເປັນຈຳນວນຫຼວງຫຼາຍ, ພ້ອມ​ກັບ​ການ​ຮ່ວມ​ເດີນ​ທາງ, ການ​ສະ​ໜັບ​ສະ​ໜູນແລະໜູນ​ຊ່ວຍ​ຈາກ​ບັນ​ດາ​ອົງ​ການ​ລັດຄືຄະ​ນະ​ກຳ​ມະ​ການ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ຕ່າງ​ປະ​ເທດ, ສະ​ຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມປະ​ຈຳ San Francisco (ອາ​ເມ​ລິ​ກາ), ກະ​ຊວງ​ແຜນ​ການແລະການ​ລົງ​ທຶນ.

ການ​ເຂົ້າ​ຮ່ວມແລະໜູນ​ຊ່ວຍ​ຈາກຫຼາຍ​ອົງ​ການ, ຫົວ​ໜ່ວຍ​ໄດ້​ສ້າງ​ໂຄງ​ການ​ທີ່​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງແລະທັນ​ການ​ທີ່​ສຸດ​ໃນ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງຫວ​ຽດ​ນາມ.

ບັນ​ດາ​ແພດ​ໝໍຮູ້​ສຶກ​ຕຶ້ນ​ຕັນ​ໃຈ​ຕໍ່​ສາຍ​ໃຈ, ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ແທດ​ຈິງ​ຂອງ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ຕ່າງ​ປະ​ເທດ, ບັນ​ດາ​ສ່ວນ​ບຸກ​ຄົນ, ອົງ​ການ​ຈັດ​ຕັ້ງ​ທີ່​ສະ​ຫງວນ​ໃຫ້​ແກ່​ດ່ານ​ໜ້າ. ​ບໍ່​ພຽງ​ແຕ່ແມ່ນ​ຂອງ​ຂວັນ​ເທົ່າ​ນັ້ນຫາກ​ຍັງ​ແມ່ນ​ຍ້ອນ​ຂອງ​ຂວັນ​ໄດ້​ມອບໃນ​ຈຸດ​ເວ​ລາທີ່​ນະ​ຄອນ​ໂຮ່​ຈີ​ມິນ​ພວມໃນ​ຊຸມ​ມື້​ຍາດ​ໄດ້​ໄຊ​ຊະ​ນະ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19.

ໃນ​ໄລ​ຍະ​ເວ​ລາ​ຈະ​ມາ​ເຖິງ, ກຸ່ມ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອຫວຽດ​ນາມສືບ​ຕໍ່​ຮຽກ​ຮ້ອງ​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸ​ສົນສ້າງກອງ​ທຶນ​ຊື້​ຜ້າ​ອັດ​ປາກ​ດັງ​ໜູນ​ຊ່ວຍ​ບັນ​ດາ​ແພດ​ໝໍແລະຜູ້​ອາ​ສາ​ສະ​ໝັກໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ນະ​ຄອ​ນ​ໂຮ່​ຈີ​ມິນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.