ເປົ້າຫມາຍແມ່ນລົບລ້າງເຮືອນຊົ່ວຄາວ, ເຮືອນຮົ່ວເພຄາດວ່າຈະ "ບັນລຸ" ກ່ອນກໍານົດເວລາ.

21:20 | 10/07/2025

ຍສໝ - ບັນດາ​ທ້ອງ​ຖິ່ນທັງໝົດ​ໄດ້​ກວດກາ​ຄືນ ​ແລະ ກຳນົດ​ຄວາມ​ຄືບ​ໜ້າ​ຂອງ​ການລົບລ້າງເຮືອນຊົ່ວຄາວ, ເຮືອນຮົ່ວເພ. ໃນ​ຕົ້ນ​ເດືອນ​ກໍ​ລະ​ກົດ, ທົ່ວປະ​ເທດ​ໄດ້​ສະ​ຫນັບ​ສະ​ຫນູນ​ເຮືອນ 262,000 ຫຼັງ ແລະ​ ບັນດາທ້ອງ​ຖິ່ນ​ທີ່​ຍັງ​ເຫຼືອ​ພະ​ຍາ​ຍາມ​ເພື່ອ​ໃຫ້​ສໍາ​ເລັດ​ໃນ​ເດືອນ​ສິງ​ຫາ​ນີ້.

ການສົ່ງອອກສິນໃນນ້ຳ ຂອງຫວຽດນາມ ບັນລຸ 10 ຕື້ໂດລາ
ຍອດມູນຄ່າການສົ່ງອອກ-ນໍາເຂົ້າຂອງຫວຽດນາມ ບັນລຸ 28,34 ຕື້ໂດລາສະຫະລັດ ໃນເຄິ່ງຕົ້ນເດືອນພຶດສະພາປີ 2022
ເປົ້າຫມາຍແມ່ນລົບລ້າງເຮືອນຊົ່ວຄາວ, ເຮືອນຮົ່ວເພຄາດວ່າຈະ

ພາບ​ທັງໝົດຂອງ​ກອງ​ປະ​ຊຸມ​ ​ຄະ​ນະ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຄັ້ງ​ທີ 4 ຊຸດ​ທີ 10. (ພາບ: PV/Vietnam+)

ຕອນ​ເຊົ້າ​ວັນ​ທີ 9 ເດືອນ​ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ກອງ​ປະ​ຊຸມ​​ຄັ້ງ​ທີ 4 ຂອງຄະນະ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຄັ້ງ​ທີ 4 ຊຸດ​ທີ 10 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ.

ຕາມ​ຮ່າງ​ບົດ​ລາຍ​ງານ​ແລ້ວ, 6 ​ເດືອນ​ຕົ້ນ​ປີ 2025, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ທຸກ​ຂັ້ນ ​ແລະ ບັນດາ​ອົງການ​ສະມາຊິກ​ໄດ້​ ຕິດຕາມ​ການ​ຊີ້​ນຳ, ​ນຳພາຂອງ​ພັກ ​ແລະ ນະໂຍບາຍຂອງລັດ, ສຸມ​ໃສ່ແຜນຂະຫຍາຍບັນດາໜ້າທີ່​​ຕາມ​ລາຍການ ​ແລະ ​ແຜນການ​ທີ່​ໄດ້​ກຳນົດ​ໄວ້ ແລະ ​ໄດ້​ຮັບ​ຜົນສຳ​ເລັດ​ບັນດາ​ໜ້າ​ທີ່​ທີ່​ບໍ່ຄາດລ່ວງໜ້າ​, ເກີດຂຶ້ນຈາກ​ການ​ປະຕິບັດ​ຕົວ​ຈິງ, ຖືເປັນສຳຄັນ​ບັນດາ​ເນື້ອແທ້, ປະສິດທິຜົນ ດ້ວຍບັນດາໝາກຜົນ, ຈຸດເດັ່ນທີ່ໂດດເດ່ັນ.

