ເຂັ້ມຂຸ້ນໄປດ້ວຍຄວາມສາມັກຄີ ແລະມິດຕະພາບໃນວັນຄອບຄົວອາຊຽນ 2021 ທີ່ສາທາລະນະລັດເຊັກໂກ

16:30 | 12/09/2021

ຍສໝ - ວັນທີ 09 ກັນຍາ, ຢູ່ນະຄອນຫຼວງ ປຣາຮາ, ຄະນະກຳມະການອາຊຽນ ປະຈຳ ສ.ເຊັກໂກ ໄດ້ຈັດວັນຄອບຄົວອາຊຽນ ປີ 2021 (ASEAN Family Day 2021) ໂດຍສະຖານທູດ ມຽນມາ ເປັນເຈົ້າພາບຈັດຕັ້ງ.

ກອງປະຊຸມອອນລາຍສາກົນກ່ຽວກັບວຽກງານສາທາລະນະສຸກລະຫວ່າງ 4 ແຂວງຂອງຫວຽດນາມ ແລະຄະນະກໍາມະການສາທາລະນະສຸກເຂດປົກຄອງຕົນເອງ ຊົນເຜົ່າຈວາງ ກວາງຊີ (ຈີນ) ກອງປະຊຸມອອນລາຍສາກົນກ່ຽວກັບວຽກງານສາທາລະນະສຸກລະຫວ່າງ 4 ແຂວງຂອງຫວຽດນາມ ແລະຄະນະກໍາມະການສາທາລະນະສຸກເຂດປົກຄອງຕົນເອງ ຊົນເຜົ່າຈວາງ ກວາງຊີ (ຈີນ)
ເປີດກາລະໂອກາດຮ່ວມມືລະຫວ່າງ ຫວຽດນາມ-ອາເມລິກາ ໃນຂົງເຂດກະສິກໍາ ເປີດກາລະໂອກາດຮ່ວມມືລະຫວ່າງ ຫວຽດນາມ-ອາເມລິກາ ໃນຂົງເຂດກະສິກໍາ
ເຂັ້ມຂຸ້ນໄປດ້ວຍຄວາມສາມັກຄີ ແລະມິດຕະພາບໃນວັນຄອບຄົວອາຊຽນ 2021 ທີ່ສາທາລະນະລັດເຊັກໂກ
ເຂັ້ມຂຸ້ນໄປດ້ວຍຄວາມສາມັກຄີ ແລະມິດຕະພາບໃນວັນຄອບຄົວອາຊຽນ 2021 ທີ່ສາທາລະນະລັດເຊັກໂກ. ພາບ:TTXVN

ມີເອກອັກຄະລັດຖະທູດ, ອຸປະທູດຂອງ 6 ປະເທດອາຊຽນ ປະຈຳ ສ.ເຊັກໂກ ລວມມີ: ຫວຽດນາມ, ຟີລິບປິນ, ມາເລເຊຍ, ອິນໂດເນເຊຍ, ໄທ ແລະ ມຽນມາ ພ້ອມກັບພັນລະຍາ, ສາມີ ແລະ ພະນັກງານ, ພາລະກອນຂອງບັນດາສະຖານທູດ… ເຂົ້າຮ່ວມ.

ຄະນະຜູ້ແທນຫວຽດນາມໂດຍ ທ່ານເອກອັກຄະລັດຖະທູດ ໄທຊວັນຢຸງ ແລະພັນລະຍາ ໄດ້ເຂົ້າຮ່ວມ, ພ້ອມກັບບັນດາອົງການຕາງໜ້າ ແລະ ບັນດາອົງການສື່ມວນຊົນ, ອົງການສື່ຂ່າວດ້ວຍການກະກຽມຢ່າງຖີ່ຖ້ວນ ແລະມີຫົວຄິດປະດິດສ້າງ ເຊິ່ງໄດ້ຮັບການຕີລາຄາສູງ ຈາກຄະນະກຳມະການອາຊຽນ ແລະ ຄະນະຜູ້ແທນຂອງບັນດາປະເທດເພື່ອນມິດ.

