ໃຫ້ບູລິມະສິດການໜູນຊ່ວຍເດັກນ້ອຍກ່ຳພ້າ ເນື່ອງຈາກການລະບາດຂອງພະຍາດໂຄວິດ -19 ໄດ້ຮັບການເບິ່ງແຍງດູແລ

19:07 | 28/09/2021

ຍສໝ - ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫາກໍ່ໄດ້ສົ່ງໜັງສືທາງການ ໄປຫາບັນດາແຂວງ ແລະ ເມືອງ ເພື່ອໃຫ້ບູລິມະສິດໃນການຈັດແຈງ ແລະ ໜູນຊ່ວຍເດັກນ້ອຍກ່ຳພ້າ ຍ້ອນການລະບາດຂອງພະຍາດໂຄວິດ -19 ເພື່ອໄດ້ຮັບການເບິ່ງແຍງດູແລແທນຍາດພີ່ນ້ອງ, ບຸກຄົນ ແລະ ຄອບຄົວທີ່ຮັບເບິ່ງແຍງດູແລ, ເຮັດໃຫ້ເດັກນ້ອຍສາມາດຢູ່ໃນສະພາບແວດລ້ອມຄອບຄົວ ແລະ ຮັບປະກັນຜົນປະໂຫຍດອັນດີທີ່ສຸດໃຫ້ແກ່ເດັກ.

ລາວ: ການສັກວັກຊີ​ນແມ່ນເພື່ອແກ້ໄຂພາວະສຸກເສີນຈາກການລະບາດ ຂອງພະຍາດ COVID-19 ຈຶ່ງໄດ້ສຸມໃສ່ກຸ່ມເປົ້າໝາຍບູລິມະສິດກ່ອນ ລາວ: ການສັກວັກຊີ​ນແມ່ນເພື່ອແກ້ໄຂພາວະສຸກເສີນຈາກການລະບາດ ຂອງພະຍາດ COVID-19 ຈຶ່ງໄດ້ສຸມໃສ່ກຸ່ມເປົ້າໝາຍບູລິມະສິດກ່ອນ
ສິນຄ້າສົ່ງອອກຈາກຫວຽດນາມ ໄປຍັງອັງກິດ ໄດ້ຊົມໃຊ້ພາສີບູລິມະສິດ GSP ສິນຄ້າສົ່ງອອກຈາກຫວຽດນາມ ໄປຍັງອັງກິດ ໄດ້ຊົມໃຊ້ພາສີບູລິມະສິດ GSP

ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫາກໍ່ປະກາດໃຊ້ໜັງສືທາງການ ສະບັບເລກທີ 3234/LDTBXH-TE ສົ່ງເຖິງຄະນະກໍາມະການປະຊາຊົນບັນດາແຂວງ ແລະ ນະຄອນຂຶ້ນກັບສູນກາງ ກ່ຽວກັບການຈັດຕັ້ງປະຕິບັດມາດຕະການໃນການດູແລເດັກນ້ອຍກ່ຳພ້າ ໃຫ້ທັນເວລາ ເນື່ອງຈາກການລະບາດຂອງພະຍາດໂຄວິດ -19.

ເພື່ອດູແລ, ລ້ຽງດູ, ຫຼຸດຜ່ອນຄວາມເຈັບປວດ ແລະ ການສູນເສຍຂອງເດັກນ້ອຍຢ່າງທັນການ, ຄະນະກຳມະການແຫ່ງຊາດກ່ຽວກັບເດັກນ້ອຍ ແລະ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ສະເໜີໃຫ້ຄະນະກຳມະການປະຊາຊົນບັນດາແຂວງ ແລະ ນະຄອນຂຶ້ນກັບສູນກາງ ອັບເດດຈຳນວນເດັກນ້ອຍ, ລາຍຊື່, ສະພາບການລະອຽດ ແລະ ເງື່ອນໄຂໃນການດູແລສະເພາະແຕ່ລະກໍລະນີຂອງເດັກນ້ອຍທີ່ພໍ່ແມ່ເສຍຊີວິດ ຍ້ອນການລະບາດຂອງພະຍາດໂຄວິດ -19, ຄວາມມຸ່ງມາດປາດຖະໜາຂອງເດັກນ້ອຍ ແລະ ຜູ້ປົກຄອງເດັກ ເພື່ອໃຫ້ມີມາດຕະການຊ່ວຍເຫຼືອທີ່ທັນເວລາ, ເໝາະສົມ.

