ສະຖານທີ່ທ່ອງທ່ຽວ ຢູ່ ບາເຣຍ - ວູງເຕົາ ໄດ້ເປີດຄືນໃໝ່ ພາຍຫຼັງວັນທີ 15 ກັນຍາ

09:00 | 18/09/2021

ຍສໝ - ນັບແຕ່ວັນທີ 15 ກັນຍານີ້, ບາເຣຍ - ວູງເຕົາ ຈະເປີດຕະຫຼາດ, ສູນການຄ້າ, ລະບົບຮ້ານຄ້າຂາຍຍ່ອຍ, ສະຖານທີ່ກໍ່ສ້າງ ແລະ ໂຮງແຮມຄືນໃໝ່ ໃນເຂດທີ່ກໍາລັງນໍາໃຊ້ຄໍາສັ່ງເລກທີ 15 ແລະ ເປີດທົດລອງເຄື່ອນໄຫວ 4 ແຫຼ່ງທ່ອງທ່ຽວຄືນໃໝ່ໃນ "ເຂດສີຂຽວ".

ຫໍພິພທະພັນວິຈິດສິນຫວຽດນາມ ເປີດຕົວເຕັກໂນໂລຢີການທ່ອງທ່ຽວອອນໄລ໌ 3D ຫໍພິພທະພັນວິຈິດສິນຫວຽດນາມ ເປີດຕົວເຕັກໂນໂລຢີການທ່ອງທ່ຽວອອນໄລ໌ 3D
ປ່າໄມ້ຊອດຢູ່ເມືອງ Mu Cang Chai ປ່າໄມ້ຊອດຢູ່ເມືອງ Mu Cang Chai

ທ່ານ ເລຫງອກແຄັ່ງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ບາເຣຍ - ວູງເຕົາ ກ່າວວ່າ ແຂວງໄດ້ອະນຸຍາດໃຫ້ທົດລອງເປີດໂຮງແຮມຄືນໃໝ່ ດ້ວຍການບໍລິການຄົບວົງຈອນ, ໂດຍມີແຜນການຮັບປະກັນຄວາມປອດໄພໃນການປ້ອງກັນ ແລະ ຄວບຄຸມພະຍາດ ສຳລັບໂຮງແຮມ Melia ໂຮ່ຈ່າມ, ໂຮ່ຈ່າມ Strip, ຫ້ວຍນໍ້າຮ້ອນ ບີ່ງເຈົາ ແລະ ໂຮງແຮມ Six Senses ກົນດາວ… ຕາມການແນະນໍາ.

ຢູ່ບັນດາເມືອງເຂດສີຂຽວ ເຊັ່ນ: ເຈົາດຶດ, ຊຽນໂມກ, ເດີດດໍ ແລະ ກົນດາວ, ໄດ້ອະນຸຍາດໃຫ້ນຳໃຊ້ກິດຈະກຳການຜະລິດ, ທຸລະກິດ ແລະ ການບໍລິການຈຳນວນໜຶ່ງ...

ສະຖານທີ່ທ່ອງທ່ຽວ ຢູ່ ບາເຣຍ - ວູງເຕົາ ໄດ້ເປີດຄືນໃໝ່ ພາຍຫຼັງວັນທີ 15 ກັນຍາ
ພາບປະກອບ

ຫ້າງສັບພະສິນຄ້າ, ສູນການຄ້າ ແລະ ລະບົບຮ້ານຄ້າຂາຍຍ່ອຍ ຈະຕ້ອງດຳເນີນການປະເມີນຄວາມປອດໄພໃນການປ້ອງກັນ ແລະ ຄວບຄຸມພະຍາດ ກ່ອນຈະໄດ້ຮັບອະນຸຍາດໃຫ້ເປີດຄືນໃໝ່.