ການສຸມ​ໃສ່ສູງສຸດ​ປະຕິບັດ​ບັນດາຂະບວນການແຂ່ງຂັນ “ທົ່ວ​ປະ​ເທດ​ຮ່ວມ​ມື​ລົບ​ລ້າງ​ເຮືອນ​ຢູ່​ຊົ່ວຄາວ ​ແລະ ເຮືອນຮົ່ວເພ​ໃນບໍລິເວນ​ທົ່ວ​ປະ​ເທດ” ​ໃນ​ປີ 2025, ຄາດ​ວ່າ​ຈະ​ບັນລຸກ່ອນກໍານົດເວລາ ໃນ​ເດືອນ​ສິງ​ຫາ​ 2025, ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີ​ມສະຫຼອງ​ວັນ​ບຸນ​ໃຫຍ່​ແຫ່ງ​ຊາດ ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ລະບົບ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ.

ມາ​ຮອດ​ປະຈຸ​ບັນ, 100% ທ້ອງ​ຖິ່ນ​ໄດ້​ກວດກາ ​ແລະ ກຳນົດ​ຄວາມ​ຄືບ​ໜ້າ​ຂອງ​ການ​ລົບ​ລ້າງ​ເຮືອນ​ຢູ່​ຊົ່ວຄາວ ​ແລະ ເຮືອນຮົ່ວເພ​ໃນບໍລິເວນ. ມາ​ຮອດ​ຕົ້ນ​ເດືອນ​ກໍ​ລະ​ກົດ 2025, ທົ່ວ​ປະ​ເທດ​ໄດ້​ສະ​ຫນັບ​ສະ​ຫນູນເຮືອນ 262.000 ຫຼັງ ; ບັນດາ​ທ້ອງ​ຖິ່ນ​ທີ່​ຍັງ​ເຫຼືອ​ພະຍາຍາມ​ໃຫ້​ສຳ​ເລັດ​ກ່ອນ​ວັນ​ທີ 31 ສິງຫາ 2025.

ຄຽງ​ຂ້າງ​ນັ້ນ, ບັນດາການຂົນຂວາຍ ​ແລະ ​ຂະບວນການແຂ່ງຂັນ​ຮັກ​ຊາດ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ດ້ວຍ​ຫຼາຍ​ຮູບ​ການ​ທີ່​ດີ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ. ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ຄົນ​ທຸກ​ຍາກ, ຮັບປະກັນຊີວິດສັງຄົມ ​ແລະ ການ​ບັນເທົາ​ທຸກ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​​​ເປົ້າ​ໝາຍຖືກຕ້ອງ.

ນອກຈາກນັ້ນ, ຄະນະບໍລິຫານງານສູນກາງແນວໂຮມແຫ່ງຊາດຫວຽດນາມ ໄດ້ສຸມໃສ່ບູລະນະອົງການກົງຈັກໃຫ້ສົມບູນ, ບຸກຄະລາກອນຂອງບັນດາອົງການຈັດຕັ້ງພັກທີ່ຂຶ້ນກັບ ແລະ ບັນດາອົງການເສນາທິການ, ຊ່ວຍເຫຼືອຂອງຄະນະພັກ; ປະຕິບັດບັນດາ​ມະຕິ ​ແລະ ຂໍ້​ສະ​ຫຼຸບ​ຂອງ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາ​ກ່ຽວ​ກັບ​ການ​ສືບ​ຕໍ່​ກະທັດລັດຈັດ​ຕັ້ງອົງການກົງຈັກຂອງ​ລະບົບ​ການ​ເມືອງ, ​ແຜນການ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ. ພິ​ເສດ​ ແມ່ນ​ການ​ຜັນ​ຂະຫຍາຍ​​ກໍ່ສ້າງໂຄງການ​ກະທັດລັດ, ການສັບຊ້ອນແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ບັນດາ​ອົງການ​ການ​ເມືອງ - ສັງຄົມ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຕາມ​ການ​ມອບ​ໝາຍ​ຂອງ​ພັກ ​ແລະ ລັດ (ຂັ້ນ​ສູນ​ກາງ, ​ຂັ້ນແຂວງ ແລະ ຂັ້ນທ້ອງ​ຖິ່ນ).

