ມະຫາວິທະຍາໄລຫວຽດນາມ 3 ແຫ່ງໄດ້ຮັບລາງວັນຂອງກອງທຶນພົບປະແລກປ່ຽນສາກົນຍີ່ປຸ່ນ

09:00 | 23/09/2021

ຍສໝ - ມະຫາວິທະຍາໄລຫວຽດນາມ 3 ແຫ່ງ ຫາກໍ່ໄດ້ຮັບລາງວັນຂອງກອງທຶນພົບປະແລກປ່ຽນສາກົນຍີ່ປຸ່ນ ປີ 2021 …

ຍີ່ປຸ່ນ ໜຸນຊ່ວຍ ວັກຊີນ COVID-19 ໃຫ້ແກ່ຫວຽດນາມ ເພີ່ມອີກ ຍີ່ປຸ່ນ ໜຸນຊ່ວຍ ວັກຊີນ COVID-19 ໃຫ້ແກ່ຫວຽດນາມ ເພີ່ມອີກ
ຄົນຫວຽດນາມຄົນທຳອິດທີ່ໄດ້ເປັນອຳນວຍການຢູ່ປະເທດຍີ່ປຸ່ນ ຄົນຫວຽດນາມຄົນທຳອິດທີ່ໄດ້ເປັນອຳນວຍການຢູ່ປະເທດຍີ່ປຸ່ນ

ລະອຽດ, ກອງທຶນພົບປະແລກປ່ຽນສາກົນຍີ່ປຸ່ນ ໄດ້ປະກາດລາງວັນໃຫ້ແກ່ພະແນກພາສາ ແລະ ວັດທະນະທໍາຍີ່ປຸ່ນ - ມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ; ແລະ ພະແນກພາສາຍີ່ປຸ່ນ - ມະຫາວິທະຍາໄລການຄ້າຕ່າງປະເທດຢູ່ຮ່າໂນ້ຍ; ແລະ ພະແນກພາສາຍີ່ປຸ່ນ - ມະຫາວິທະຍາໄລຮ່າໂນ້ຍ.

ໃນຊຸມປີມໍ່ມານີ້, ການພົວພັນລະຫວ່າງຍີ່ປຸ່ນ ແລະ ຫວຽດນາມ ນັບມື້ນັບພັດທະນາຢ່າງເລິກເຊີ່ງ ແລະ ກວ້າງຂວາງໃນຫຼາຍຂົງເຂດ ຄື: ການແລກປ່ຽນດ້ານວັດທະນະທໍາ, ການຮ່ວມມື - ການລົງທຶນ ແລະ ການເພີ່ມໂອກາດວຽກເຮັດງານທໍາຢູ່ຍີ່ປຸ່ນ ... ໂຄງການສອນ ແລະ ຮຽນພາສາຍີ່ປຸ່ນ ໃນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ໄດ້ມີຢູ່ຫວຽດນາມ.

ມະຫາວິທະຍາໄລຫວຽດນາມ 3 ແຫ່ງໄດ້ຮັບລາງວັນຂອງກອງທຶນພົບປະແລກປ່ຽນສາກົນຍີ່ປຸ່ນ
ມະຫາວິທະຍາໄລຫວຽດນາມ 3 ແຫ່ງໄ ດ້ຮັບລາງວັນຂອງກອງທຶນພົບປະແລກປ່ຽນສາກົນຍີ່ປຸ່ນ. (ພາບ: nhandan.vn)

ມະຫາວິທະຍາໄລການຄ້າຕ່າງປະເທດ ໄດ້ສອນພາສາຍີ່ປຸ່ນ ຕັ້ງແຕ່ປີ 1961, ບຳລຸງສ້າງຊັບພະຍາກອນມະນຸດ ໃນດ້ານເສດຖະກິດ, ການຕ່າງປະເທດ ແລະ ການບໍລິຫານ.

ພະແນກພາສາຍີ່ປຸ່ນ - ມະຫາວິທະຍາໄລຮ່າໂນ້ຍ ໄດ້ສ້າງຕັ້ງຂຶ້ນໃນປີ 1973, ບຳລຸງສ້າງຊັບພະຍາກອນມະນຸດ ໃນດ້ານການແປພາສາ. ໃນປີ 2010, ໂຮງຮຽນນີ້ໄດ້ເປີດການບຳລຸງສ້າງລະດັບປະລິນຍາໂທດ້ານພາສາຍີ່ປຸ່ນ.

ພະແນກພາສາ ແລະ ວັດທະນະທຳຍີ່ປຸ່ນ - ມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໄດ້ບຳລຸງສ້າງພາສາຍີ່ປຸ່ນ ມາຕັ້ງແຕ່ປີ 1992, ເປັນສະຖາບັນບຳລຸງສ້າງຄູສອນພາສາຍີ່ປຸ່ນ (ປະຖົມ ແລະ ມັດທະຍົມ) ພຽງແຫ່ງດຽວຢູ່ຫວຽດນາມ. ໃນປີ 2009, ໂຄງການບຳລຸງສ້າງປະລິນຍາໂທດ້ານພາສາຍີ່ປຸ່ນໄດ້ເລີ່ມຂຶ້ນ.

ໃນປີ 2017, ຄວາມຕ້ອງການຮຽນພາສາຍີ່ປຸ່ນ ໄດ້ເພີ່ມຂຶ້ນ ແລະ ສາມໂຮງຮຽນທີ່ກ່າວມາຂ້າງເທິງ ໄດ້ເປັນເຈົ້າການຮ່ວມມືກັບໂຮງຮຽນອື່ນໆ ຜັນຂະຫຍາຍການສອນພາສາຍີ່ປຸ່ນ, ສ້າງຕັ້ງ "ສາຂາສະມາຄົມຄົ້ນຄວ້າ ໄວຍາກອນພາສາຍີ່ປຸ່ນ ແລະ ການສອນພາສາຍີ່ປຸ່ນ" ທີ່ມີຂອບເຂດທົ່ວປະເທດຢູ່ຫວຽດນາມ.

ລາງວັນຂອງກອງທຶນພົບປະແລກປ່ຽນສາກົນຍີ່ປຸ່ນ ເຊິ່ງໄດ້ເລີ່ມໃນປີ 1973, ໄດ້ຮັບຮູ້ບຸກຄົນ ຫຼື ໝູ່ຄະນະທີ່ໄດ້ປະກອບສ່ວນອັນສໍາຄັນເປັນພິເສດໃນການສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ສົ່ງເສີມມິດຕະພາບລະຫວ່າງປະເທດ ແລະ ເຈດຈຳນົງທີ່ດີໂດຍຜ່ານກິດຈະກໍາການສຶກສາ, ສິລະປະ ແລະ ວັດທະນະທໍາອື່ນໆ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.