ປ່ຽນແປງໃໝ່ຈິນຕະນາການແລະມາດຕະການປ້ອງກັນຕ້ານໂລກລະບາດໂຄວິດ - 19

15:07 | 13/10/2021

ຍ​ສ​ໝ - ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີຮຽກ​ຮ້ອງ​ຕ້ອງ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ ແລະ ມາດ​ຕະ​ການ​ປ້ອງ​ກັ​ນ, ຕ້ານ​ໂລກ​ລະ​ບາດທີ່​ເໝາະ​ສົມ​ກັບ​ສະ​ພາບ​ການ​ລະ​ອຽດ, ສຸມ​ໃສ່​ຜັ​ນ​ຂະ​ຫຍາຍ​ບາງ​ໜ້າ​ທີ່​ຈຸດ​ສຸມໃນ​ຊຸມ​ອາ​ທິດ​ຈະ​ມາ​ເຖິງ...

ມາຮອດປັດຈຸບັນ, ຫວຽດນາມ ຄວບຄຸມໂລກລະບາດໂຄວິດ - 19 ໄດ້ໂດຍພື້ນຖານໃນຂອບຂະໜາດທົ່ວປະເທດແລ້ວ ມາຮອດປັດຈຸບັນ, ຫວຽດນາມ ຄວບຄຸມໂລກລະບາດໂຄວິດ - 19 ໄດ້ໂດຍພື້ນຖານໃນຂອບຂະໜາດທົ່ວປະເທດແລ້ວ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຍ້ອງຍໍບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີມາດຕະການປະດິດຄິດສ້າງ, ຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຍ້ອງຍໍບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີມາດຕະການປະດິດຄິດສ້າງ, ຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ
ປ່ຽນແປງໃໝ່ຈິນຕະນາການແລະມາດຕະການປ້ອງກັນຕ້ານໂລກລະບາດໂຄວິດ - 19
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ

ວັນ​ທີ 10 ຕຸ​ລາ, ຫ້ອງວ່າ​ການ​ລັດ​ຖະ​ບານປະ​ກາດ​ໃຊ້​ແຈ້ງການ​ເລກ​ທີ 264/TB-VPCP, ແຈ້ງການສະຫຼຸບ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຟ້າມ​ມິງ​ຈິງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ທີ່​ໄດ້​ດຳ​ເນີນ​ໃນ​ວັ​ນທີ 9 ຕຸ​ລາ.

ຕ​າມ​ນັ້ນ​ແລ້ວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີໄດ້​ຮຽກ​ຮ້ອງ​ຕ້ອງ​ປ່ຽນ​ແປງ​ໃໝ່​ຈິ​ນ​ຕ​ະ​ນາ​ການແລະມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ເໝາະ​ສົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີໄດ້​ມອບ​ໜ້າ​ທີ່​ໃຫ້​ແກ່ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນສຸມ​ໃສ່​ຜັນ​ຂະ​ຫຍາຍ​ບາງວຽກ​ງານ​ຈຸດ​ສຸມຄື​ດັ່ງ​ນີ້:

ທີໜຶ່ງ​ແມ່ນກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ເປັນ​ປະທານ​ຈັດ​ຕັ້ງ, ພ້ອມ​ກັບ​ຫ້ອງວ່າ​ການ​ລັດ​ຖະ​ບານຕັ້ງ​ໜ້າ​ເປັນ​ເສ​ນາ​ທິ​ການ​ປະ​ກາດ​ໃຊ້​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປັບ​ຕົວ​ໃຫ້​ແທດ​ເໝາະ, ມີໄຫວ​ພິບ, ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນເພື່ອ​ທັ​ງ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດຢ່າງ​ມີ​ປະ​ສິ​ດ​ທິ​ຜົນ, ທັງ​ຟື້ນ​ຟູແລະພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມ.

