ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ກັນ​ໃນ​ການ​ Startup ກັບ​ນັກ​ທຸ​ລະ​ກິດ​ໜຸ່ມ ອານ​ເຊ​ຣີ

18:38 | 29/09/2021

ຍ​ສ​ໝ - ຫວຽດ​ນາມ ໄດ້​ແບ່ງ​ປັນ​ບັນ​ດາ​ມາດ​ຕະ​ການ​ຂອງ​ລັດ​ຖະ​ບານ ໃນ​ການ​ໜູນ​ຊ່ວຍ​ຊາວ​ໜຸ່ມ, ວິ​ສາ​ຫະ​ກິດ Startup ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່ ແລະ ປະ​ດິດ​ຄິດ​ສ້າງ, ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ການ​ຄ້າ ເອ​ເລັກ​ໂຕ​ນິກ.

WeWork ໜູນ​ຊ່ວຍ​ການ​ເພີ່ມ​ຄວາມ​ໄວ​ໃນ​ການ Startup ຢູ່ ຫວຽດ​ນາມ WeWork ໜູນ​ຊ່ວຍ​ການ​ເພີ່ມ​ຄວາມ​ໄວ​ໃນ​ການ Startup ຢູ່ ຫວຽດ​ນາມ
ຫັນ​ແນວ​ຄວາມຄິດ Startup ຂອງ​ປະ​ຊາ​ຄົມ​ຊາວ​ໜຸ່ມ ຫວຽດ​ນາມ ອາ​ໄສ​ຢູ່ ອົດ​ສະ​ຕາ​ລີ ​ໃຫ້ປະ​ກົດ​ຜົນ​ເປັນ​ຈິງ ຫັນ​ແນວ​ຄວາມຄິດ Startup ຂອງ​ປະ​ຊາ​ຄົມ​ຊາວ​ໜຸ່ມ ຫວຽດ​ນາມ ອາ​ໄສ​ຢູ່ ອົດ​ສະ​ຕາ​ລີ ​ໃຫ້ປະ​ກົດ​ຜົນ​ເປັນ​ຈິງ
ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ກັນ​ໃນ​ການ​ Startup ກັບ​ນັກ​ທຸ​ລະ​ກິດ​ໜຸ່ມ ອານ​ເຊ​ຣີ

ທ່ານ ຮ່​ວາງ​ດຶກຍວັນ, ທີປຶກສາຝ່າຍ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ອານ​ເຊ​ຣີ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ. (ພາບ: TTXVN)

ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ດ້ວຍ​ຫົວ​ຂ​ໍ້ “ເສດ​ຖະ​ກິດ ອານ​ເຊ​ຣີ ວິ​ໄສ​ທັດ 2030” ໂດຍ​ສະ​ມາ​ຄົມ​ຊາວ​ໜຸ່ມ ອານ​ເຊ​ຣີ ຈັດ​ຕັ້ງ​ຄັ້ງ​ທຳ​ອິດ, ພາຍ​ໃຕ້​ການ​ອຸ​ປະ​ຖຳ​ຂອງ ທ່ານ​ເຈົ້າ​ແຂວງ Skikda ແລະ ທ່ານ​ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ບັນ​ຫາ Startup ອານ​ເຊ​ຣີ ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 25 – 26 ກັນ​ຍາ ຢູ່​ແຂວງ Skikda, ເຊິ່ງ​ແມ່ນ​ທ້​ອງ​ຖິ່ນໜຶ່ງຢູ່​ທາ​ງ​ພາກ​ໃຕ້ ອານ​ເຊ​ຣີ ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ນ້ຳ​ມັນ​ບໍ່, ກະ​ສິ​ກຳ, ການ​ທ່ອງ​ທ່ຽວ ແລະ ທ່າ​ກ່ຳ​ປັ່ນ.

ຕາມ​ນັກ​ຂ່າວ​ຂອງ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ອານ​ເຊ​ຣີ ​ແລ້ວ, ກອງ​ປະ​ຊຸມ​ສຳ​ມະ​ນາ ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ອຳ​ນາດ​ການ​ປົກ​ຄອງ ແລະ ວິ​ສາ​ຫະ​ກິດ​ທ້ອງ​ຖິ່ນ​ເປັນ​ຈຳ​ນວນຫຼາຍ​ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບາງ​ສະ​ຖານ​ທ​ູດ ແລະ ອົງ​ການ​ທູ​ຕາ​ນຸ​ທູດ ຢູ່ ອານ​ເຊ​ຣີ ​ຄື: ໂປໂລຍ, ອູ​ແກນ​ດາ, Zimbabwe... ຄະ​ນະ​ຜູ້ແທນ ຫວຽດ​ນາມ ໂດຍ​ທ່ານ ຮ່​ວາງ​ດຶກຍວັນ, ທີປຶກສາຝ່າຍ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ອານ​ເຊ​ຣີ ນຳ​ໜ້າ, ເຂົ້າ​ຮ່ວມກອງ​ປະ​ຊຸມສຳ​ມະ​ນາຄັ້ງນີ້.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ​ຮ່​ວາງ​ດຶກຍ​ວັນ ໄດ້​ແນະ​ນຳ​ກ່ຽວ​ກັບ​ສະ​ພາບ​ການ​ພົວ​ພັນ​ທາງ​ການ​ຄ້າ ແລະ ການ​ລົງ​ທຶນ​ສອ​ງ​ຝ່າຍ ລະ​ຫວ່າງ ອານ​ເຊ​ຣີ ແລະ ຫວຽດ​ນາມ, ພ້ອມ​ທັງ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ສະ​ພາບ​ການ Startup ຢູ່ ຫວຽດ​ນາມ, ບັນ​ດາ​ມາດ​ຕະ​ການ​ຂອງ ລັດ​ຖະ​ບານ ຫວຽດ​ນາມ ໃນ​ການ​ໜູນ​ຊ່ວຍ​ຊາວ​ໜຸ່ມ, ວິ​ສາ​ຫະ​ກິດ Startup ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ, ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ວິ​ທະຍາສາດ - ເຕັກໂນໂລຢີ, ການ​ຄ້າ​ເອກ​ເລັກ​ໂຕ​ນິກ, ສື່ມວນ​ຊົນ, ການ​ລະຫຼິ້ນ​ບັນ​ເທິງ.

ກໍ່​ໃນ​ໂອ​ກາດນີ້, ທ່ານ ຮ່​ວາງ​ດຶກຍ​ວັນ ໄດ້​ມີ​ການ​ພົບ​ປະ​ກັບ​ຫົວໜ້າ​ພະ​ແນ​ກ​ການ​ຄ້າ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ​ບັນ​ດາ​ວິ​ສາ​ຫະ​ກິດ ຂອງ​ແຂວງ Skikda ເພື່ອ​ແລ​ກ​ປ່ຽນກ່ຽວ​ກັບ​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມື ແລະ ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ.

ງານ​ວາງ​ສະ​ແດງ​ສິ​ນ​ຄ້າຫຼາຍ​ຊະ​ນິດ​ຂອງ​ທ້ອງ​ຖິ່ນ ແລະ ບາ​ງ​ປະ​ເທດ​ຄື ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ໄຟ​ຟ້​າ - ເອ​ເລັກ​ໂຕ​ນິກ, ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ເຄືຶ່ອງນຸ່ງທີ່ເປັນມູນເຊື້ອ… ກໍ່​ໄດ້​ດຳ​ເນີນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.