ມີ​ນັກ​ລົງ​ທຶນໃຫຍ່​ຂອງ​ໄຕ້ຫວັນ 100 ຄົນ​ຊອກ​ຫາ​ກາ​ລະ​ໂອ​ກາດ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ

11:30 | 14/09/2021

ຍ​ສ​ໝ - ມີ​ນັກ​ລົງ​ທຶນ​ໃຫຍ່ຂອງ​ໄຕ້​ຫວັນ​ 100 ຄົນ ຫາ​ກໍ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງ​ທຶນ​ມາ​ຫວຽດ​ນາມ ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19 ດ້ວຍ​ຫົວ​ຂໍ້ “ກຳ​ແໜ້ນ​ກາ​ລະ​ໂອ​ກາດ​ລົງ​ທຶນ​ໂດຍ​ໄວ, ຫັນ​ຄວາມ​ສ່ຽງ​ກາຍ​ເປັນ​ກາ​ລະ​ໂອ​ກາດ” ທີ່​ຫາ​ກໍ່​ໄດ້​ຈັດ​ຕັ້ງ​ແບບ​ທາງ​ໄກ​ໃນ​ຫວ່າງ​ມໍ່ໆ​ມານີ້.

ພົນ​ລະ​ເມືອງ ຫວຽດ​ນາມ 92 ຄົນ ກັບ​ມາ​ຈາກ ໄຕ້ຫວັນ ປະຕິບັດການແຍກ​ຕົວ​ລວມສູນ ພົນ​ລະ​ເມືອງ ຫວຽດ​ນາມ 92 ຄົນ ກັບ​ມາ​ຈາກ ໄຕ້ຫວັນ ປະຕິບັດການແຍກ​ຕົວ​ລວມສູນ
ສະມາຄົມການພັດທະນາເສດຖະກິດ, ວັດທະນະທຳ ແລະ ການສຶກສາ ໄຕ້ຫວັນ - ຫວຽດນາມ ໄດ້ສະໜັບສະໜູນກອງທຶນວັກແຊງປ້ອງກັນ ແລະ ຄວບຄຸມ COVID-19 ສະມາຄົມການພັດທະນາເສດຖະກິດ, ວັດທະນະທຳ ແລະ ການສຶກສາ ໄຕ້ຫວັນ - ຫວຽດນາມ ໄດ້ສະໜັບສະໜູນກອງທຶນວັກແຊງປ້ອງກັນ ແລະ ຄວບຄຸມ COVID-19
ມີ​ນັກ​ລົງ​ທຶນໃຫຍ່​ຂອງ​ໄຕ້ຫວັນ 100 ຄົນ​ຊອກ​ຫາ​ກາ​ລະ​ໂອ​ກາດ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ

ທ່ານ​ຫ​ງວຽນ​ແອັງ​ຢຸງ ຫົວ​ໜ້າ​ຫ້ອງວ່າ​ການ​ເສດ​ຖະ​ກິດ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ປະ​ຈຳ​ໄຕ້​ຫວັນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ (ພາບ:baodauthau.vn )

ກອງ​ປະ​ຊຸມ​ສຳ​ມະ​ນາ​ໂດຍ​ສະ​ຫະສະມາຄົມ​ພັດ​ທະ​ນາ​ເສດ​ຖະ​ກິດ​ວັດ​ທະ​ນະ​ທຳ​ການ​ສຶກ​ສາ ໄຕ້​ຫວັນ - ຫວຽດ​ນາມ, ສະ​ມາ​ຄົມ​ເອ​ເລັກ​ໂຕ​ນິກ ໄຕ້​ຫວັນ, ກົມ​ອຸດ​ສາ​ຫະ​ກຳ ຂຶ້ນ​ກັບ​ກະ​ຊວງ​ເສດ​ຖະ​ກິດ ໄຕ້​ຫວັນ, ຫ້ອງ​ການ​ເສດ​ຖະ​ກິດ​ວັດ​ທະ​ນະ​ທຳ ຫວຽດ​ນາມ ປະ​ຈຳ ໄທເປ ແລະ ສູນ​ສົ່ງ​ເສີມ​ການ​ລົງ​ທຶນ ທາງ​ທິດ​ເໜືອ ຂຶ້ນ​ກັບ​ກົ​ມ​ການ​ລົງ​ທຶນ​ຕ່າງ​ປະ​ເທດ (ກະ​ຊວງ​ແຜ​ນການ ແລະ ການ​ລົງ​ທຶນ ຫວຽດ​ນາມ) ສົມ​ທົບ​ກັນ​ຈັດ​ຕັ້ງ.

ຕາມ​ທ່ານ ຫງວຽນ​ແອັງ​ຢຸງ - ຫົວໜ້າຫ້ອງ​ການ​ເສດ​ຖະ​ກິດ​ວັດ​ທະ​ນະ​ທຳ ຫວຽດ​ນາມ ປະ​ຈຳ​ໄທເປ ​ແລ້ວ, ກອງ​ປະ​ຊຸມ​ສຳ​ທະ​ນາ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ລົງ​ທຶນ​ໃຫຍ່​ຂອງໄຕ້​ຫວັນ​ເປັນ​ຈຳ​ນວນຫຼາ​ຍ, ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ທີ່​ສຸດ​ເຂົ້າ​ໃນຕະຫຼາດ ຫວຽດ​ນາມ.

