ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ຢ້ຽມ​ຢາມ​ສະ​ຖານ​ທູດ ແລະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ແຟງ​ລັງ

06:38 | 13/09/2021

ຕອນບ່າຍວັນທີ 11 ກັນຍາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນຫຼວງ Helsinki, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໄປຢ້ຽມຢາມພະນັກງານ, ລັດຖະກອນສະຖານທູດ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ແຟງລັງ.

ສະ​ມາ​ຄົມ ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ມອບ​ລາງວັນ​ການ​ເສັງ “ຫວຽດ​ນາມໃນດວງ​ໃຈຂອງ​ຂ້ອຍ” ສະ​ມາ​ຄົມ ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ມອບ​ລາງວັນ​ການ​ເສັງ “ຫວຽດ​ນາມໃນດວງ​ໃຈຂອງ​ຂ້ອຍ”
ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ແຮ​ງ​ຮ່ວມ​ໃຈ​ຮັບ​ມ​ື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ແຮ​ງ​ຮ່ວມ​ໃຈ​ຮັບ​ມ​ື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢ້ຽມຢາມພະນັກງານ, ລັດຖະກອນສະຖານທູດ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ແຟງລັງ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢ້ຽມຢາມພະນັກງານ, ລັດຖະກອນສະຖານທູດ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ແຟງລັງ. ພາບ:TTXVN

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຮັບຮູ້ ແລະ ຕີລາຄາສູງຕໍ່ອາລົມຈິດຂອງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ແຟງລັງ ທີ່ຍາມໃດກໍ່ອວ່າຍໜ້າເມືອຫາປະເທດຊາດ, ພ້ອມທັງຮັບເອົາບັນດາຂໍ້ສະເໜີແນະຂອງພໍ່ແມ່ປະຊາຊົນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍເນັ້ນໜັກວ່າ ກົມການເມືອງ ຫາກໍປະກາດບົດສະຫຼຸບເລກທີ 12 ກ່ຽວກັບວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່, ໃນນັ້ນ ກົມການເມືອງ ສືບຕໍ່ຢັ້ງຢືນວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້ ແລະ ນີ້ແມ່ນແຫຼ່ງກຳລັງສຳຄັນຂອງຊາດ ຫວຽດນາມ; ທ່ານກໍເນັ້ນໜັກວ່າ ໃນໄລຍະຈະມາເຖິງຈະສືບຕໍ່ເພີ່ມທະວີການປະຕິບັດຕາມເນື້ອໃນຈິດໃຈຂອງບົດສະຫຼຸບເລກທີ 12, ໃນນັ້ນ ຍູ້ແຮງການປົກປ້ອງພົນລະເມືອງ, ແກ້ໄຍບັນດາຂໍ້ຕິດຄັດໃນການປະຕິບັດບັນດາລະບຽບການບໍລິຫານທີ່ກ່ຽວຂ້ອງ… ໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.

ການເຄື່ອນໄຫວຢ້ຽມຢາມສະຖານທູດ ແລະ ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ແຟງລັງ ກໍເປັນການເຄື່ອນໄຫວສິ້ນສຸດລາຍການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເຂົ້າຮ່ວມກອງປະຊຸມປະທານສະພາແຫ່ຊາດໂລກຄັ້ງທີ 5 (WCSP5) ຢູ່ ໂອຕາລິດ, ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີຣົບ, ລາຊະອານາຈັກແບນຊິກ ແລະ ຢ້ຽມຢາມປະເທດສາທາລະນະລັດ ແຟງລັງ ຢ່າງເປັນທາງການ.

vovworld.vn

ເຫດການ
302 Found

Found

The document has moved here.