ທີສອງ​ແມ່ນທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ, ທ້ອງ​ຖິ່ນເມື່ອ​ຫັນ​ເອ​ກະ​ສານ​ຊີ້​ນຳ​ເປັນ​ອັນລະ​ອຽດ​ຕ້ອງ​ປະ​ຕິ​ບັດ​ຢ່າງ​ຖືກ​ຕ້ອງແລະບໍ່ໃຫ້ຝືນ​ກັບບັນ​ດາ​ຂໍ້​ກຳ​ນົດ​ຂອງ​ສູນ​ກາງ​ຢ່າງ​ເດັດ​ຂາດ, ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕ້ອງ​ເປັນ​ເອ​ກະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະເທດ, ຢຸດ​ຕິ​ສະ​ພາບ​ການ​ບ່ອນ​ໃດ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ບ່ອນ​ນັ້ນ, ສ່ອງ​ແສງ​ຂຶ້ນ​ຂັ້​ນ​ເທິງໂດຍກົງຢ່າງ​ທັນ​ການຖ້າ​ຫາກກວດ​ພົບ​ຂໍ້​ຕິດ​ຂັດ​ໃນ​ຕົວ​ຈິງແລະມີ​ໄຫວ​ພິບ​ໃນ​ແຕ່​ລະ​ກໍ​ລະ​ນີ​ຢ່າງ​ລະ​ອຽດ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ມີ​ໜ້າ​ທີ່ກວດ​ກາ, ຕ້ອງກ​ວດ​ກາແລະແກ້​ໄຂໃນທັນທີ.

​ທີສາມ​ແມ່ນບັນ​ດາ​ທ້ອງ​ຖິ່ນ​ສົມ​ທົບ​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ຈັດ​ຕັ້ງ​ຕ້ອນ​ຮັບ, ຄຸ້ມຄອງ​ປະ​ຊາ​ຊົນ​ກັບ​ຄືນ​ບ້ານ​ເກີດ​ເມືອງນອນ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມແລະມີ​ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ຕາມ​ຂໍ້​ກຳ​ນົດ.

ທີສີ່​ແມ່ນຕ້ອງ​ເພີ່ມ​ທະ​ວີການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ການ​ທູດ​ວັກ​ຊິນ, ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ແລ້ວແລະພິ​ຈາ​ລະ​ນາ​ຢ່າງ​ລະ​ອຽດແລະມີ​ວິ​ທະ​ຍາ​ສາດໃນ​ການ​ນຳ​ເຂົ້າ​ຄັ້ງ​ຕໍ່​ໄປ, ຄິດ​ໄລ່​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ເດັກ​ນ້ອຍແລະແຜນ​ການ​ໃຫ້​ແກ່​ປີ 2022, ຊຸກ​ຍູ້​ການ​ຄົ້ນ​ຄ້​ວາ, ຜະ​ລິດ​ພາຍ​ໃນ​ປະ​ເທດ, ລວມ​ມີ​ການ​ຮັບ​ປະ​ກັນ​ຄ​ວາມ​ປອດ​ໄພ, ພາ​ວະ​ວິ​ໄສ, ​ຊື່ສັດ, ວິ​ທະ​ຍາ​ສາດ, ຍູ້​ແຮງ​ການ​ຈັດ​ຕັ້ງ​ບັ້ນ​ສັກ​ວັກ​ຊິນ​ຢ່າງ​ປອດ​ໄພ, ມີ​ວິ​ທະ​ຍາ​ສາດ, ມີ​ປະ​ສິດ​ທິ​ຜົນກ່​ວາ​ອີກ.

