ອຸດໜູນກວ່າ 7 ຕື້ດົ່ງໃຫ້ແມ່ຍິງປະສົບຄວາມຫຍຸ້ງຍາກ, ເດັກນ້ອຍຕິດພະຍາດອັນຕະລາຍ

10:00 | 27/09/2021

ໂດຍປະຕິບັດແຜນນະໂຍບາຍຂອງຄະນະພັກ, ຄະນະອໍານວຍການກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel), ໃນໄລຍະຜ່ານມາ, ແມ່ຍິງ Viettel ທຸກຂັ້ນໄດ້ຈັດຕັ້ງຫຼາຍກິດຈະກໍາເພື່ອເພີ່ມທະວີຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ, ແບ່ງປັນເຊິ່ງກັນ ແລະກັນໃນການປະຕິບັດວຽກງານ ແລະໃນການດໍາລົງຊີວິດຂອງສະມາຊິກສະມາຄົມແມ່ຍິງ.

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນຄວາມມານະພະຍາຍາມຮັກສາສັນຕິພາບຂອງ ສປຊ ຢູ່ຊູດັງໃຕ້ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນຄວາມມານະພະຍາຍາມຮັກສາສັນຕິພາບຂອງ ສປຊ ຢູ່ຊູດັງໃຕ້
ຫວຽດນາມຢັ້ງຢືນຄືນຄຳໝັ້ນສັນຍາແລະໃຫ້ບຸລິມະສິດປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ຫວຽດນາມຢັ້ງຢືນຄືນຄຳໝັ້ນສັນຍາແລະໃຫ້ບຸລິມະສິດປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ
ພາບປະກອບ
ພາບປະກອບ

ເພື່ອມີແຫຼ່ງເງິນໃຊ້ຈ່າຍໃຫ້ກິດຈະກໍາຕ່າງໆ, ພະນັກງານ, ສະມາຊິກສະມາຄົມແມ່ຍິງທຸກຄົນໄດ້ບໍລິຈາກເງິນ ເພື່ອສ້າງກອງທຶນໜູນຊ່ວຍແມ່ຍິງ Viettel ທີ່ປະສົບຄວາມຫຍຸ້ງຍາກ, ກອງທຶນອຸປະຖຳເດັກນ້ອຍກະຊວງປ້ອງກັນປະເທດ; ເຊິ່ງຈະຫັກຈາກກອງທຶນບໍລິຈາກເພື່ອໄປຢ້ືຢາມຖາມຂ່າວ, ອຸດໜູນດ້ວຍຈໍານວນເງິນກວ່າ 7 ຕື້ດົ່ງໃຫ້ແມ່ຍິງ Viettel ທີ່ປະສົບຄວາມຫຍຸ້ງຍາກ, ເດັກນ້ອຍຕິດພະຍາດອັນຕະລາຍ.

ໃນນັ້ນ, ສະມາຄົມແມ່ຍິງທຸກຂັ້ນໄດ້ໜູນຊ່ວຍໃຫ້ເດັກນ້ອຍຕິດພະຍາດອັນຕະລາຍ, ພະຍາດຕ້ອງປິ່ນປົວໃນໄລຍະຍາວ 315 ເທື່ອຄົນ, ດ້ວຍຍອດຈໍານວນເງິນ 3,18 ຕື້ດົ່ງ; ໜູນຊ່ວຍແມ່ຍິງປະສົບຄວາມຫຍຸ້ງຍາກ, ຕິດພະຍາດອັນຕະລາຍ, ຕ້ອງປິ່ນປົວໃນໄລຍະຍາວ 191 ຄົນດ້ວຍຍອດຈໍານວນເງິນ 3,85 ຕື້ດົ່ງ. ພ້ອມກັນນັ້ນ, ແຕ່ລະປີ, ເນື່ອງໃນໂອກາດເດືອນກະທໍາເພື່ອເດັກນ້ອຍ, ວັນເດັກນ້ອຍ, ວັນບຸນໄຫວ້ພະຈັນ... ສະມາຄົມແມ່ຍິງລ້ວນແຕ່ຈັດຕັ້ງກິດຈະກໍາຕ່າງໆໃຫ້ເດັກນ້ອຍເຍົາວະຊົນແມ່ນລູກຂອງພະນັກງານ, ພາລະກອນ, ຜູ້ເຮັດວຽກໃນກຸ່ມບໍລິສັດ, ຄື: ຍ້ອງຍໍນັກຮຽນເກັ່ງ; ຈັດຕັ້ງພາກຮຽນໃນກອງທັບ, ດຶງດູດນັກຮຽນນັບພັນເທື່ອຄົນເຂົ້າຮ່ວມ; ຈັດຕັ້ງການແຂ່ງຂັນເດັກນ້ອຍທີ່ມີຄວາມເກັ່ງກ້າສາມາດທາງອອນໄລຢູ່ຂັ້ນຮາກຖານ...

la.qdnd.vn

ເຫດການ
302 Found

Found

The document has moved here.