ຫວຽດນາມ ​ໄດ້​ເຜີຍ​ແຜ່​ຖະ​ແຫຼ​ງການ​ສັນຕິພາບ​ຢູ່​ກອງ​ປະຊຸມ​ໂລກ​ປີ 2025 ຕ້ານລະເບີດປະລະມານູ ​ແລະ ​ອາຍຮີໂດຣແຊນ

09:55 | 05/08/2025

ຍສໝ - ແຕ່​ວັນ​ທີ 2-6 ສິງຫາ 2025, ຜູ້ຕາງໜ້າ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ (​ອົງການ​ສະມາຊິກ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ) ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໂລກ​ຕ້ານລະເບີດປະລະມານູ ​ແລະ ​ອາຍຮີໂດຣແຊນ (World Conference against A&H Bombs 2025) ຢູ່ Hiroshima (ຍີ່ປຸ່ນ). ນະ​ທີ່​ນີ້, ຫວຽດນາມ ສືບ​ຕໍ່​ຢືນຢັນ​ຫຼັກ​ໝັ້ນ​ຂອງ​ຕົນ​ໃນ​ການ​ສະໜັບສະໜູນ​ການ​ປົດ​ອາວຸດ​ປະລະມານູ, ເພື່ອ​ໂລກ​ສັນຕິພາບ, ຍຸຕິ​ທຳ ​ແລະ ບໍ່ມີສົງຄາມ.

​ເພີ່ມ​ທະວີ​ການ​ເຜີຍ​ແຜ່​ຮູບ​ພາບ​ຂອງ​ຫວຽດນາມ​ ອອກ​ສູ່​ໂລກ
ປະສົບການ Hanbok ແລະ ດົນຕີ Kpop ຢູ່ “ງານບຸນວັດທະນະທຳມິດຕະພາບ ຫວຽດນາມ - ສ.ເກົາຫຼີ 2025”
ຫວຽດນາມ ​ໄດ້​ເຜີຍ​ແຜ່​ຖະ​ແຫຼ​ງການ​ສັນຕິພາບ​ຢູ່​ກອງ​ປະຊຸມ​ໂລກ​ປີ 2025 ຕ້ານລະເບີດປະລະມານູ ​ແລະ ​ອາຍຮີໂດຣແຊນ
ກອງ​ປະຊຸມ​ໂລກ​ຕ້ານລະເບີດປະລະມານູ ​ແລະ ​ອາຍຮີໂດຣແຊນ (World Conference against A&H Bombs 2025). (ພາບ: My Le)

ກອງ​ປະ​ຊຸມ​ປີ​ນີ້​ດຳ​ເນີນ​ໄປ​ໃນ​ສະ​ພາບ​ພິ​ເສດ, 80 ປີ​ແລ້ວ​ນັບ​ແຕ່​ສອງລະເບີດປະລະມານູຄັ້ງ​ທຳ​ອິດ ແລະ ພຽງ​ແຕ່ ໃນ​ປະ​ຫວັດ​ສາດ​ມະ​ນຸດ​ຖືກ​ນຳ​ໃຊ້, ສ້າງ​ຜົນ​ສະ​ທ້ອນ​ຮ້າຍ​ແຮງ​ຕໍ່​ມະ​ນຸດ. ​ເຫດການ​ດັ່ງກ່າວ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 222 ທ່ານ​ທີ່​ມາ​ຈາກ 15 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ຕາງໜ້າ​ໃຫ້ 46 ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ 3 ອົງການ​ຈັດ​ຕັ້ງ​ສາກົນ / ພາກ​ພື້ນ, ຜູ້ຕາງໜ້າ 6 ອົງການ​ສາກົນ ​ແລະ ລັດຖະບານ​ແຫ່ງ​ຊາດ, ​ແລະ ຜູ້ຕາງໜ້າ 4 ສະພາ​ແຫ່ງ​ຊາດ / ​ເອີ​ລົບ.

ທີ່ພິທີເປີດກອງປະຊຸມ, ທ່ານນາງ ດັ້ງທິງາ, ຮອງເລຂາໃຫຍ່ຄະນະກຳມະການສັນຕິພາບຫວຽດນາມ ໄດ້ມອບສານຄວາມສາມັກຄີຂອງທ່ານປະທານປະເທດ ສສ ຫວຽດນາມ ເລືອງເກື່ອງ ສົ່ງເຖິງຄະນະຈັດຕັ້ງ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ, ຜູ້ຖືກເຄາະຮ້າຍຈາກລະເບີດປະລະມານູ (Hibakusha) ແລະ ບັນດາຜູ້ຮັກຫອມສັນຕິພາບໃນໂລກ.