ທີຫ້າ​ແມ່ນມີ​ຂັ້ນ​ຕອນ​ຮັບ​ມື​ຢ່າງ​ປອດ​ໄພ, ມີ​ໄຫວ​ພິບ, ຟື້ນ​ຟູ​ບັນ​ດາ​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເຊື່ອມ​ຊຶມ​ທັດ​ສະ​ນະ​ຜະ​ລິດ​ຕ້ອງ​ມີ​ຄວາມ​ປອດ​ໄພ, ວິ​ສາ​ຫະ​ກິດ​ຕ້ອງ​ເປັນ​ໃຈ​ກາງ, ແມ່ນ​ເຈົ້າໃນ​ການ​ຜະ​ລິດ​ຢ່າງ​ປອດ​ໄພ, ເສີມ​ຂ​ະ​ຫຍາຍ​ລັກ​ສະ​ນະ​ເປັນ​ເຈົ້າ​ການ, ຄວາມ​ເປັນ​ເຈົ້າ​ຕົນ​ເອງແລະຍົກ​ສູງ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບຂອງ​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ​ກັບ​ປະ​ຊາ​ຄົມ, ສັງ​ຄົມແລ​ະ​ ປະ​ເທດ​ຊາດ.

ທີ​ຫົກ​ແມ່ນເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ທົ່ວ​ໂລກກ່ຽວ​ກັບ​ການ​ຈໍ​ລະ​ຈອນແລະການ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ(ທາງນຳ້, ທາງ​ບົກ, ທາງອາກາດ), ມີ​ການ​ຄຸ້ມຄອງ, ດັດ​ສົມ​ຂອງ​ລັດ​ຖະ​ບານ,ບໍ່​ໃຫ້ປະ​ກາດ​​ເອ​ກະ​ສານ​ຍ່ອຍ​ຢ່າງ​ເດັດ​ຂາດ, ບໍ່​ແບ່ງ​ແຍກ, ຈຳ​ກັດ​ເຂດ, ຜັນ​ຂະ​ຫຍາຍ​ຢ່າງ​ລະ​ມັດ​ລະ​ວັງ, ປອດ​ໄພ, ປະ​ຕິ​ບັດ​ທົດ​ລອງ​ຕາມ​ອາ​ທິດເພື່ອ​ດັດ​ປັບ​ຢ່າງ​ເໝາະ​ສົມແລະຕ້ອງ​ເພີ່ມ​ທະ​ວີ​ການກວດ​ກາ, ຕິດ​ຕາມ.

ທີເຈັດ​ແມ່ນສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ໜູ​ນ​ຊ່ວຍ​ຊີ​ວິດ​ສັງ​ຄົມ, ບໍ່​ປະ​ໃຫ້ລາຍຊື່ເປົ້າ​ໝາຍ​ທີ່​ຕ້ອງ​ການ​ໜູນ​ຊ່ວຍຕົກເຮ່ຍ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມແລະບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ທີແປດ​ແມ່ນເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ​ຕາມ​ທິດ​ເປັນ​ເຈົ້າ​ການ, ມີ​ແຜນ​ການ​ຢ່າງ​ລະ​ອຽດ, ສ່ອງ​ແສງ​​ສະ​ພາບ​ການຢ່າງ​ຖືກ​ຕ້ອງ, ດ້ວຍ​ຈິດ​ໃຈ “ຖື​ຄວາມ​ຕັ້​ງ​ໜ້າ​ຍູ້​ໄພ​ຫຍໍ້​ທໍ້​ໃຫ້​ຖອຍ​ໄປ,ເອົາ​ຄວາມ​ດີລົບ​ລ້າງ​ຄວາມ​ຊົ່ວ”, ບໍ່​ປະ​ໃຫ້​ບັນ​ດາ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ​ສວຍ​ໃຊ້, ທຳ​ລາຍ.

ທີ​ເກົ້າ​ແມ່ນສືບ​ຕໍ່​ປະ​ຕິ​ບັດ​ສຳ​ເລັດ​ໂປ​ແກຼ​ມ PC-COVID ຢ່າງຮີບດ່ວນເພື່ອ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ການ​ນຳ​ໃຊ້​ເພື່ອ​ສ້າງ​ຄວາມ​ສະ​ດວກແລະຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄວາມ​ໝັ້ນ​ຄົງ​ທາງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.