ຕະຫຼາດຈະເປີດຄືນໃໝ່ ແຕ່ຕ້ອງມີພຽງການຄ້າຂາຍສິນຄ້າທີ່ຈຳເປັນ ແລະ ກໍ່ຕໍ່ເມື່ອເຂົາເຈົ້າຕອບສະໜອງເງື່ອນໄຂການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໄດ້ຢ່າງຄົບຖ້ວນ.

ຄະນະກຳມະການປະຊາຊົນຂອງບັນດາເມືອງ ຕ້ອງກຳນົດເວລາ ແລະ ວິທີການດຳເນີນຂອງຕະຫຼາດ ໃຫ້ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ. ການໄປຕະຫຼາດນຳໃຊ້ຮູບແບບການແຈກບັດ ດ້ວຍສອງຄັ້ງຕໍ່ອາທິດ, ແບ່ງອອກເປັນໂມງເວລາຕາມບ້ານ, ຄຸ້ມ ແລະ ເມືອງ.

ຮ້ານອາຫານ, ສາຂາການບໍລິການອາຫານ ສາມາດດໍາເນີນການຜ່ານຮູບແບບການສັ່ງອອນໄລ, ບໍ່ໃຫ້ຂາຍໂດຍກົງໃຫ້ກັບປະຊາຊົນ, ຄົນສົ່ງແມ່ນພະນັກງານຂອງບໍລິວັດທີ່ໃຫ້ບໍລິການຈັດສົ່ງສິນຄ້າ ທີ່ນຳໃຊ້ເຕັກໂນໂລຢີຕ້ອງຮັບປະກັນມາດຕະການຄວາມປອດໄພ, ປ້ອງກັນການລະບາດ. ຫຼັງຈາກໄດ້ຮັບການພິຈາລະນາ ແລະ ປະເມີນເງື່ອນໄຂຄົບຖ້ວນ, ທາງຮ້ານຈະຕິດກາຄົວເຮືອນທຸລະກິດສີຂຽວ ຫຼື ຄົວເຮືອນທຸລະກິດທີ່ປອດໄພ ໃສ່ກັບອາຫານ.

ກິດຈະກຳກໍ່ສ້າງ ສືບຕໍ່ດໍາເນີນການໄດ້ໂດຍມີເງື່ອນໄຂນຳໃຊ້ແຮງງານວ່າ ຕ້ອງແມ່ນປະຊາຊົນທີ່ອາໄສຢູ່ໃນບໍລິເວນເມືອງໃດໜຶ່ງ.

ແຮງງານໄດ້ຮັບອະນຸຍາດໃຫ້ໃຊ້ພາຫະນະສ່ວນຕົວ ເພື່ອເດີນທາງຈາກບ່ອນຢູ່ອາໄສຂອງເຂົາເຈົ້າໄປຫາບ່ອນເຮັດວຽກ (ມີໃບຢັ້ງຢືນຂອງວິສາຫະກິດ, ສໍາລັບວຽກກໍ່ສ້າງລາຍຍ່ອຍ, ຕ້ອງມີໃບຢັ້ງຢືນຂອງຄະນະກໍາມະການປະຊາຊົນຂັ້ນຕາແສງ).

ແຂວງ ບາເຣຍ - ວູງເຕົາ ຍັງອະນຸຍາດໃຫ້ປຸກສ້າງເຮືອນຢູ່ຂອງປະຊາຊົນ ທີ່ກຳລັງປຸກສ້າງຍັງບໍ່ທັນແລ້ວ ທີ່ມີຮົ້ົ້ວກັ້ນຢູ່ອ້ອມຮອບພື້ນທີ່ ໄດ້ສືບຕໍ່ຜັນຂະຫຍາຍ (ດ້ວຍຈໍານວນແຮງງານຕໍ່າກວ່າ 10 ຄົນ), ນໍາໃຊ້ແຮງງານພາຍໃນທ້ອງຖິ່ນ, ຄວບຄຸມການລະບາດຂອງພະຍາດຕາມຂໍ້ກຳນົດ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.