ມອບເຂົ້າ​ໜົມວັນ​ບຸນ​ໄຫວ້​ພະ​ຈັນ​ໃຫ້​ແກ່​ບັນ​ດາ​ນ້ອງ​ນ້ອຍຢູ່​ໂຮງ​ໝໍ​ປິ່ນ​ປົວພະ​ຍາດ​ໂຄວິດ - 19 ​ກ່​ວາ 2.500 ກ້ອນ

06:30 | 21/09/2021

ຍ​ສ​ໝ - ໂຮງ​ຮຽນ​ແນະ​ນຳວິຊາ​ຊີບ ອາ​ຊີ - ເອີ​ລົບ ໄດ້​ສົມ​ທົບ​ກັບ​ສູນ​ປະ​ຕິ​ບັດວຽກ​ງານ​ສັງ​ຄົມ ຊາວ​ໜຸ່ມ​ນະ​ຄອນ​ໂຮ່​ຈີ​ມິນ​ເພື່ອ ມອບ​ເຂົ້າ​ໜົມ​ວັນບຸນ​ໄຫວ້​ພະ​ຈັນໃຫ້​ບັນ​ດາ​ເດັກ​ນ້ອຍທີ່ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຢູ່​ເຂດ​ແຍກ​ຕົວ, ໂຮງ​ໝໍ​ປິ່​ນ​ປົວ, ພາກສະ​ໜາມໃນ​ບໍ​ລິ​ເວນ​ນະ​ຄອນ​ ​ກ່​ວາ 2.500 ກ້ອນ.

ງານ​ວາງ​ສະ​ແດງ​ທາງ​ໄກ “ວັນ​ບຸນ​ໄຫວ້​ພະ​ຈັນ​ເຕົ້​າ​ໂຮມ” ຢູ່​ພະລາຊະວັງ ​ທັງ​ລອງ ງານ​ວາງ​ສະ​ແດງ​ທາງ​ໄກ “ວັນ​ບຸນ​ໄຫວ້​ພະ​ຈັນ​ເຕົ້​າ​ໂຮມ” ຢູ່​ພະລາຊະວັງ ​ທັງ​ລອງ
ຕົ້ນ​ກຳ​ເນີດ​ຂອງວັນ​ບຸນຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່, ບັນ​ພະ​ບູລຸດ ຕົ້ນ​ກຳ​ເນີດ​ຂອງວັນ​ບຸນຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່, ບັນ​ພະ​ບູລຸດ
ມອບເຂົ້າ​ໜົມວັນ​ບຸນ​ໄຫວ້​ພະ​ຈັນ​ໃຫ້​ແກ່​ບັນ​ດາ​ນ້ອງ​ນ້ອຍຢູ່​ໂຮງ​ໝໍ​ປິ່ນ​ປົວພະ​ຍາດ​ໂຄວິດ - 19 ​ກ່​ວາ 2.500 ກ້ອນ
ເຂົ້າ​ໜົມວັນ​ບຸນ​ໄຫວ້​ພະ​ຈັນ​ (ພາບ: tintuc)

ນ້ອງ ເລ​ຮວິ່ງ​ຖຸ່ຍ​ເຢືອງ, ​ຮຽນ​ຢູ່ໂຮງ​ຮຽນ​​ເສດ​ຖະ​ກິດ - ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ ຊັ້ນ​ກາງ ໃຫ້​ຮູ້​ວ່າ: ນ້ອງ​ຮູ້​ສຶກ​ດີ​ໃຈ ແລະ ເປັນ​ກຽດ​ເມື່ອກາຍເປັນໜຶ່ງໃນສະມາຊິກຂອງທິມ​ເຮືອນ​ຄົວ “ເພີ່ມ​ກຳ​ລັງ​ແຫ່ງ​ຄວາມ​ຮັກ​ແພງ”, ເຂົ້າ​ຮ່ວມ​ເຮັດ​ບັນ​ດາ​ເຂົ້າ​ໜົມ​​ໄຫວ້​ພະ​ຈັນ ສົ່ງ​ໄປ​ຍັງ​ບັນ​ດາ​ເດັກ​ນ້ອຍ​ທີ່​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19, ລະ​ດົມ​ກຳ​ລັ​ງ​ໃຈໃຫ້​ບັນ​ດາ​ນ້ອງ​ນ້ອຍ​ທີ່​ມີ​ຄວາມ​ອຸ່ນ​ອຽນ​ໃຈ​ປິ່ນ​ປົວ ແລະ ມີ​ວັນ​ບຸນ​ໄຫວ້​ພະ​ຈັນ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ.

ເອື້ອຍ ໂງ​ຮ່​ວາງ​ເວິນ​ແອັງ, ເຈົ້າຂອງໂຄງ​ການ “ເຮືອນ​ຄົວ​ແຫ່ງ​ຄວາມ​ເມດ​ຕາ ​ແນະ​ນຳວິຊາ​ຊີບ ອາ​ຊີ - ເອີ​ລົບ” ໃຫ້​ຮູ້​ວ່າ: ພາຍຫຼັງ​ໄດ້​ຮັບ​ຂ່າວ​ຈາກ​ສູນ​ປະ​ຕິ​ບັດ​ວຽກງານ ສັງ​ຄົມ ຊາວ​ໜຸ່ມ​ນະ​ຄອນ​ໂຮ່​ຈີ​ມິນ, ໂຮງ​ຮຽນ​ແນະ​ນຳ​ວິຊາຊີບ ອາ​ຊີ - ເອີ​ລົບ ເລີ່ມ​ເຮັດ​ເຂົ້າ​ໜົມ​ໄຫວ້​ພະ​ຈັນ​ກ່​ວາ 2.500 ອັນ ເພື່ອມອບ​ໃຫ້​ບັນ​ດາ​ເດັກ​ນ້ອຍ​ທີ່ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ແລະ ປະ​ຊາ​ຊົນ​ຢູ່​ເຂດ​ແຍກ​ຕົວ, ພິ​ເສດ​ແມ່ນ​ບັນ​ດາ​ເດັກ​ນ້ອຍທີ່​ຕິດ​ເຊື້ອ​ຢູ່​ໂຮງ​ໝໍ​ພາກ​ສະ​ໜາມ​ເລກ​ທີ 6,7,8.

ບັນ​ດາ​ເຂົ້າ​ໜົມ​​ໄຫວ້​ພະ​ຈັນ ເກືອບ​ທັງ​ໝົດ​ໄດ້​ຮັດ​ດ້ວຍ​ມື 100%, ໂດຍ​ບັນ​ດາ​ພະ​ນັກ​ງານ ແລະ ນັກ​ຮຽນ​ຂອງ​ໂຮງ​ຮຽນ​ປະ​ຕິ​ບັດ. ໃນ​ແຕ່​ລະ​ຫໍ່​ເຂົ້າ​ໜົມ, ໂຮງ​ຮຽນ​ແນະ​ນຳວິຊາ​ຊີບ ອາ​ຊີ - ເອີ​ລົບ ໄດ້​ສົ່ງ​ບັນ​ດາ​ຄຳ​ຮັກ​ແພງ​ທີ່​ມອບ​ໃຫ້​ແກ່​ບັນ​ດາ​ເດັກ​ນ້ອຍ​ທີ່​ຕິດ​ເຊື້ອ​ໂຄວິດ - 19 ດ້ວຍ​ສານ​ທີ່​ວ່າ “ພະ​ຈັນ​ໃນ​ມື, ເຕັມ​ໄປ​ດ້ວຍ​ຄວາມໄຝ່ຝັນ”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.