​ໃນ​ສານ, ທ່ານ​ປະທານ​ປະ​ເທດ ​ໄດ້​ສະ​ແດງ​ຄວາມ​ສາມັກຄີ​ອັນ​ເລິກ​ເຊິ່ງຂອງ​ລັດ ​ແລະ ປະຊາຊົນ​ຫວຽດນາມ, ​ໂດຍຕີ​ລາຄາ​ສູງ​ບົດບາດ​ບຸກ​ເບີກ​ຂອງ​ບັນດາ​ອົງການ​ສັນຕິພາບ ຍີ່ປຸ່ນ ​ແລະ ສາກົນ ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຮຽກຮ້ອງ​ຍົກ​ເລີກ​ອາວຸດປະລະມານູ ແລະ ຊຸກຍູ້​ສັນຕິພາບ​ແບບ​ຍືນ​ຍົງ​ໃນ​ທົ່ວ​ໂລກ.

ຫວຽດນາມ ​ໄດ້​ເຜີຍ​ແຜ່​ຖະ​ແຫຼ​ງການ​ສັນຕິພາບ​ຢູ່​ກອງ​ປະຊຸມ​ໂລກ​ປີ 2025 ຕ້ານລະເບີດປະລະມານູ ​ແລະ ​ອາຍຮີໂດຣແຊນ
ທ່ານນາງ ດັ້ງທິງາ, ຮອງເລຂາໃຫຍ່ຄະນະກຳມະການສັນຕິພາບຫວຽດນາມ ໄດ້ມອບສານຄວາມສາມັກຄີຂອງທ່ານປະທານປະເທດ ສສ ຫວຽດນາມ ເລືອງເກື່ອງ ເຖິງກອງປະຊຸມ. (ພາບ: My Le)

ຄຽງ​ຂ້າງ​ນັ້ນ, ສານສັນຕິພາບ ແລະ ອວຍພອນ​ຂອງ​ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ກໍ່​ໄດ້​ສົ່ງ​ມາ​ຍັງ​ກອງ​ປະຊຸມ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ສະໜັບສະໜູນ​ຢ່າງເຂັ້ມແຂງ​ຂອງ​ປະຊາຊົນ​ຫວຽດນາມ ​ໃນ​ການ​ເຄື່ອນ​ໄຫວ​ຕ້ານ​ອາວຸດປະລະມານູ ​ແລະ ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ສາກົນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຍຸດຕິ​ທຳ​ໃຫ້ທຸກ​ຄົນ.

ກ່າວ​ຄຳ​ປາໄສ​ທີ່​ເວທີ​ປາ​ໄສ​ສາກົນ​ໃນ​ຂອບ​ເຂດ​ກອງ​ປະຊຸມ, ທ່ານ​ນາງ ດັ້ງ​ທິງ​າ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ເຂົ້າ​ໃຈ​ເຖິງ​ຄຸນຄ່າ​ສັນຕິພາບ, ຄັດຄ້ານ​ທຸກ​ຮູບ​ການ​ນຳ​ໃຊ້​ອາວຸດ​ຍຸດ​ໂທ​ປະກອນ. ທ່ານ​ນາງ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຍົກ​ອອກ​ບັນດາ​ມາດ​ຕະການ​ເພື່ອ​ປະຕິບັດ​ບັນດາ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ການ​ປົດ​ອາ​ວຸດ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ຫ້າມ​ອາວຸດປະລະມານູ (TPNW), ພ້ອມ​ທັງ​ຊຸກຍູ້​ບົດບາດ​ຂອງ​ການ​ເຄື່ອນ​ໄຫວ​ຂອງ​ປະຊາຊົນ​ໃນ​ການ​ສ້າງ​ສັນຕິພາບ​ແບບ​ຍືນ​ຍົງ.