ໃຫ້ບູລິມະສິດການໜູນຊ່ວຍເດັກນ້ອຍກ່ຳພ້າ ເນື່ອງຈາກການລະບາດຂອງພະຍາດໂຄວິດ -19 ໄດ້ຮັບການເບິ່ງແຍງດູແລ
ໃຫ້ບູລິມະສິດການໜູນຊ່ວຍເດັກນ້ອຍກ່ຳພ້າ ເນື່ອງຈາກການລະບາດຂອງພະຍາດໂຄວິດ -19 ໄດ້ຮັບການເບິ່ງແຍງດູແລ. (ພາບ: qdnd)

ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫາກໍ່ໄດ້ສົ່ງໜັງສືທາງການ ໄປຫາບັນດາແຂວງ ແລະ ເມືອງ ເພື່ອໃຫ້ບູລິມະສິດໃນການຈັດແຈງ ແລະ ໜູນຊ່ວຍເດັກນ້ອຍກ່ຳພ້າ ຍ້ອນການລະບາດຂອງພະຍາດໂຄວິດ -19 ເພື່ອໄດ້ຮັບການເບິ່ງແຍງດູແລແທນຍາດພີ່ນ້ອງ, ບຸກຄົນ ແລະ ຄອບຄົວທີ່ຮັບເບິ່ງແຍງດູແລ, ເຮັດໃຫ້ເດັກນ້ອຍສາມາດຢູ່ໃນສະພາບແວດລ້ອມຄອບຄົວ ແລະ ຮັບປະກັນຜົນປະໂຫຍດອັນດີທີ່ສຸດໃຫ້ແກ່ເດັກ.

ແນະນຳຂັ້ນຕອນ ແລະ ລະບຽບການການດຳເນີນທຸລະກິດ, ການຈັດຕັ້ງ ແລະ ບຸກຄົນທີ່ຕ້ອງການສ້າງຕັ້ງຮາກຖານເບິ່ງແຍງ ແລະ ລ້ຽງດູເດັກກ່ຳພ້າ ຕາມຂໍ້ກຳນົດຂອງມະຕິເລກທີ 103/2017/ND-CP ລົງວັນທີ 12 ກັນຍາ 2017 ຂອງລັດຖະບານ ວ່າດ້ວຍການສ້າງຕັ້ງ, ການຈັດຕັ້ງ, ການເຄື່ອນໄຫວ, ການຍຸບເລີກ ແລະ ການຄຸ້ມຄອງຮາກຖານການຊ່ວຍເຫຼືອສັງຄົມ.

ການດູແລ ແລະ ການລ້ຽງດູ, ປະກອບມີ ການຮັບປະກັນສິດໃນການຮ່ຳຮຽນຂອງເດັກນ້ອຍຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍເດັກນ້ອຍ ແລະ ກົດໝາຍວ່າດ້ວຍການສຶກສາ, ໃນນັ້ນ ມີຂໍ້ກຳນົດກ່ຽວກັບການສຶກສາເຊື່ອມໂຍງ.

ເມື່ອມີບັນຫາ ຫຼື ກໍລະນີສຸກເສີນທີ່ກ່ຽວຂ້ອງເຖິງກຸ່ມເດັກກ່ຳພ້າ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ -19, ຕ້ອງເປັນເຈົ້າການແຈ້ງ ແລະ ປະສານສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ (ຜ່ານກົມເດັກນ້ອຍ) ເພື່ອມີວິທີແກ້ໄຂ, ໜູນຊ່ວຍ ແລະ ແນະນໍາໃຫ້ທັນການ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.