ວິສາຫະກິດຕ່າງປະເທດຫວັງວ່າ ຫວຽດນາມຈະເປີດປະຕູຄືນໃໝ່ໃນໄວໆນີ້

16:30 | 20/09/2021

ຍສໝ - 3 ສາມສະມາຄົມວິສາຫະກິດຕ່າງປະເທດ ແລະ ສະພາວິສາຫະກິດອາເມລິກາ-ອາຊຽນ ໄດ້ສົ່ງຈົດໝາຍເຖິງລັດຖະບານ, ໂດຍເນັ້ນວ່າ ຖ້າຫວຽດນາມເປີດປະຕູຄືນໃໝ່ຊ້າ ອາດຈະພາດໂອກາດຫຼາຍຢ່າງ.

ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາອົງການມິດຕະພາບກູບາ-ຫວຽດນາມ ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາອົງການມິດຕະພາບກູບາ-ຫວຽດນາມ
ທ່ານປະທານປະເທດ ຫງວຽນຊວນຟຸກ ຢ້ຽມຢາມສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ກູບາ ທ່ານປະທານປະເທດ ຫງວຽນຊວນຟຸກ ຢ້ຽມຢາມສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ກູບາ

ໃນຈົດໝາຍ, ກຸ່ມບັນດາສະມາຄົມ ລວມມີ AmCham (ສະມາຄົມບັນດາວິສາຫະກິດສະຫະລັດອາເມລິກາຢູ່ຫວຽດນາມ), EuroCham (ສະມາຄົມບັນດາວິສາຫະກິດເອີຣົບຢູ່ຫວຽດນາມ), KoCham (ສະມາຄົມບັນດາວິສາຫະກິດ ສ.ເກົາຫຼີ ຢູ່ຫວຽດນາມ) ແລະ ສະພາວິສາຫະກິດອາເມລິກາ-ອາຊຽນ ຕີລາຄາສູງຕໍ່ການຊີ້ນໍາຂອງ ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ແລະ ລັດຖະບານ ໃນການກໍານົດທິດທາງການຕໍ່ສູ້ກັບໂລກລະບາດ ແລະ ເປີດປະຕູພື້ນຖານເສດຖະກິດ.

ພາບປະກອບ
ພາບປະກອບ

ກຸ່ມນີ້ຕີລາຄາວ່າ ຫວຽດນາມ ມີບັນດາມາດຕະການເພື່ອຮັກສາລະດັບການແກ່ງແຍ້ງໃນພາກພື້ນ ແລະ ໃນໂລກ, ບໍ່ຊັກຊ້າໃນການຟື້ນຟູເສດຖະກິດແມ່ນສິ່ງທີ່ສໍາຄັນທີ່ສຸດ. ບັນດາສະມາຄົມໄດ້ຢືນຢັນຄຳໝັ້ນສັນຍາສະໜັບສະໜູນ “ເປົ້າໝາຍຄວບຄູ່” ຂອງລັດຖະບານ, ທັງຕໍ່ສູ້ກັບການລະບາດຂອງພະຍາດ ທັງຮັບປະກັນການພັດທະນາເສດຖະກິດ.

"ພວກຂ້າພະເຈົ້າມີແງ່ຫວັງທີ່ດີກ່ຽວກັບອະນາຄົດຂອງຫວຽດນາມ. ພວກຂ້າພະເຈົ້າເຊື່ອໜັ້ນໃນກໍາລັງແຮງ ແລະ ຄວາມອົງອາດກ້າແກ່ນຂອງປະຊາຊົນຫວຽດນາມ ກໍ່ຄືເສດຖະກິດຫວຽດນາມ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ຈະຮວ່ມເດີ່ນທາງກັບຫວຽດນາມ ແລະລົງທຶນໄລຍະຍາວ" ຄັດຈາກຈົດໝາຍ.

ບັນດາສະມາຄົມດັ່ງກ່າວກໍ່ຢັ້ງຢືນຢັນການສະໜັບສະໜູນແນວທາງນະໂຍບາຍປັບຕົວຂອງນາຍົກລັດຖະມົນຕີທີ່ວ່າ “ຢູ່ຮ່ວມກັນຢ່າງປອດໄພກັບການລະບາດ” ແລະ ປາດຖະໜາຈະຮວ່ມເດີນທາງກັບລັດຖະບານ ແລະ ການນຳ ບັນດາທ້ອງຖິ່ນ, ໂດຍສະເພາະແມ່ນນະຄອນໂຮ່ຈີມິນ ແລະ ບັນດາແຂວງພາກໃຕ້ເພື່ອເປີດປະຕູ ເສດຖະກິດຄືນໃໝ່ຢ່າງປອດໄພ, ຟື້ນຟູເສດຖະກິດ ແລະ ກ້າວໄປສູ່ສະພາບປົກກະຕິໃໝ່.

