ເວີນດົ່ນຕ້ອນຮັບຖ້ຽວບິນທົດລອງ "ໜັງສືຜ່ານແດນວັກຊີນ" ຄັ້ງທີ 4

16:30 | 24/09/2021

ຍສໝ - ວັນທີ 23 ກັນຍາ, ສະໜາມບິນສາກົນ ເວີນດົ່ນ (ແຂວງກວາງນີງ) ໄດ້ຕ້ອນຮັບຖ້ຽວບິນທົດລອງ ນຳໃຊ້ "ໜັງສືຜ່ານແດນວັກຊີນ" ຄັ້ງທີ 4 ຕາມໂຄງການແຍກປ່ຽວທາງການແພດ 7 ວັນຂອງກະຊວງສາທາລະນະສຸກ.

ກອງພົນ 968 ທະຫານເຂດ 4  ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021 ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021
ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4% ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4%
ພາບປະກອບ
ພາບປະກອບ

ຖ້ຽວບິນເລກທີ VN18 ທີ່ບັນທຸກຜູ້ໂດຍສານ 301 ຄົນຈາກປະເທດຝຣັ່ງໄດ້ລົງຈອດ ທີ່ສະໜາມບິນສາກົນ ເວີນດົ່ນ ໃນເວລາ 18:59 ໂມງຂອງວັນທີ 23 ກັນຍາ ນີ້ ແລະກໍ່ເປັນຖ້ຽວບິນສຸດທ້າຍໃນການຈັດຕັ້ງທົດລອງຕ້ອນຮັບຜູ້ໂດຍສານທີ່ມີ “ໜັງສືຜ່ານແດນວັກຊີນ” ເຂົ້າມາຫວຽດນາມ. ຜູ້ໂດຍສານທັງໝົດເປັນພົນລະເມືອງຫວຽດນາມກັບຄືນປະເທດຈາກເອີຣົບ.

ຄະນະກໍາມະການປະຊາຊົນແຂວງກວາງນີງ ຫາກໍ່ໃຫ້ຮູ້ວ່າ, ແຂວງນີ້ວາງເປົ້າໝາຍສູ້ຊົນໃນໄຕມາດທີ IV ປີນີ້ຈະຕ້ອນຮັບນັກທ່ອງທ່ຽວປະມານ 1,9 ເຖິງ 2 ລ້ານເທື່ອຄົນ, ລວມຍອດລາຍຮັບບັນລຸ 4.000-4.500 ຕື້ດົ່ງ. ໃນໄລຍະແຕ່ນີ້ເຖິງໝົດເດືອນຕຸລາ ຈະສຸມໃສ່ກະຕຸ້ນການທ່ອງທ່ຽວພາຍໃນແຂວງຕິດພັນກັບການຄວບຄຸມຮັບປະກັນຄວາມປອດໄພຕໍ່ເຊື້ອພະຍາດໂຄວິດ-19 ຢ່າງແໜ້ນແຟ້ນ.

ໄຊພອນ

ເຫດການ
302 Found

Found

The document has moved here.