ຫວຽດນາມ ນຳໜ້າໃນການສົ່ງອອກຊາ ໄປຍັງໄຕ້ຫວັນ

09:00 | 25/09/2021

ຍສໝ - ສະຖິຕິຈາກອົງການການຄ້າຕ່າງປະເທດໄຕ້ຫວັນ (BOFT) ສະແດງໃຫ້ເຫັນວ່າ ໃນ 8 ເດືອນຕົ້ນປີ 2021, ໄຕ້ຫວັນໄດ້ນໍາເຂົ້າຊາ ຫຼາຍກວ່າ 22,170 ໂຕນຈາກ 32 ຄູ່ຮ່ວມມືທົ່ວໂລກ, ໃນນັ້ນ 53,29% ແມ່ນຊາຂອງຫວຽດນາມ.

ມີ​ນັກ​ລົງ​ທຶນໃຫຍ່​ຂອງ​ໄຕ້ຫວັນ 100 ຄົນ​ຊອກ​ຫາ​ກາ​ລະ​ໂອ​ກາດ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ ມີ​ນັກ​ລົງ​ທຶນໃຫຍ່​ຂອງ​ໄຕ້ຫວັນ 100 ຄົນ​ຊອກ​ຫາ​ກາ​ລະ​ໂອ​ກາດ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ
ສະຫະພັນນັກທຸລະກິດຍິງ ຫວຽດນາມ ຢູ່ ໄຕ້ຫວັນ ສະໜັບສະໜູນໂຄງການ ATM ອົກຊີແຊນ ນະຄອນໂຮ່ຈີມິນ ສະຫະພັນນັກທຸລະກິດຍິງ ຫວຽດນາມ ຢູ່ ໄຕ້ຫວັນ ສະໜັບສະໜູນໂຄງການ ATM ອົກຊີແຊນ ນະຄອນໂຮ່ຈີມິນ
ຫວຽດນາມ ນຳໜ້າໃນການສົ່ງອອກຊາ ໄປຍັງໄຕ້ຫວັນ
ຫວຽດນາມ ນຳໜ້າໃນການສົ່ງອອກຊາ ໄປຍັງໄຕ້ຫວັນ. (ພາບ: baotintuc)

ວົງເງິນການສົ່ງອອກຊາຫວຽດນາມ ໄປຍັງໄຕ້ຫວັນ (ຈີນ) ບັນລຸ 18,55 ລ້ານໂດລາສະຫະລັດ, ກວມເອົາ 30,59% ຂອງຍອດມູນຄ່າການນຳເຂົ້າຊາທັງໝົດຂອງໄຕ້ຫວັນ.

ເມື່ອປຽບທຽບກັບໄລຍະດຽວກັນຂອງປີ 2020, ການສົ່ງອອກຊາຂອງຫວຽດນາມ ໄປຍັງໄຕ້ຫວັນ ໄດ້ເພີ່ມຂຶ້ນ 9,73% ທາງດ້ານປະລິມານ ແລະ 9% ຂອງມູນຄ່າ. ຫວຽດນາມ ຍາດໄດ້ຕໍາແໜ່ງນໍາໜ້າໃນບັນດາ 37 ປະເທດສົ່ງອອກສິນຄ້ານີ້ໄປຍັງໄຕ້ຫວັນ.

ຕາມສະມາຄົມປຸງແຕ່ງຊາໄຕ້ຫວັນແລ້ວ, 56% ຂອງຈຳນວນຊາທີ່ນໍາເຂົ້າມາຈາກຫວຽດນາມ ແມ່ນຊາດໍາ; 33% ແມ່ນຊາອູ່ລົງ ແລະ ຊາເປົາຈົງ, ສ່ວນທີ່ເຫຼືອແມ່ນຊາຂຽວ. ຊາຫວຽດນາມສ່ວນໃຫຍ່ທີ່ສົ່ງອອກໄປໄຕ້ຫວັນ ແມ່ນແນໃສ່ແຍກເປັນສ່ວນໃຊ້ສຳລັບອາຫານ (ຊານົມ, ເຂົ້າໜົມ) ຫຼື ຕ້ອງປຸງແຕ່ງຕື່ມກ່ອນທີ່ຈະຖືກຫຸ້ມຫໍ່ເປັນເຄື່ອງດື່ມ ສໍາລັບຜູ້ບໍລິໂພກໄຕ້ຫວັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.