ກອງປະຊຸມອອນລາຍສາກົນກ່ຽວກັບວຽກງານສາທາລະນະສຸກລະຫວ່າງ 4 ແຂວງຂອງຫວຽດນາມ ແລະຄະນະກໍາມະການສາທາລະນະສຸກເຂດປົກຄອງຕົນເອງ ຊົນເຜົ່າຈວາງ ກວາງຊີ (ຈີນ)

06:07 | 12/09/2021

ຍສໝ - ວັນທີ 9 ກັນຍາ, ຄະນະກໍາມະການສາທາລະນະສຸກເຂດປົກຄອງຕົນເອງຊົນເຜົ່າຈວາງ ກວາງຊີ (ປະເທດຈີນ) ໄດ້ປະສານສົມທົບກັບພະແນກສາທາລະນະສຸກ 4 ແຂວງຂອງຫວຽດນາມລວມມີ: ກາວບັ່ງ, ຮ່າຢາງ, ລ້າງເຊີນ, ກວາງນີງ ເພື່ອຈັດກອງປະຊຸມອອນລາຍ ກ່ຽວກັບວຽກງານສາທາລະນະສຸກ ແລະກອງປະຊຸມຝຶກອົບຮົມ ໂຄງການ HIV/AIDS ຢູ່ເຂດຊາຍແດນຫວຽດນາມ-ກວາງຊີ,ຈີນ, ການຮ່ວມມືໃນການປ້ອງກັນ ແລະຄວບຄຸມພະຍາດລະບາດຂ້າມຊາຍແດນລ້ານຊ້າງ-ແມ່ນໍ້າຂອງ.

ຊຸກຍູ້ການຄ້າຊາຍແດນ ລະຫວ່າງຊາຍແດນ ຫວຽດນາມ ແລະ ກວາງຊີ (ຈີນ) ຊຸກຍູ້ການຄ້າຊາຍແດນ ລະຫວ່າງຊາຍແດນ ຫວຽດນາມ ແລະ ກວາງຊີ (ຈີນ)
ອາເມລິກາ, ຈີນ ແລະ ສ.ເກົາຫຼີ ສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ ອາເມລິກາ, ຈີນ ແລະ ສ.ເກົາຫຼີ ສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ
ກອງປະຊຸມອອນລາຍສາກົນກ່ຽວກັບວຽກງານສາທາລະນະສຸກລະຫວ່າງ 4 ແຂວງຂອງຫວຽດນາມ ແລະຄະນະກໍາມະການສາທາລະນະສຸກເຂດປົກຄອງຕົນເອງ ຊົນເຜົ່າຈວາງ ກວາງຊີ (ຈີນ)
ກອງປະຊຸມອອນລາຍສາກົນກ່ຽວກັບວຽກງານສາທາລະນະສຸກລະຫວ່າງ 4 ແຂວງຂອງຫວຽດນາມ ແລະຄະນະກໍາມະການສາທາລະນະສຸກເຂດປົກຄອງຕົນເອງ ຊົນເຜົ່າຈວາງ ກວາງຊີ (ຈີນ). ພາບ: baolac.caobang.gov.vn

ທີ່ກອງປະຊຸມ, ຜູ້ຕາງໜ້າການນຳຂອງພະແນກສາທາລະນະສຸກ 4 ແຂວງຂອງຫວຽດນາມ ແລະ ຄະນະກໍາມະການສາທາລະນະສຸກເຂດປົກຄອງຕົນເອງຊົນເຜົ່າຈວາງ ກວາງຊີ, ປະເທດຈີນ ໄດ້ແຈ້ງໂດຍສັງເຂບຂອງວຽກງານການແພດ; ການປ້ອງກັນ ແລະຄວບຄຸມ HIV/AIDS; ການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ COVID-19 ທີ່ພວມມີການຜັນແປອັນສັບສົນຢູ່ໃນແຕ່ລະບໍລິເວນໃນໄລຍະທີ່ຜ່ານມາ.

ພ້ອມກັນນັ້ນ, ບັນດາໜ່ວຍງານ ກໍ່ໄດ້ຍົກອອກບັນດາວິທີແກ້ໄຂເພື່ອເພີ່ມປະສິດທິຜົນຂອງວຽກງານການແພດໃນການຮ່ວມມືກັບສາກົນໃນໄລຍະທີ່ຈະມາເຖິງເຊັ່ນ:ເພີ່ມທະວີໃນການສ້າງລະບຽບຂໍ້ກຳນົດກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານ; ຈັດກອງປະຊຸມການແພດສະເພາະຂະແໜງຢ່າງເປັນປະຈໍາ; ສ້າງຂໍ້ກຳນົດກ່ຽວກັບການຊ່ວຍເຫຼືອດ້ານສາທາລະນະສຸກ ແລະປິ່ນປົວຢູ່ເຂດຊາຍແດນ

ທີ່ກອງປະຊຸມ, ຜູ້ຕາງໜ້າການນໍາພະແນກສາທາລະນະສຸກຂອງບັນດາຝ່າຍ ໄດ້ເຂົ້າຮ່ວມການລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານສາທາລະນະສຸກລະຫວ່າງສອງຝ່າຍ ດ້ວຍຮູບການອອນລາຍ.

ເປົ້າໝາຍລວມຂອງບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານສາທາລະນະສຸກແມ່ນເພື່ອຊຸກຍູ້ ແລະພັດທະນາການຮ່ວມມືຮອບດ້ານລະຫວ່າງບັນດາຝ່າຍໃນຂົງເຂດສາທາລະນະສຸກຕາມເງື່ອນໄຂຕົວຈິງຂອງແຕ່ລະໜ່ວຍງານບົນຫຼັກການປະຕິບັດບັນດາຂໍ້ກຳນົດກ່ຽວກັບກົດໝາຍ, ຂໍ້ກຳນົດທີ່ພວມປະກາດໃຊ້ຂອງແຕ່ລະປະເທດ. ຜ່ານນັ້ນ, ກໍ່ປະກອບສ່ວນໃນການປັບປຸງ ແລະພັດທະນາສາຍພົວພັນຮ່ວມມືລະຫວ່າງບັນດາຝ່າຍໃນຂົງເຂດສາທາລະນະສຸກໃຫ້ຫຼາຍກວ່າອີກ, ສືບຕໍ່ຍົກສູງດ້ານສຸຂະພາບຂອງປະຊາຊົນຕາມຫຼັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະເຄົາລົບເຊິ່ງກັນແລະກັນ.

ໃນມື້ດຽວກັນ, ທັງສອງຝ່າຍກໍ່ໄດ້ຈັດກອງປະຊຸມຝຶກອົບຮົມໂຄງການ HIV/AIDS, ແລກປ່ຽນປະສົບການ ແລະແບ່ງປັນກ່ຽວກັບວຽກງານວິຊາສະເພາະຈໍານວນໜຶ່ງກ່ຽວກັບການປ້ອງກັນ ແລະຄວບຄຸມ HIV/AIDS ລະຫວ່າງສອງປະເທດ; ຍຸດທະສາດການຮ່ວມມືໃນການປ້ອງກັນ ແລະຄວບຄຸມ HIV/AIDS ຂ້າມຊາຍແດນໃນສະພາບການລະບາດຂອງພະຍາດໂຄວິດ -19.

ໄຊພອນ

ເຫດການ
302 Found

Found

The document has moved here.