ບັນດາສະມາຄົມດັ່ງກ່າວຢືນຢັນວ່າ ບັນດາວິສາຫະກິດຕ່າງປະເທດພວມມີຄວາມຕ້ອງການຂັ້ນຕອນທີ່ຈະແຈ້ງສຳລັບການເປີດປະຕູຄືນໃໝ່. "ການລົງທຶນຈະບໍ່ເພີ່ມຂຶ້ນຖ້າບໍ່ມີແຜນການກ່ຽວກັບການເປີດປະຕູ ແລະ ຟື້ນຟູເສດຖະກິດຄືນໃໝ່ ຢ່າງຈະແຈ້ງ. ນັບທັງບັນດາວິສາຫະກິດທີ່ໄດ້ລົງທຶນຢູ່ຫວຽດນາມກໍ່ພວມໂຈະຊົ່ວຄາວແຜນການລົງທຶນເກືອບທັງໝົດໃນໄລຍະນີ້. ບັນດານັກລົງທຶນໃໝ່ທີ່ມີຄວາມສາມາດປບົ່ມຊ້ອນບໍ່ສາມາດເຂົ້າມາຫວຽດນາມໄດ້ ຖ້າບໍ່ມີນະໂຍບາຍເຂົ້າເມືອງຢ່າງຈະແຈ້ງ”, ກຸ່ມສະມາຄົມໃຫ້ຮູ້.

ກຸ່ມສະມາຄົມດັ່ງກ່າວຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວັກຊີນ ແລະ ປາດຖະໜາວ່າ ລັດຖະບານຈະໃຫ້ຄວາມບູລິມະສິດໃນການສັກຢາວັກຊີນໃຫ້ກໍາລັງສາທາລະນະສຸກແນວໜ້າ, ຜູ້ສູງອາຍຸ, ຜູ້ທີ່ມີພະຍາດປະຈໍາໂຕ, shipper, ຄົນຂາຍເຄື່ອງຍ່ອຍສຳລັບສິນຄ້າທີ່ຈຳເປັນ ແລະ ຢຸກຢາ, ຜູ້ອອກແຮງງານຢູ່ໃນບັນດາເຂດອຸດສາຫະກຳ, ທ່າເຮືອກໍາປັ່ນສິນຄ້າ, ການຂົນສົ່ງ, ໂດຍສະເພາະໃນເຂດພາກໃຕ້.

ກ່ຽວກັບການສະໜີ ໜັງສືຜ່ານແດນວັກຊີນ ແລະ "ບັດຂຽວ, ບັດເຫຼືອງ", ກຸ່ມສະມາຄົມໄດ້ຕີລາຄາແຜນການນີ້ອາດຈະເປັນສ່ວນໜຶ່ງທີ່ເປັນປະໂຫຍດຂອງຍຸດທະສາດການເປີດປະຕູຄືນໃໝ່, ແຕ່ຍັງມີຫຼາຍຈຸດທີ່ຍັງບໍ່ຈະແຈ້ງ. "ບັນຫາທີ່ຂ້ອງຄາໃຫຍ່ທີ່ສຸດແມ່ນຢູ່ໃນລະບົບການນໍາໃຊ້ຄວບຄຸມ ແລະ ການປະສານງານຂອງບັນດາກະຊວງ, ຂະແໜງການ ກໍ່ຄືທ້ອງຖິ່ນເພື່ອໃຫ້ມີການກໍານົດເປັນເອກະພາບກັນ". ກຸ່ມດັ່ງກ່າວໃຫ້ຮູ້.

ກຸ່ມບັນດາສະມາຄົມດັ່ງກ່າວຍັງໄດ້ກ່າວເຖິງຫຼາຍບັນຫາຈຳເປັນຮີບດ່ວນເຊັ່ນ: ການມີສ່ວນຮ່ວມຂອງສາທາລະນະສຸກເອກະຊົນ, ຄວາມຈຳເປັນຮີບດ່ວນຂອງການເປີດປະຕູຂົງເຂດການຜະລິດຄືນໃໝ່, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການປະສານງານເປັນເອກະພາບຂອງອໍານາດການປົກສູນກາງ ແລະ ທ້ອງຖິ່ນໃນຫວຽດນາມ. ກຸ່ມດັ່ງກ່າວຍັງໃຫ້ຮູ້ວ່ານີ້ເປັນເວລາເໝາະສົມທີ່ຈະວາງແຜນການເປີດປະຕູການທ່ອງທ່ຽວຄືນໃໝ່ຢ່າງປອດໄພ.

ໄຊພອນ

ເຫດການ
302 Found

Found

The document has moved here.