ຊຸກຍູ້ການຮ່ວມມືດ້ານກະສິກຳສອງຝ່າຍ ລະຫວ່າງຫວຽດນາມ ແລະ ແບນຊິກ

06:25 | 15/09/2021

ຍສໝ - ເມື່ອບໍ່ດົນມານີ້, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມິນຮ່ວານ ໄດ້ມີການພົບປະກັບ ແລະ ເຮັດວຽກກັບ ທ່ານ David Clarinval - ລັດຖະມົນຕີກະຊວງສະຫະພາບແບນຊິກ ກ່ຽວກັບຄົນຊັ້ນກາງ, ຜູ້ປະກອບອາຊີບເສລີ, ວິສາຫະກິດຂະໜາດກາງ ແລະ ນ້ອຍ ແລະ ກະສິກໍາ ເພື່ອແລກປ່ຽນປຶກສາຫາລືການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ...

ແບນຊິກ ແລະ EU ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນກັບຫວຽດນາມ ກ່ວາອີກ ແບນຊິກ ແລະ EU ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນກັບຫວຽດນາມ ກ່ວາອີກ
ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ

ທີ່ການພົບປະ, ທ່ານລັດຖະມົນຕີ ເລມິນຮ່ວານ ໄດ້ສະເໜີໃຫ້ຝ່າຍແບນຊິກ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາຜະລິດຕະພັນກະສິກຳ-ປ່າໄມ້-ສິນໃນນ້ຳຂອງສອງປະເທດ ໄດ້ແຊກຊຶມເຂົ້າຕະຫຼາດຂອງກັນ.

ຊຸກຍູ້ການຮ່ວມມືດ້ານກະສິກຳສອງຝ່າຍ ລະຫວ່າງຫວຽດນາມ ແລະ ແບນຊິກ
ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມິນຮ່ວານ ໄດ້ມີການພົບປະກັບ ແລະ ເຮັດວຽກກັບ ທ່ານ David Clarinval - ລັດຖະມົນຕີກະຊວງສະຫະພາບແບນຊິກ.

ທ່ານລັດຖະມົນຕີ ເລມິນຮ່ວານ ໄດ້ຢືນຢັນວ່າ ຫວຽດນາມສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ເພື່ອຊຸກຍູ້ໃຫ້ບັນດາວິສາຫະກິດແບນຊິກເຂົ້າມາລົງທຶນ, ຮ່ວມທຸລະກິດ, ຮ່ວມສຳພັນການຜະລິດ, ດຳເນີນທຸລະກິດກະສິກຳຢູ່ຫວຽດນາມ ໃນບັນດາຂົງເຂດທີ່ແບນຊິກມີທ່າແຮງ ຄື: ເຕັກໂນໂລຢີ logistic ທ່າກ່ຳປັ່ນ, ເຕັກໂນໂລຢີກຳຈັດທາດເຄັມຂອງນ້ຳດ້ວຍລົມ, ເຕັກໂນໂລຢີສຳຫຼວດ ແລະ ເກັບກຳຂໍ້ມູນ, ເຕັກໂນໂລຢີການເກັບຮັກສາອາຫານ... ສອງຝ່າຍສືບຕໍ່ຍູ້ແຮງການຮ່ວມມືໃນການຄົ້ນຄວ້າ, ຖ່າຍທອດເຕັກໂນໂລຢີ ແລະ ການບຳລຸງສ້າງລະຫວ່າງບັນດາສະຖາບັນ, ໂຮງຮຽນ ແລະ ທ້ອງຖິ່ນອື່ນໆ ຂອງແບນຊິກ ກັບຫວຽດນາມ.

ທ່ານລັດຖະມົນຕີ David Clarinval ປາດຖະໜາຢາກພ້ອມກັນຮ່ວມມື ແລະ ຊຸກຍູ້ການຈັດຕັ້ງປະຕິບັດສັນຍາຄູ່ຮ່ວມມືຍຸດທະສາດດ້ານກະສິກໍາ, ໃນນັ້ນ ກໍ່ຊຸກຍູ້ການຮ່ວມມືທີ່ເຂັ້ມແຂງໃນການບຳລຸງສ້າງ, ການຖ່າຍທອດເຕັກໂນໂລຢີ, ຊຸກຍູ້ການລົງທຶນພາກເອກະຊົນ ແລະ ການພັດທະນາລະບົບ logistic ຮັບໃຊ້ລະບົບມູນຄ່າດ້ານກະສິກໍາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.