ຢູ່ກອງ​ປະ​ຊຸມສຳມະນາ, ທ່ານ ເລິມ​ຕວັນ​ຕູ ຫົວ​ໜ້າ​ກົມ​ອຸດ​ສາ​ຫະ​ກຳ​ຂຶ້ນ​ກັບ​ກະ​ຊວງ​ເສດ​ຖະ​ກິດ ໄຕ້​ຫວັນ ໄດ້​ແບ່ງ​ປັນວ່າ ປັດ​ຈຸ​ບັນ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເອ​ເລັກ​ໂຕ​ນິກ​ໃຫຍ່​ຂອງ ໄຕ້​ຫວັນ ຄື Foxconn, Wistron, Foxlink... ໄດ້​ລົງ​ທຶນ​ມາ​ຫວຽດ​ນາມ ແລະ ພວມ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ເປີດກວ້າງ​ການ​ລົງ​ທຶນ. ຫວຽດ​ນາມ ພວມ​ເອົາ​ໃຈ​ໃສ່​ເຖິງ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນສຳ​ເລັດ​ຮູບ, ຫວັງ​ວ່າ​ປີ 2025 – 2030 ອາດ​ຈະ​ບັນ​ລຸ​ລະ​ດັບ 45 – 70% ອັດ​ຕາ​ຜະ​ລິດ​ຢູ່ ຫວຽດ​ນາມ. ໃນ​ນັ້ນ​ຂະ​ແໜງ​ເອ​ເລັກ​ໂຕ​ນິກ ພວມ​ໄດ້ຮັບການຕ້ອນຮັບຈາກ​ຫວຽດ​ນາມ​ ແລະ​ ມີຫຼາ​ຍ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ. ການ​ຮ່ວມ​ມື​ລົງ​ທຶນນີ້​ແມ່ນ​ຜົນ​ສຳ​ເລັດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ກອງ​ປະ​ຊຸມສຳມະນາ​ກໍ່​ແນະ​ນຳ​ກາ​ລະ​ໂອ​ກາດ​ລົງ​ທຶນ​ເຂົ້າ​ໃນ​ບັນ​ດາ​ເຂດ​ອຸດ​ສາ​ຫ​ະ​ກຳ ຢູ່​ຮ່າ​ນາມ, ຫ໋າຍ​ເຢືອງ, ວິງ​ຟຸກ, ແທ​ງ​ຮ​ວາ, ເງະ​ອານ… ແລະ ຂໍ້ກຳ​ນົດ​ຂອງ​ກົດ​ໝາຍ​ຫວຽດ​ນາມ​ກ່ຽວ​ກັບ​ການ​ນຳ​ໃຊ້​ຜູ້​ອອກ​ແຮງ​ງານ​ສຳລັບ​ບັນ​ດາ​ວິ​ສາ​ຫະ​ກິດຕ່າງ​ປະ​ເທດ ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ.

ເຖິງວ່າ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຜົນ​ກະ​ທ້ນ​ຕໍ່​ພື້ນ​ຖາ​ນ​ເສດ​ຖະ​ກິດ​ທົ່ວ​ໂລກ, ແຕ່​ຕາມ​ທ່າ​ນາງ ໂດ​ທິກວິ່ງ​ງາ - ຜູ້​ຕາງ​ໜ້າ​ກົມ​ລົງ​ທຶນ​ຕ່າງ​ປະ​ເທດ (ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ) ແລ້ວ, ໃນ​ຊຸມ​ເດືອນ​ຕົ້ນ​ປີ 2021, ບັນ​ດາ​ໂຄງ​ການ FDI ມາ​ລົງ​ທຶນ ຢູ່ ຫວຽດ​ນາມ ຍັງ​ມີ​ການ​ເຕີບ​ໂຕ, ເປັນ​ຕົ້​ນ​ແມ່ນ​ບັນ​ດ​າ​ຂະ​ແໜງ​ອຸດ​ສາ​ຫະ​ກຳ, ເຕັກ​ນິກ​ເຕັກ​ໂນ​ໂລ​ຢີ​ສູງ.

ທ່ານ​ນາງ ໂງ​ເຟີມ​ເຈິ່ນ, ປະ​ທານສະຫະ​ສະ​ມາ​ຄົມ​ພັດ​ທະ​ນາ​ເສດ​ຖະ​ກິດ​ວັດ​ທະ​ນະ​ທຳ​ການ​ສຶກ​ສາ ໄຕ້​ຫວັນ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ວ່າ: ຫວຽດ​ນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງ​ການ​ບຳ​ລຸງ​ສ້າງ​ແຫຼ່ງ​ຄົນ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ດ້ວຍ​ຄຸນ​ນະ​ພາບ​ສູງ. ນັບແຕ່​ປີ 2016 ມາ​ຮອດ​ປັດ​ຈຸ​ບັນ ມີ​ນັກ​ສຶກ​ສາ​ຫວຽດ​ນາມ ກ່​ວາ 17.000 ຄົນ ພວມ​ຮ່ຳ​ຮຽນ​ຕາມ​ໂຄງ​ການ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຕາມ​ນະ​ໂຍ​ບາຍ​ໃໝ່​ມຸ່ງ​ໄປ​ເຖິງ​ທາ​ງ​ທິດ​ໃຕ້ຂອງ ໄຕ້ຫວັນ ແລະ ຄາດ​ວ່າ​ຕົວ​ເລກ​ນີ້​ຈະ​ເພີ່ມ​ຂຶ້ນຫຼາຍ​ກ່​ວາ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.