ຫວຽດນາມ ພວມມານະພະຍາຍາມຄວບຄຸມການລະບາດ ແລະຟື້ນຟູການຜະລິດດຳເນີນທຸລະກິດ

18:30 | 21/09/2021

ຍສໝ - ປະຈຸບັນ, ເປົ້າໝາຍແມ່ນເພື່ອດໍາລົງຊີວິດຢ່າງປອດໄພຮ່ວມກັບການລະບາດ, ອໍານາດການປົກຄອງທຸກຂັ້ນ ຢູ່ ຫວຽດນາມ ພວມປັບປ່ຽນວິທີການຕໍ່ສູ້ກັບການລະບາດ, ຟື້ນຟູການຜະລິດ ແລະດໍາເນີນທຸລະກິດ.

ລ່າວກາຍໄດ້ຮັບອຸປະກອນການແພດຈາກກຸ່ມບໍລິສັດ Sunwah ຮົ່ງກົງ ແລະແຂວງ ຢຸນນານ, ຈີນ ລ່າວກາຍໄດ້ຮັບອຸປະກອນການແພດຈາກກຸ່ມບໍລິສັດ Sunwah ຮົ່ງກົງ ແລະແຂວງ ຢຸນນານ, ຈີນ
ທ່ານປະທານປະເທດ ກູບາ ປະດັບຫຼຽນ​ໄຊ Jose Marti ໃຫ້ແກ່ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ທ່ານປະທານປະເທດ ກູບາ ປະດັບຫຼຽນ​ໄຊ Jose Marti ໃຫ້ແກ່ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ
ພາບປະກອບ
ພາບປະກອບ

ໃນວັນທີ 20 ກັນຍາ, ຫຼາຍທ້ອງຖິ່ນໄດ້ປ່ຽນວິທີການຕ້ານການລະບາດ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາຜະລິດຳເນີນທຸລະກິດຕາມຂັ້ນຕອນແຜນການ. ມີຫຼາຍທ້ອງຖິ່ນທາງພາກໃຕ້, ລວມທັງນະຄອນໂຮ່ຈີມິນ ກໍ່ໄດ້ເປີດຕະຫຼາດຂາຍສົ່ງບາງແຫ່ງຄືນໃໝ່, ຍົກອອກຂັ້ນຕອນເພື່ອຊຸກຍູ້ການເຄື່ອນໄຫວດຳເນີນທຸລະກິດ, ເປີດເສັ້ນທາງທ່ອງທ່ຽວຄືນໃໝ່.

ການເປີດປະຕູຄືນໃໝ່ເທື່ອລະກ້າວ, ຕາມວົງຄະນະຍາດວິສາຫະກິແລ້ວ ແມ່ນເປັນສັນຍານທີ່ດີສໍາລັບຜົນປະໂຫຍດຂອງວິສາຫະກິດ, ຜູ້ອອກແຮງງານເວົ້່າສະເພາະ ແລະຂອງປະເທດເວົ້່າລວມ.

ເຖິງແນວໃດກໍ່ຕາມ, ຜ່ອນຜັນແຕ່ຍັງຕ້ອງມີຄວາມປອດໄພ, ມີໄຫວພິບ, ສາມາດປັບຕົວເຂົ້າກັບສະພາບການໃໝ່ໄດ້ຫຼາຍຂຶ້ນ. ໂດຍສະເພາະ, ຕ້ອງຍູ້ໄວການສັກຢາປ້ອງກັນ, ປະຕິບັດຕາມສານ 5K ຢ່າງເຂັ້ມງວດ, ມີຄວາມເປັນເຈົ້າການຢ່າງຕັ້ງໜ້າຫຼາຍຂຶ້ນໃນການນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະຂໍ້ມູນໃນການປ້ອງກັນການລະບາດ.

ບັນດາວິທີແກ້ໄຂທີ່ຫວຽດນາມນຳໃຊ້ແມ່ນກົງກັບຄຳຢືນຢັນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນເວລາເຮັດວຽກກັບບັນດາທ່ານເອກອັກຄະລັດຖະທູດຕ່າງປະເທດ ແລະຜູ້ຕາງໜ້ານັກລົງທຶນຕ່າງປະເທດຢູ່ຫວຽດນາມ: ຫວຽດນາມ ພວມມານະພະຍາຍາມຄວບຄຸມການລະບາດຂອງພະຍາດໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ເພື່ອສືບຕໍ່ຊຸກຍູ້ການພັດທະນາ.

ໄຊພອນ

ເຫດການ
302 Found

Found

The document has moved here.