ລະບົບ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ທຸກ​ຂັ້ນ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ທີ່​ສຳຄັນ, ພິ​ເສດ​ແມ່ນ​ປະກອບສ່ວນ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ມະຕິ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ລັດຖະທຳ​ມະນູນ​ປີ 2013; ສ້າງຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ຂອງ​ກົດໝາຍ​ ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ, ກົດໝາຍ ​ສະຫະພັນ​ກຳມະບານ, ກົດໝາຍ​ວ່າ​ດ້ວຍ​ຊາວ​ໜຸ່ມ, ກົດໝາຍ​ວ່າ​ດ້ວຍປະຕິບັດ​ປະຊາທິປະ​ໄຕ​ຮາກ​ຖານ. ວຽກ​ງານ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ, ລັດ, ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ປະກົດ​ການ​ຫຍໍ້​ທໍ້ ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່.

ວຽກງານໂຄສະນາໝາກຜົນ ແລະ ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ໄດ້ຜັນຂະຫຍາຍຢ່າງທັນການ, ​ໂດຍ​ສະ​ເພາະ​ແມ່ນ​ການ​ໂຄສະນາບັນດາເຫດການ​ສຳຄັນ​ຂອງ​ປະ​ເທດ​ຊາດ. ການຮັບຟັງ ​ແລະ ຈັບ​ເອົາ​ຄວາມ​ຄິດ​ຄວາມ​ເຫັນ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງບັນດາ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ໄດ້ປະຕິບັດ​ດຳ​ເນີນ​ຢ່າງ​ມີ​ລະບຽບ​ ​ເພື່ອ​ສະທ້ອນ​ເຖິງ​ພັກ ​ແລະ ລັດ.

ໃນເຄິ່ງຕົ້ນເດືອນມີນາ, ຍອດມູນຄ່າສົ່ງອອກ-ນໍາເຂົ້າສິນຄ້າຂອງຫວຽດນາມ ບັນລຸ 13,3 ຕື້ໂດລາສະຫະລັດ ໃນເຄິ່ງຕົ້ນເດືອນມີນາ, ຍອດມູນຄ່າສົ່ງອອກ-ນໍາເຂົ້າສິນຄ້າຂອງຫວຽດນາມ ບັນລຸ 13,3 ຕື້ໂດລາສະຫະລັດ

ຍສໝ - ບາງປະເພດສິນຄ້າສົ່ງອອກທີ່ເພີ່ມຂຶ້ນແຮງເປັນຕົ້ນຄື: ເຄື່ອງຈັກ, ເຄື່ອງອາໄຫຼ່; ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະເຄື່ອງອາໄຫຼ່.

ປີນີ້ແຂວງຫົວພັນຈະສູ້ຊົນໃຫ້ຍອດຜະລິດຕະພັນພາຍໃນ ບັນລຸ 3 ພັນຕື້ກວ່າກີບ ປີນີ້ແຂວງຫົວພັນຈະສູ້ຊົນໃຫ້ຍອດຜະລິດຕະພັນພາຍໃນ ບັນລຸ 3 ພັນຕື້ກວ່າກີບ

ແຂວງຫົວພັນຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຈະໃຫ້ບັນລຸ 3.004 ຕື້ກວ່າກີບ, ລາຍຮັບສະເລ່ຍໃສ່ຫົວຄົນຈະໃຫ້ໄດ້ 9 ລ້ານກວ່າກີບຕໍ່ຄົນຕໍ່ປີ ດ້ວຍຈັງຫວະອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ 8,97 %.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