ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ຢູ່ໃນ 100 ນະຄອນແຖວໜ້າຂອງໂລກ 2023

00:00 | 12/12/2023

ຍສໝ - ນະຄອນ​ໂຮ່ຈີ​ມິນຢືນ​ຢູ່​ອັນ​ດັບ​ທີ 85, ຮ່າ​ໂນ້ຍ ຢືນ​ອັນ​ດັບ​ທີ 98 ​ໃນ 100 ສະຖານທີ່​ທ່ອງ​ທ່ຽວແຖວໜ້າຂອງ​ໂລກ​ໃນ​ປີ 2023.

Vietjet ເປີດສາຍການບິນໂດຍກົງ ນະຄອນໂຮ່ຈີມິນ - ວຽງຈັນ ແລະ ປະກາດການຮ່ວມມືຮອບດ້ານກັບ Lao Airlines Vietjet ເປີດສາຍການບິນໂດຍກົງ ນະຄອນໂຮ່ຈີມິນ - ວຽງຈັນ ແລະ ປະກາດການຮ່ວມມືຮອບດ້ານກັບ Lao Airlines
ຮ່າໂນ້ຍ ຢູ່ໃນ top 100 ນະຄອນທີ່ດີທີ່ສຸດໃນໂລກ ປີ 2024 ຮ່າໂນ້ຍ ຢູ່ໃນ top 100 ນະຄອນທີ່ດີທີ່ສຸດໃນໂລກ ປີ 2024

ວັນ​ທີ 11 ທັນວາ​ນີ້, CNN ​ໄດ້​ປະກາດ​ບັນຊີ​ລາຍ​ຊື່ 100 ​ເມືອງ​ເປັນ​ສະຖານທີ່ແຖວໜ້າ​ຂອງ​ໂລກ​ໃນ​ປີ 2023 ອີງ​ຕາມ​ການ​ລາຍ​ງານ​ປະຈຳ​ປີ​ຂອງ​ບໍລິສັດ​ຄົ້ນຄວ້າ​ຕະຫຼາດ​ໂລກ Euromonitor International. ຫວຽດນາມ ມີ 2 ຕົວແທນ​ໃນ 100 ອັນ​ດັບ​ໜຶ່ງ​ຄື: ນະຄອນ​ໂຮ່ຈິ​ມິນ (ທີ 85) ​ແລະ ຮ່າ​ໂນ້ຍ (ທີ 98).

ອັນ​ດັບ​ໜຶ່ງ​ແມ່ນ​ປາຣີ ​ແລະ​ນີ້​ເປັນ​ເທື່ອ​ທີ​ສາມ​ທີ່​ນະຄອນຫຼວງ​ຝຣັ່ງ​ ຈັດຢູ່​ໃນອັນດັບນີ້. ຮອງເປັນຂອງ ດູໄບ, UAE. ໂຕກຽວ, ນະຄອນຫຼວງຂອງຍີ່ປຸ່ນ, ຢູ່ໃນ 10 ອັນດັບທໍາອິດ ແລະ ເປັນອັນດັບທີ 4 ຖັດຈາກ Madrid ຍ້ອນການປັບປຸງຂອງພື້ນຖານໂຄງລ່າງທ່ອງທ່ຽວ. ເງິນເຢນທີ່ອ່ອນຄ່າແມ່ນຖືວ່າໄດ້ນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ນັກທ່ອງທ່ຽວຕ່າງປະເທດໄປທ່ອງທ່ຽວດ້ວຍລາຄາຖືກ ແຕ່ຍັງໄດ້ຮັບຄຸນນະພາບການບໍລິການທີ່ດີ. ຊື່ທີ່ຍັງເຫຼືອຢູ່ໃນ 10 ອັນດັບຕົ້ນປະກອບມີ ອຳສະເຕີດຳ, ເບີລິນ, ໂຣມ, ນິວຢອກ, ບາເຊໂລນາ ແລະ ລອນດອນ.

ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ຢູ່ໃນ 100 ນະຄອນແຖວໜ້າຂອງໂລກ 2023
ໄປສະນີນະຄອນໂຮ່ຈິມິນ ຢູ່ໃນໝວດ 10 ສະຖານທີ່ເຊັກອິນທີ່ໜ້າສົນໃຈໃນນະຄອນ. ພາບ: ກິວເຈີນ

ບັນດານະຄອນເອີຣົບ ປະກົດວ່າຫຼາຍທີ່ສຸດໃນຕາຕະລາງຈັດອັນດັບໂດຍມີ 7 ເມືອງໃນ 10 ອັນດັບຕົ້ນ ແລະ 63 ເມືອງໃນ 100 ອັນດັບ. ອາຊີໄດ້ຮັບການຕີລາຄາວ່າ "ມີຜົນງານທີ່ດີ" ໃນ 20 ອັນດັບທໍາອິດໂດຍມີ 6 ຕົວແທນ. ນອກ​ຈາກ​ຫວຽດ​ນາມ​ແລ້ວ, ຍັງ​ມີ 3 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ໄດ້​ຮັບ​ລາງວັນ​ຄື: ໄທ, ມາ​ເລ​ເຊຍ ແລະ ສິງ​ກະ​ໂປ. ນະຄອນຫຼວງ ບາງກອກ ໄດ້ຈັດຢູ່ອັນດັບ 33, ພູເກັດ ອັນດັບທີ 80 ແລະ ພັດທະຍາ-ຊົນບູລີໄດ້ ອັນດັບ 84, ໂຈໂຮ ບາຮູ ອັນດັບ 87, ສິງກະໂປ ອັນດັບ 11.

ຜູ້ຊ່ຽວຊານທົ່ວໂລກໄດ້ຄັດເລືອກ ແລະໃຫ້ຄະແນນ 55 ໝວດເນື້ອໃນພາຍໃຕ້ 6 ມາດຖານຕົ້ນຕໍຄື: ປະສິດທິຜົນດ້ານເສດຖະກິດ, ປະສິດທິຜົນການທ່ອງທ່ຽວ, ພື້ນຖານໂຄງລ່າງການທ່ອງທ່ຽວ, ນະໂຍບາຍການທ່ອງທ່ຽວ ແລະ ຄວາມດຶງດູດຂອງສະຖານທີ່ທ່ອງທ່ຽວ, ເພື່ອດ້ານສຸຂະພາບ ເເລະ ຄວາມປອດໄພ, ຄວາມຍືນຍົງ.

ຕາມ​ຂ່າວ CNN ​ແລ້ວ, ການທ່ອງທ່ຽວ​ສາກົນ​ສືບ​ຕໍ່​ຟື້ນຄືນຢ່າງ​ແຂງ​ແຮງ, ຄາດ​ວ່າ​ຈະ​ບັນລຸ 1,3 ຕື້​ເທື່ອ​ຄົນ​ໃນ​ທ້າຍ​ປີ 2023 ​ແລະ ສ້າງ​ລາຍ​ຈ່າຍ​ການທ່ອງທ່ຽວ​ທົ່ວ​ໂລກ​ປະມານ 1.700 ຕື້ USD. ອິສຕັນບູລ ຂອງ ຕວກກີ ເປັນເມືອງທີ່ຕ້ອນຮັບນັກທ່ອງທ່ຽວຫຼາຍທີ່ສຸດໃນໂລກ ໃນປີ 2023, ຖັັດມາແມ່ນ ດູໄບ ແລະ ລອນດອນ. ສອງ​ເມືອງ​ທີ່​ມີ​ການ​ເຕີບ​ໂຕ​ສູງ​ສຸດ​ຕໍ່​ປີ​ໃນ 100 ອັນ​ດັບ​ຕົ້ນ​ແມ່ນ​ ຮົ່ງ​ກົງ (2,495%) ແລະ ບາງ​ກອກ (142%).

​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ​ບັນດາ​ນັກ​ຊ່ຽວຊານ​ແລ້ວ, ການ​ເຕີບ​ໂຕ​ດ້ານ​ການທ່ອງທ່ຽວ​ແມ່ນ “ມີທັງດີ ແລະ ກົງກັນຂ້າມ” ​ເພາະວ່າ​ຈຳນວນ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍກໍ່ມີ​ຄວາມໝາຍຄືກັນກັບນ້ຳໜັກເກີນ, ອາດຈະນຳມາ​ເຊິ່ງຜົນ​ສະທ້ອນທີ່​ບໍ່​ດີ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ຊີວິດ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.