ຫວຽດນາມ ແມ່ນ 1 ໃນ 4 ປະເທດທີ່ມີລາຍຮັບປານກາງ ພວມໄປທັນກັບທ່ວງທ່າເພີ່ມດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງໃນທົ່ວໂລກ

14:02 | 24/09/2021

ຍສໝ - ຕາມບົດລາຍງານກ່ຽວກັບດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກ (GII) ປີ 2021 ຂອງອົງການຊັບສິນທາງປັນຍາໂລກ (WIPO) ຂຶ້ນກັບ ສປຊ ແລ້ວ, ຫວຽດນາມ ແມ່ນ 1 ໃນ 4 ປະເທດທີ່ມີລາຍຮັບປານກາງ ເຊິ່ງໄດ້ຮັບການຕີລາຄາຈາກ WIPO ວ່າ ພວມໄປທັນກັບທ່ວງທ່າເພີ່ມດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງໃນທົ່ວໂລກ.

ບຸ​ລະ​ມະ​ສິດຫຼັກ​ແຫຼ່ງ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ສ.ເກົາຫຼີ ໃນ​ໄລ​ຍະ​ຈະ​ມາ​ເຖິງ ​ແມ່ນ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຜ່ານ​ຜ່າ​ໄລ​ຍະ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ ບຸ​ລະ​ມະ​ສິດຫຼັກ​ແຫຼ່ງ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ສ.ເກົາຫຼີ ໃນ​ໄລ​ຍະ​ຈະ​ມາ​ເຖິງ ​ແມ່ນ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຜ່ານ​ຜ່າ​ໄລ​ຍະ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ
ຫວຽດ​ນາມ​ຍັງ​ແມ່ນ​ຕ່ອງ​ໂສ້​ສຳ​ຄັນ​ໃນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ ຫວຽດ​ນາມ​ຍັງ​ແມ່ນ​ຕ່ອງ​ໂສ້​ສຳ​ຄັນ​ໃນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ
ພາບປະກອບ
ພາບປະກອບ

ຫວຽດນາມ ພ້ອມກັບ ຕວກກີ, ອິນເດຍ ແລະຟິລິບປິນ ແມ່ນສີ່ພື້ນຖານເສດຖະກິດທີ່ພວມສະແດງໃຫ້ເຫັນມີຄວາມສາມາດບົ່ມຊ້ອນປ່ຽນສະພາບການປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກໃນຊຸມປີຈະມາເຖິງ.

ບົດລາຍງານ GII 2021 ສະແດງໃຫ້ເຫັນວ່າ 19 ພື້ນຖານເສດຖະກິດ ພວມລື່ນຄາດຫວັງກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງໃນດ້ານທຽບເທົ່າກັບລະດັບການພັດທະນາ; ໃນນັ້ນຫວຽດນາມ, ອິນເດຍ, ເຄນຢາ ແລະສາທາລະນະລັດມອນໂດວາ ສືບຕໍ່ຮັກສາສະຖິຕິໃນບັນຊີລາຍຊື່ນີ້ເປັນເວລາ 11 ປີຕິດຕໍ່ກັນ.

ທອບ 4 ປະເທດທີ່ມີດັດຊະນີການປ່ຽນແປງໃໝ່ປະດິດຄິດສ້າງສູງທີ່ສຸດໃນໂລກໃນປີນີ້ ແມ່ນບໍ່ມີການປ່ຽນແປງຈາກປີ 2020. ສະວິດເຊີແລນຢູ່ໃນອັນດັບ 1 ເປັນປີທີ 11 ຕິດຕໍ່ກັນ, ຖັດມາ ແມ່ນ ສະວີເດັນ, ອາເມລິກາ ແລະອັງກິດ (ນອນໃນທອບ 10, ສ.ເກົາຫຼີ ຢູ່ໃນອັນດັບທີ 5, ຖັດມາ ແມ່ນ ໂຮລັງ, ຟິນແລນ, ສິງກະໂປ, ເດນມາກ ແລະເຢຍລະມັນ).

ດັດຊະນີ WIPO ສະແດງໃຫ້ເຫັນວ່າ ບັນດາປະເທດ ແລະນັກທຸລະກິດພວມສືບຕໍ່ເພີ່ມທະວີການລົງທຶນໃສ່ການປ່ຽນແປງໃໝ່ປະດິດຄິດສ້າງ, ໂດຍບໍ່ຫົວຊາວ່າຈະມີວິກິດການພະຍາດ COVID-19, ແນໃສ່ເພື່ອກະຕຸ້ນການເຕີບໂຕຂອງເສດຖະກິດຫຼັງການແຜ່ລະບາດ.

ໄຊພອນ

ເຫດການ
302 Found

Found

The document has moved here.