ເນື່ອງໃນໂອກາດທີ່ທ່ານ Antony Blinken ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ, ເມື່ອບໍ່ດົນມານີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ສົ່ງຈົດໝາຍສະແດງຄວາມອວຍພອນຊົມເຊີຍ.
![]() |
| ທ່ານ Antony Blinken - ລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ. (ພາບ: TTXVN) |
ໃນຈົດໝາຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານ Blinken ໃນການພົວພັນຫວຽດນາມ - ອາເມລິກາໃນຫຼາຍປີຜ່ານມາ; ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນລະຫວ່າງສອງປະເທດໃນທິດທາງຕົວຈິງ, ໝັ້ນຄົງ ແລະ ຍາວນານ, ບົນພື້ນຖານເຄົາລົບກົດໝາຍສາກົນ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນ ແລະ ສະຖາບັນການເມືອງຊຶ່ງກັນ ແລະ ກັນ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ປາດຖະໜາວ່າ ກະຊວງການຕ່າງປະເທດຂອງສອງປະເທດຫວຽດນາມ - ອາເມລິກາ ໄດ້ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາເລິກເຊິ່ງກວ່າອີກ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທືນ, ພ້ອມທັງການຮ່ວມມືໃນການຕອບໂຕ້ຄຸ້ມຄອງກັບການລະບາດຂອງພະຍາດ COVID-19.
| ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບ ກັບທ່ານລັດຖະມົນຕີການຕ່າງປະເທດ ສາທາລະນະລັດອັງໂກລາ ຍສໝ - ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບ ທ່ານ Téte António - ລັດຖະມົນຕີການຕ່າງປະເທດອັງໂກລາ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ແລະ ການປະສານງານສອງຝ່າຍໃນບັນດາເວທີປາໄສຫຼາຍຝ່າຍ. |
| ລັດຖະມົນຕີການຕ່າງປະເທດລາວ ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ ກໍ່ຄືຖານະຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ຍສໝ - ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບົດບາດນໍາພາ, ຄວາມສາມາດຊັກຈູງຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ກໍ່ຄືບັນດາການປະກອບສ່ວນຂອງຫວຽດນາມ ໃນການຍົກສູງບົດບາດຂອງອາຊຽນໃນເວທີປາໄສພາກພື້ນ ແລະສາກົນ. |
| ທ່ານລັດຖະມົນຕີການຕ່າງປະເທດອັງກິດ ໄດ້ສະໜັບສະໜູນຫວຽດນາມ ແກ້ໄຂບັນຫາຢູ່ທະເລຕາເວັນອອກໂດຍສັນຕິວິທີ ຍສໝ - ອັງກິດ ໄດ້ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືສອງຝ່າຍກັບຫວຽດນາມ, ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ໃນການຊຸກຍູ້ການຮ່ວມມືລະຫວ່າງອັງກິດ ແລະ ພາກພື້ນ, ກໍ່ຄືໃນການແກ້ໄຂບັນດາບັນຫາຮີບດ່ວນທົ່ວໂລກ. |
ຄຳຮຸ່ງ
ຂ່າວທີ່ກ່ຽວຂ້ອງ
ນັກວິຊາການຟິນແລນ: ຫວຽດນາມຄວນໃຫ້ຄວາມສຳຄັນກັບເສດຖະກິດ ແລະ ເສີມຂະຫຍາຍສະຫວັດດີພາບຂອງປະຊາຊົນທຸກຄົນ.
95 ປີ ແຫ່ງວັນພັກກອມມູນິດຫວຽດນາມ: ທຸງທີ່ນຳພາປະເທດຊາດຜ່ານທຸກເສັ້ນທາງ
ການສ້າງເຄືອຂ່າຍຜູ້ຊ່ຽວຊານດ້ານ AI ຫວຽດນາມ ທົ່ວໂລກ
ທ່ານອາດຈະມັກ
ເອກອັກຄະລັດຖະທູດລາວປະຈຳຫວຽດນາມ: ໝັ້ນໃຈວ່າກອງປະຊຸມໃຫຍ່ຄັ້ງ XIV ຈະນຳພາຫວຽດນາມເຂົ້າສູ່ໄລຍະແຫ່ງການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ສະແດງຄວາມໝັ້ນໃຈວ່າ ຫວຽດນາມ ຈະຈັດກອງປະຊຸມໃຫຍ່ຄັ້ງ XIV ໃຫ້ສຳເລັດຜົນ.
ສະຫວັນນະເຂດ 1, ໄຟຟ້າຂ້າມແດນ ແລະ ບົດບາດຂອງພາກເອກະຊົນ.
ຫາຍຟ່ອງ, ເງະອານ, ອານຢາງ: ຜັນຂະຫຍາຍປະຕິບັດການທູດປະຊາຊົນຢ່າງມີປະສິດທິຜົນ
ຫວຽດນາມ ແລະ ຍີ່ປຸ່ນ ແບ່ງປັນປະສົບການໃນການຄຸ້ມຄອງພາສີອາກອນ ແລະ ການຫັນປ່ຽນດີຈີຕອນ.
