ສະເໜີຂຸດຄົ້ນບັນດາຖ້ຽວບິນໄປຍັງ ໂນ້ຍບາຍ ເລີ່ມແຕ່ວັນທີ 10 ຕຸລາ

06:30 | 13/10/2021

ຍສໝ - ກະຊວງຄົມມະນາຄົມຂົນສົ່ງ ຫາກໍ່ສົ່ງເອກະສານເຖິງການນຳນະຄອນຮ່າໂນ້ຍ, ສະເໜີແຜນການຊົ່ວຄາວປະຕິບັດເສັ້ນທາງການບິນພາຍໃນຕາມແບບປົກກະຕິ ໃນການໄປ ແລະ ມາຍັງສະໜາມບິນໂນ້ຍບາຍ (ຮ່າໂນ້ຍ).

ເວີນດົ່ນຕ້ອນຮັບຖ້ຽວບິນທົດລອງ ເວີນດົ່ນຕ້ອນຮັບຖ້ຽວບິນທົດລອງ "ໜັງສືຜ່ານແດນວັກຊີນ" ຄັ້ງທີ 4
ຖ້ຽວບິນສົ່ງອຸປະກອນການແພດ, ເຄື່ອງໃຊ້ທີ່ຈໍາເປັນໃຫ້ແກ່ບັນດາກົມກອງທີ່ປະຕິບັດໜ້າທີ່ປ້ອງກັນ, ຕ້ານພະຍາດໂຄວິດ-19 ຖ້ຽວບິນສົ່ງອຸປະກອນການແພດ, ເຄື່ອງໃຊ້ທີ່ຈໍາເປັນໃຫ້ແກ່ບັນດາກົມກອງທີ່ປະຕິບັດໜ້າທີ່ປ້ອງກັນ, ຕ້ານພະຍາດໂຄວິດ-19

ຕາມນັ້ນແລ້ວ, ກະຊວງຄົມມະນາຄົມ ສະເໜີສອງແຜນງານ ໃນການຜັນຂະຫຍາຍຖ້ຽວບິນພາຍໃນປະເທດ ລະຫວ່າງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ນັບແຕ່ວັນທີ 10 ຕຸລາ.

ແຜນງານທີ 1, ກະຊວງຄົມມະນາຄົມ ສະເໜີໃຫ້ຈັດຖ້ຽວບິນລະຫວ່າງຮ່າໂນ້ຍ - ນະຄອນໂຮ່ຈີມິນ ດ້ວຍການເດີນທາງໄປ-ກັບ ຈຳນວນ 2 ຖ້ຽວຕໍ່ມື້.

ສະເໜີຂຸດຄົ້ນບັນດາຖ້ຽວບິນໄປຍັງ ໂນ້ຍບາຍ ເລີ່ມແຕ່ວັນທີ 10 ຕຸລາ
ສະເໜີຂຸດຄົ້ນບັນດາຖ້ຽວບິນໄປຍັງ ໂນ້ຍບາຍ ເລີ່ມແຕ່ວັນທີ 10 ຕຸລາ. (ພາບ: hanoimoi.com.vn)

ແຜນງານທີ 2, ຈັດຖ້ຽວໂດຍສານ ຈາກຮ່າໂນ້ຍໄປຫານະຄອນໂຮ່ຈີມິນ ເບື້ອງຕົ້ນຈຳນວນ 4 ຖ້ຽວຕໍ່ມື້. ຜູ້ໂດຍສານທີ່ຈະເດີນທາງດ້ວຍຖ້ຽວບິນ ນອກຈາກຈະຕ້ອງປະຕິບັດຕາມ “ສານ 5K”; ການແຈ້ງອາການສຸຂະພາບທາງການແພດຢູ່ທີ່ຕົ້ນທາງ ແລະ ປາຍທາງຕາມລະບຽບການແລ້ວ, ຍັງຕ້ອງມີໃບຢັ້ງຢືນການສັກຢາວັກຊີນ COVID-19 ຢ່າງຄົບຖ້ວນນຳອີກ.

ຜູ້ໂດຍສານທີ່ອອກເດີນທາງຈາກພື້ນທີ່ທີ່ຖືກປະເມີນວ່າມີ “ຄວາມສ່ຽງສູງທີ່ສຸດ ທຽບເທົ່າກັບສີແດງ (ລະດັບ 4)” ຈະຕ້ອງກວດຫາເຊື້ອ SARS-CoV-2 ທີ່ມີຜົນເປັນລົບໂດຍວິທີ RT-PCR ຫຼື ການທົດສອບແອນຕີເຈນ ແບບໄວພາຍໃນ 72 ຊົ່ວໂມງ.

ການດັດປັບ ແລະ ເປີດກວ້າງເປົ້າໝາຍຜູ້ໂດຍສານ ຕາມການແນະນຳຂອງກະຊວງສາທາລະນະສຸກ ໃນຈົດໝາຍທາງການເລກທີ 8318 ຈະໄດ້ຮັບການຕີລາຄາບົນສະພາບການຕົວຈິງ ຫຼື ຕາມຄຳເຫັນສະເໜີຂອງນະຄອນຮ່າໂນ້ຍ, ຮັບປະກັນປັດໄຈທີ່ບໍ່ຕ້ອງແຍກແຍກປ່ຽວລວມສູນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.