ລ່າວກາຍໄດ້ຮັບອຸປະກອນການແພດຈາກກຸ່ມບໍລິສັດ Sunwah ຮົ່ງກົງ ແລະແຂວງ ຢຸນນານ, ຈີນ

16:25 | 21/09/2021

ຍສໝ - ແຂວງລາວກາຍຫາກໍ່ໄດ້ຮັບອຸປະກອນການແພດລວມມີ: ຊຸດກວດວິເຄາະຫາເຊື້ອພະຍາດ, ຜ້າອັດປາກ ແລະເຄື່ອງຊ່ວຍຫາຍໃຈຈາກກຸ່ມບໍລິສັດ Sunwah ຮົ່ງກົງ ແລະແຂວງຢຸນນານ, ຈີນ ຜ່ານດ່ານຊາຍແດນສາກົນທາງບົກ ເລກທີ II ກີມແທ່ງ.

Asia Times, ຮົ່ງກົງ(ຈີນ) ຕີລາຄາສູງກ່ານຊີ້ນຳນຳພາຂອງພັກກອມມູນິດຫວຽດນາມຕໍ່​ປະ​ຊາ​ຊົນ Asia Times, ຮົ່ງກົງ(ຈີນ) ຕີລາຄາສູງກ່ານຊີ້ນຳນຳພາຂອງພັກກອມມູນິດຫວຽດນາມຕໍ່​ປະ​ຊາ​ຊົນ
ຖ້ຽວບິນກວ່າ 300 ຖ້ຽວ ຖືກຍົກເລີກ ຢູ່ ສະໜາມບິນ ຮົ່ງກົງ ຖ້ຽວບິນກວ່າ 300 ຖ້ຽວ ຖືກຍົກເລີກ ຢູ່ ສະໜາມບິນ ຮົ່ງກົງ
ລ່າວກາຍໄດ້ຮັບອຸປະກອນການແພດຈາກກຸ່ມບໍລິສັດ Sunwah ຮົ່ງກົງ ແລະແຂວງ ຢຸນນານ, ຈີນ
ລ່າວກາຍໄດ້ຮັບອຸປະກອນການແພດຈາກກຸ່ມບໍລິສັດ Sunwah ຮົ່ງກົງ ແລະແຂວງ ຢຸນນານ, ຈີນ. ພາບ: baophapluat.vn

ບັນດາອຸປະກອນການແພດປະກອບມີ: ຊຸດກວດວິເຄາະຫາເຊື້ອພະຍາດທາງດັງໂດຍໄວ 15.000 ຊຸດ;ຊຸດກວດວິເຄາະຫາເຊື້ອພະຍາດທາງຄໍໂດຍໄວ 15.000 ຊຸດ; ຜ້າອັດປາກທາງການແພດ 400.000 ອັນ; ຊຸດເຄື່ອງນຸ່ງປ້ອງກັນທາງການແພດ 1.200 ຊຸດທີ່ອຸປະຖຳໂດຍກຸ່ມບໍລິສັດ Sunwah ຮົ່ງກົງ; ເຄື່ອງຜະລິດອົກຊີ 160 ເຄື່ອງ (ປະເພດ 5 ກິໂລ) ເພື່ອຮັບໃຊ້ການປ້ອງກັນ ແລະຄວບຄຸມການລະບາດຢູ່ທ້ອງຖິ່ນຕ່າງຂອງຫວຽດນາມລວມມີ: ລາວກາຍ, ຮ່າຢາງ, ລາຍເຈົາ, ດ້ຽນບຽນ, ອຽນບາຍ, ຮ່າໂນ້ຍ, ຫາຍຟ່ອງ, ກວາງນິງ (ຄາດຄະເນແຕ່ລະທ້ອງຖິ່ນ ມອບໃຫ້ປະມານ 20 ເຄື່ອງ) ໂດຍໄດ້ຮັບການຊ່ວຍເຫຼືອຈາກແຂວງຢູນນານ ປະເທດຈີນ.

ຈໍານວນອຸປະກອນການແພດຂ້າງເທິງໄດ້ຮັບການປະສານສົມທົບ ລະຫວ່າງ ຄະນະຄຸ້ມຄອງເຂດເສດຖະກິດແຂວງ, ກົມພາສີແຂວງ, ກອງບັນຊາການທະຫານຊາຍແດນແຂວງ ແລະບັນດາໜ່ວຍງານທີ່ກ່ຽວຂ້ອງເພື່ອປະຕິບັດຂັ້ນຕອນການແຈ້ງພາສີຕໍ່ສິນຄ້າຜ່ານດ່ານຊາຍແດນສາກົນທາງບົກ ເລກທີ II ກີມແທ່ງ ແລະໄດ້ຖືກມອບຮັບ ແລະເກັບຮັກສາໄວ້ຊົ່ວຄາວຢູ່ທີ່ສູນຄວບຄຸມພະຍາດ (ພະແນກສາທາລະນະສຸກ) ກ່ອນທີ່ຈະຖືກເຄື່ອນຍ້າຍໄປສູ່ບັນດາທ້ອງຖິ່ນຕາມແຜນການ.

ໄຊພອນ

ເຫດການ
302 Found

Found

The document has moved here.