ໃນຄຳກ່າວພິທີເປີດວັນຄອບຄົວອາຊຽນ 2021 ທີ່ສາທາລະນະລັດເຊັກ, ທ່ານ Phone Lin Kyaing, ອຸປະທູດມຽນມາ ປະຈຳ Prague, ຫົວໜ້າຄະນະຈັດຕັ້ງໄດ້ເນັ້ນວ່າ: ກິດຈະກຳ ດັ່ງກ່າວມີຈຸດປະສົງເພື່ອເພີ່ມທະວີຄວາມສາມັກຄີ ແລະມິດຕະພາບລະຫວ່າງບັນດາປະເທດອາຊຽນ, ສະຖານທູດມຽນມາ ຫວັງວ່າ ບັນດາສະມາຊິກຂອງຄະນະກຳມະການອາຊຽນ ປະຈຳ ສ.ເຊັກໂກ ຈະແມ່ນຄອບຄົວໜຶ່ງຢ່າງແທ້ຈິງ, ຄືດັ່ງບັນດາປະເທດສະມາຊິກອາຊຽນ ລ້ວນແຕ່ແມ່ນສະມາຊິກຂອງມະຫາຄອບຄົວໃນປະຊາຄົມອາຊຽນ. ທີ່ເຫດການ, ແຕ່ລະຄະນະໄດ້ແນະນຳເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງປະເທດຕົນ.

ວັນຄອບຄົວອາຊຽນ 2021 ສິ້ນສຸດລົງດ້ວຍ ລາຍການ ເຕັ້ນ flashmob ທີ່ຟົດຟື້ນ. ບັນດາອາຫານຫວຽດນາມທີ່ເປັນເອກະລັກສະເພາະເຊັ່ນ ຢໍ່ຈືນ, ບັນກວນ ຍາມໃດກໍ່ດຶງດູດໄດ້ຄວາມສົນໃຈຂອງໝູ່ເພື່ອນບັນດາປະເທດ.

ທ່ານ Phone Lin Kyaing ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກັບຄະນະກໍາມະການອາຊຽນທີ່ສາທາລະນະລັດເຊັກ ທີ່ໄດ້ເຫັນດີໃຫ້ສະຖານທູດມຽນມາເປັນເຈົ້າພາບຈັດວັນຄອບຄົວອາຊຽນ 2021.

ທ່ານໃຫ້ຮູ້ວ່າ ມຽນມາຫາກໍ່ເປີດສະຖານທູດຂອງຕົນຄືນໃໝ່ຢູ່ນະຄອນຫຼວງ Prague ນັບແຕ່ປີ 2019 ແລະກໍ່ເປັນປີທຳອິດທີ່ເຫດການນີ້ໄດ້ຈັດຂຶ້ນໂດຍສະຖານທູດຫວຽດນາມເປັນປະທານ. ໃນປີ 2020, ການລະບາດຂອງພະຍາດ COVID-19 ໄດ້ເກີດຂຶ້ນຢູ່ໃນສາທາລະນະລັດເຊັກ ແລະບັນດາປະເທດເອີຣົບ, ສະນັ້ນວັນຄອບຄົວອາຊຽນບໍ່ໄດ້ຮັບການຈັດຂຶ້ນ.

ດ້ວຍຄວາມປະທັບໃຈທີ່ດີຈາກການຈັດຕັ້ງຂອງຫວຽດນາມ, ສະຖານທູດມຽນມາກໍ່ຫວັງວ່າ ການຈັດຕັ້ງວັນຄອບຄົວອາຊຽນສຳເລັດຜົນໃນປີນີ້ເພື່ອເປັນການສ້າງຂີດໝາຍໃນການເຊື່ອມໂຍງຂອງມຽນມາໃນຄະນະກຳມະການອາຊຽນຢູ່ສາທາລະນະລັດເຊັກ.

ໄຊພອນ

ເຫດການ
302 Found

Found

The document has moved here.