ທີ່ກອງປະຊຸມ, ທ່ານ ຟ້າມຊວນຮື່ງ , ຜູ້ຕາງໜ້າສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄດ້ແບ່ງປັນບັນດາຄວາມມານະພະຍາຍາມຕໍ່ສູ້ເພື່ອຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ ຫວຽດນາມ ແລະ ສະແດງຄວາມສາມັກຄີ, ເຫັນໃຈກັນກັບຜູ້ປະສົບເຄາະຮ້າຍຈາກລະເບີດປະລະມານູ ຍີ່ປຸ່ນ - Hibakusha.

ຫວຽດນາມ ​ໄດ້​ເຜີຍ​ແຜ່​ຖະ​ແຫຼ​ງການ​ສັນຕິພາບ​ຢູ່​ກອງ​ປະຊຸມ​ໂລກ​ປີ 2025 ຕ້ານລະເບີດປະລະມານູ ​ແລະ ​ອາຍຮີໂດຣແຊນ
ກອງ​ປະຊຸມ​ໂລກ​ຕ້ານລະເບີດປະລະມານູ ​ແລະ ​ອາຍຮີໂດຣແຊນ (World Conference against A&H Bombs 2025). (ພາບ: My Le)

ການ​ມີ​ໜ້າ ​ແລະ ສຽງ​ຂອງ​ບັນດາ​ອົງການປະຊາຊົນຫວຽດນາມ ຢູ່​ທີ່​ກອງ​ປະຊຸມ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາມັກຄີ​ສາກົນ​ອັນ​ເລິກ​ເຊິ່ງຂອງ​ຊາວ ຫວຽດນາມ ກັບ​ປະຊາຊົນ ຍີ່ປຸ່ນ ​ແລະ ປະຊາຊົນ​ໃນ​ໂລກ. ພ້ອມ​ກັນ​ນັ້ນ, ​ໄດ້​ປະກອບສ່ວນ​ເຜີຍ​ແຜ່​ຖະ​ແຫຼ​ງການ​ສັນຕິພາບ, ຄັດຄ້ານ​ສົງຄາມ ​ແລະ ສະໜັບສະໜູນ​ອະນາຄົດ​ທີ່​ບໍ່​ມີ​ອາວຸດປະລະມານູ. ການມອບລາງວັນ Nobel ຂະແໜງສັນຕິພາບປີ 2024 ໃຫ້ແກ່ສະຫະພັນບັນດາອົງການຈັດຕັ້ງຜູ້ປະສົບເຄາະຮ້າຍຈາກລະເບີດປະລະມານູ ແລະ ອາຍຮີໂດຣແຊນ (Nihon Hidankyo) ໄດ້ສະແດງໃຫ້ເຫັນເຖິງການສະໜັບສະໜູນຂອງປະຊາຄົມສາກົນໃນການຕໍ່ສູ້ເພື່ອອະນາຄົດທີ່ບໍ່ມີອາວຸດປະລະມານູ.

ກອງ​ປະ​ຊຸມ​ຈະ​ສືບ​ຕໍ່​ມີ​ການ​ປຶກ​ສາ​ຫາ​ລື​ຢູ່ Hiroshima ແລະ Nagasaki ຈົນ​ກ​່​ວາ 9 ເດືອນ​ສິງ​ຫາ 2025.

ໄຂເປີດຄ້າຍພັກແລ້ງຫວຽດນາມ 2025: ສືບ​ຕໍ່​ເລື່ອງ​ສັນຕິພາບ ໄຂເປີດຄ້າຍພັກແລ້ງຫວຽດນາມ 2025: ສືບ​ຕໍ່​ເລື່ອງ​ສັນຕິພາບ

ຍສໝ - ວັນທີ 16 ກໍລະກົດ, ຄ້າຍພັກແລ້ງຫວຽດນາມ 2025 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ດັກລັກ. ຄ້າຍພັກແລ້ງ ແມ່ນ​ເຫດການ​ປະຈຳ​ປີ​ໂດຍ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນຈັດຕັ້ງ ​ເພື່ອ​ສ້າງ​ໂອກາດ​ໃຫ້​ລຸ້ນໜຸ່ມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຮ່ຳຮຽນ​ກ່ຽວ​ກັບ​ກົກເຄົ້າເຫງົ້າກໍ​ ແລະ ​ເຊື່ອມຕໍ່ບ້ານ​ເກີດ​ເມືອງ​ນອນ.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS 2025 ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS 2025

ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມແມ່ນເພື່ອນທີ່ຈິງໃຈ, ເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມ BRICS ແລະ ສາກົນ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