"ອ້ອມແຂນແຫ່ງຄວາມຮັກ - ປະເທດຊາດເປັນຈິດໜຶ່ງໃຈດຽວ, ເອົາຊະນະພະຍາດໂຄວິດ -19"

09:00 | 01/10/2021

ຍສໝ - ຕອນຄ່ຳວັນທີ 27 ກັນຍາ, ໂຄງການແລກປ່ຽນສິລະປະ “ອ້ອມແຂນແຫ່ງຄວາມຮັກ” ດ້ວຍຫົວຂໍ້ “ປະເທດຊາດເປັນຈິດໜຶ່ງໃຈດຽວ ເອົາຊະນະພະຍາດໂຄວິດ -19" ໄດ້ຈັດຕັ້ງໂດຍພະແນກວັດທະນະທຳ ແລະ ກິລານະຄອນໂຮ່ຈີມິນ ກັບ ອົງການຈັດຕັ້ງວິທະຍາສາດ ແລະ ຜູ້ຊ່ຽວຊານຫວຽດນາມທົ່ວໂລກ (AVSE Global) ແລະ ກອງທຶນ ຈິ້ງກົງເຊີນ ໃນຮູບແບບຖ່າຍທອດສົດ ດ້ວຍຫຼາຍຈຸດເຊື່ອມຕໍ່ທີ່ແຕກຕ່າງກັນ ແຕ່ເໜືອເຖິງໃຕ້.

ໃຫ້ບູລິມະສິດການໜູນຊ່ວຍເດັກນ້ອຍກ່ຳພ້າ ເນື່ອງຈາກການລະບາດຂອງພະຍາດໂຄວິດ -19 ໄດ້ຮັບການເບິ່ງແຍງດູແລ ໃຫ້ບູລິມະສິດການໜູນຊ່ວຍເດັກນ້ອຍກ່ຳພ້າ ເນື່ອງຈາກການລະບາດຂອງພະຍາດໂຄວິດ -19 ໄດ້ຮັບການເບິ່ງແຍງດູແລ
ເພີ່ມທະວີການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ໃນເຂດສາມຫລ່ຽມພັດທະນາ ເພີ່ມທະວີການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ໃນເຂດສາມຫລ່ຽມພັດທະນາ

ກ່າວຄຳເຫັນທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ -19 ໄດ້ຕີລາຄາສູງຂໍ້ລິເລີ່ມຂອງການຈັດຕັ້ງຄອນເສີດ "ອ້ອມແຂນແຫ່ງຄວາມຮັກ - ປະເທດຊາດເປັນຈິດໜຶ່ງໃຈດຽວ, ເອົາຊະນະພະຍາດໂຄວິດ -19". ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢືນຢັນວ່າ ມູນເຊື້ອແຫ່ງຄວາມສາມັກຄີ, ສະຕິປັນຍາ ແລະ ນໍ້າໃຈຄວາມເມດຕາ ຂອງຊາວຫວຽດນາມທຸກໆຄົນໃນທົ່ວໂລກ ຈະລວມເຂົ້າກັນ ແລະ ແຜ່ຂະຫຍາຍອອກໄປ, ໂດຍສະເພາະ ໃນເວລາທີ່ຫຍຸ້ງຍາກຂອງປະເທດຊາດ, ເປັນຢຸກຢາ, ເປັນກຳລັງຜັກດັນທີ່ສໍາຄັນ ເພື່ອຈະຊະນະໃນທຸກຄວາມຫຍຸ້ງຍາກ ແລະ ໂດຍສະເພາະ ແມ່ນການແຜ່ລະບາດຂອງພະຍາດ ໂຄວິດ -19.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ລາຍການ. (ພາບ: vtv)

ຕາມນາຍົກລັດຖະມົນຕີ ຟ້າມມິງຈິງ, ມາຮອດປັດຈຸບັນ, ການລະບາດຂອງພະຍາດໂຄວິດ -19 ແມ່ນຄ່ອຍໆຖືກຄວບຄຸມ, ນັບທັງຢູ່ໃນສະຖານທີ່ໃຈກາງຂອງພະຍາດ ໂຄວິດ -19 ເຊັ່ນ ນະຄອນໂຮ່ຈີມິນ ແລະ ແຂວງອ້ອມຂ້າງ. ແນວໃດກໍ່ຕາມ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຍັງມີຢູ່ຕໍ່ໜ້າ ເມື່ອການລະບາດຜັນແປໂດຍຍາກທີ່ຈະຄາດຄະເນໄດ້. ແຕ່ຍ້ອນໃນການຕໍ່ສູ້ທີ່ຫຍຸ້ງຍາກ ແລະ ທ້າທາຍນີ້, ພວກເຮົາໄດ້ເຫັນປະຈັກຕາເຖິງຄວາມເຂັ້ມແຂງຂອງມະນຸດສະທຳ, ຄວາມສາມັກຄີ, ການແບ່ງປັນ, ຄວາມກ້າຫານ, ການເສຍສະຫຼະເພື່ອຊຸມຊົນ, ຄວາມຕັ້ງໝັ້ນ ແລະ ກໍາລັງພາຍໃນທີ່ເຂັ້ມແຂງ ເພື່ອເອົາຊະນະຄວາມຫຍຸ້ງຍາກ ໃນແຕ່ລະຄົນເພື່ອພ້ອມກັບປະເທດຊາດ ເອົາຊະນະການລະບາດຂອງພະຍາດ.

ທີ່ລາຍການ, ຄະນະຈັດຕັ້ງໄດ້ຮັບເກືອບ 103 ຕື້ດົ່ງ ຈາກບັນດາອົງການຈັດຕັ້ງ, ວິສາຫະກິດ ແລະ ສ່ວນບຸກຄົນ ທີ່ສະໜັບສະໜູນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຢູ່ນະຄອນໂຮ່ຈີມິນ. ເຄືອຂ່າຍຂອງອົງການວິທະຍາສາດ ແລະ ຜູ້ຊ່ຽວຊານຫວຽດນາມທົ່ວໂລກ (AVSE Global) ໄດ້ລະດົມເງິນຊ່ວຍເຫຼືອຫຼາຍສິບລ້ານໂດລາ ຈາກບັນດາປະເທດຄື ອາເມຣິກາ, ອັງກິດ, ຝຣັ່ງ ແລະ ອື່ນໆ, ປະກອບມີ ອຸປະກອນການແພດທີ່ຈໍາເປັນ ເຊັ່ນ: ເຄື່ອງຊ່ວຍຫາຍໃຈ, ຕຽງຄົນເຈັບ, ໜ້າກາກ, ເຄື່ອງປ້ອງກັນທາງການແພດ… ເຖິງຢ່າງໃດກໍຕາມ, ການຂົນສົ່ງຂອງ ຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກ, ສະນັ້ນ AVSE ຫວັງວ່າ ຜ່ານລາຍການສິລະປະນີ້, ອາດຈະລະດົມທຶນ ເພື່ອນຳເອົາອຸປະກອນການແພດທີ່ຊ່ວຍເຫຼືອກັບບ້ານໄດ້ຢ່າງວ່ອງໄວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.