ບັນດາອົງການຈັດຕັ້ງບໍ່ຂື້ນກັບລັດຖະບານຕ່າງປະເທດ ຮ່ວມແຮງຮ່ວມໃຈກັບສະຫະພັນມິດຕະພາບດົ່ງນາຍເພື່ອປ້ອງກັນ ແລະຄວບຄຸມພະຍາດໂຄວິດ -19

07:22 | 27/09/2021

ຍສໝ - ຫວ່າງແລ້ວນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍໄດ້ມອບຊຸດເຄື່ຶຶອງນຸ່ງປ້ອງກັນພະຍາດລະດັບ 4 ຈຳນວນ 145 ຊຸດ ແລະ ແຜ່ນໜ້າກາກຢາງ 200 ແຜ່ນ ລວມມູນຄ່າ 55 ລ້ານດົ່ງ ໂດຍບັນດາອົງການບໍ່ຂຶ້ນກັບລັດຖະບານ ອຸປະຖຳໃຫ້ພະແນກສາທາລະນະສຸກແຂວງດົ່ງນາຍເພື່ອແບ່ງປັນຄວາມຫຍຸ້ງຍາກກັບຂະແໜງສາທາລະນະສຸກໃນໄລຍະການແຜ່ລະບາດທີ່ສັບສົນນີ້.

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນຄວາມມານະພະຍາຍາມຮັກສາສັນຕິພາບຂອງ ສປຊ ຢູ່ຊູດັງໃຕ້ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນຄວາມມານະພະຍາຍາມຮັກສາສັນຕິພາບຂອງ ສປຊ ຢູ່ຊູດັງໃຕ້
IMF ຈະໜູນຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດໂຄວິດ-19 IMF ຈະໜູນຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດໂຄວິດ-19
ບັນດາອົງການຈັດຕັ້ງບໍ່ຂື້ນກັບລັດຖະບານຕ່າງປະເທດ ຮ່ວມແຮງຮ່ວມໃຈກັບສະຫະພັນມິດຕະພາບດົ່ງນາຍເພື່ອປ້ອງກັນ ແລະຄວບຄຸມພະຍາດໂຄວິດ -19
ບັນດາອົງການຈັດຕັ້ງບໍ່ຂື້ນກັບລັດຖະບານຕ່າງປະເທດ ຮ່ວມແຮງຮ່ວມໃຈກັບສະຫະພັນມິດຕະພາບດົ່ງນາຍເພື່ອປ້ອງກັນ ແລະຄວບຄຸມພະຍາດໂຄວິດ -19.

ຕາມທ່ານນາງ ຮອງປະທານສະຫະພັນບັນດາອົງການມິດຕະພາບແຂວງດົ່ງນາຍ ບຸ່ຍຖີ້ຫຼຽວ ແລ້ວ, ຈໍານວນອຸປະກອນດັ່ງກ່າວໄດ້ລະດົມໂດຍສະຫະພັນມິດຕະພາບດົ່ງນາຍຈາກສອງອົງການ Cooperation and Participation in Overseas (COPION/ສ.ເກົາຫຼີ) ແລະສະຖາບັນຄົ້ນຄວ້າການສັດລ້ຽງສາກົນ (ILRI/ອາເມລິກາ).

ໄລຍະຜ່ານມາສະຫະພັນມິດຕະພາບດົ່ງນາຍໄດ້ປະສານສົມທົບກັບຄະນະກໍາມະການແນວໂຮມປະເທດຊາດຫວຽດນາມຂອງແຂວງເພື່ອຮຽກຮ້ອງ ແລະປຸກລະດົມບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເພື່ອໜູນຊ່ວຍອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈໍາເປັນ ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນ ແລະອົງການປົກຄອງແຂວງເພື່ອປ້ອງກັນ ແລະຄວບຄຸມການລະບາດ.

ໃນໂອກາດນີ້, ທ່ານນາງ ບຸ່ຍຖີ້ຫຼຽວ ຍັງໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ໄດ້ຮ່ວມເດີນທາງຢ່າງສະເໝີມາ, ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນ ແລະຂະແໜງ ສາທາລະນະສຸກຂອງແຂວງດົ່ງນາຍຕໍ່ກັບສະຖານະການການແຜ່ລະບາດທີ່ສັບສົນຂອງພະຍາດ ໂຄວິດ - 19 ຢູ່ໃນທ້ອງຖິ່ນ; ຜ່ານນັ້ນ ກໍ່ໄດ້ສະແດງໃຫ້ເຫັນຄວາມສາມັກຄີມິດຕະພາບລະຫວ່າງປະຊາຊົນບັນດາປະເທດ; ຫວັງວ່າໂລກລະບາດ ຈະສິ້ນສຸດໃນໄວໆນີ້, ສຸຂະພາບຂອງປະຊາຊົນຈະໄດ້ຮັບການຮັບປະກັນ, ເສດຖະກິດ-ສັງຄົມຂອງດົ່ງນາຍເວົ້າສະເພາະ ແລະຂອງໂລກເວົ້າລວມຈະໄດ້ຮັບການຟື້ນຟູ ແລະມີສະຖຽນລະພາບໃນໄວໆນີ້.

ສະຫະພັນມິດຕະພາບດົ່ງນາຍໄດ້ຮັບການໜູນຊ່ວຍຈາກອົງການ World Vision International Vietnam (WVI-V) ດ້ວຍເຄື່ອງນຸ່ງປ້ອງກັນພະຍາດ, ຜ້າອັດປາກການແພດ ແລະນໍ້າຢາຂ້າເຊື້ອ ລວມມູນຄ່າ 14.993 ໂດລາສະຫະລັດ. ສະມາຄົມການຄ້າໄຕ້ຫວັນຢູ່ໃນດົ່ງນາຍໜູນຊ່ວຍເຄື່ອງຊ່ວຍຫາຍໃຈທີ່ມີປະສິດທິພາບສູງ 07 ເຄື່ອງ, ໃຊ້ໄດ້ສໍາລັບຜູ້ໃຫຍ່ ແລະເດັກນ້ອຍ (ລຸ້ນ: Puritan Bennet 980 Ventilator, ຜະລິດຢູ່ປະເທດໄອແລນ, ມອບໃຫ້ໂຮງໝໍຫຼາຍຂະແໜງ ໂທງເຍິດ 05 ເຄື່ອງ,ໂຮງໝໍຫຼາຍຂະແໜງ ດົ່ງນາຍ 02 ເຄື່ອງ). ຄະນະກຳມະການສາທາລະນະສຸກໂຮນລັງ - ຫວຽດນາມ (MCNV) ໜູນຊ່ວຍເຄື່ອງຕິດຕາມອາການຄົນເຈັບ 10 ເຄື່ອງ (ຈັກ Monitor, ຍີ່ຫໍ້ Philips G30E, ມອບໃຫ້ໂຮງໝໍຫຼາຍຂະແໜງ ດົ່ງນາຍ 05 ເຄື່ອງ, ມອບໃຫ້ໂຮງໝໍຫຼາຍຂະແໜງ ລອງແຄງ 05 ເຄື່ອງ).

ໄຊພອນ

ເຫດການ
302 Found

Found

The document has moved here.