ທິມບານເຕະຫວຽດນາມ ສ້າງປະຫວັດສາດ ເມື່ອເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນຮອບຄັດເລືອກທີ 3 World Cup 2022

06:07 | 17/06/2021

ກາຍເປັນ 1 ໃນຈຳນວນ 12 ທິມບານເຕະແຂງແຮງທີ່ສຸດຂອງອາຊີ. ທິມຊາດຫວຽດນາມ ໂດຍຄູຝຶກແມ່ນ Park Hang Seo ສືບຕໍ່ແຂ່ງຂັນດ້ວຍຖານະແມ່ນໜຶ່ງໃນຈຳນວນ 5 ທິມຢືນອັນດັບທີ 2 ມີຜົນງານດີທີ່ສຸດ (ດ້ວຍ 17 ຄະແນນ) ຢູ່ຮອບຄັດເລືອກທີ 3.

ຫວຽດນາມ ຊະນະ ອິນໂດເນເຊຍ 4-0 ປະຕູ ຢູ່ຮອບຄັດເລືອກ World Cup 2022 ຫວຽດນາມ ຊະນະ ອິນໂດເນເຊຍ 4-0 ປະຕູ ຢູ່ຮອບຄັດເລືອກ World Cup 2022
ທິ​ມ​ບານ​ເຕະ ຫວຽດ​ນາມ ຈະ​ແຂ່ງ​ຂັນ​ກັບ​ທິມ​ບານ​ເຕະ ອິນ​ໂດ​ເນ​ເຊຍ ໃນ​ຮອບ​ຄັດ​ເລືອກ World Cup 2022 ທິ​ມ​ບານ​ເຕະ ຫວຽດ​ນາມ ຈະ​ແຂ່ງ​ຂັນ​ກັບ​ທິມ​ບານ​ເຕະ ອິນ​ໂດ​ເນ​ເຊຍ ໃນ​ຮອບ​ຄັດ​ເລືອກ World Cup 2022
ທິມບານເຕະຫວຽດນາມ ສ້າງປະຫວັດສາດ ເມື່ອເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນຮອບຄັດເລືອກທີ 3 World Cup 2022
ທິມບານເຕະຫວຽດນາມ ສ້າງປະຫວັດສາດ ເມື່ອເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນຮອບຄັດເລືອກທີ 3 World Cup 2022. ພາບ:24h.com.vn

ໃນວັນທີ 15 ມິຖຸນາ, ເວັບໄຊກິລາສາກົນ ESPN ໄດ້ລົງບົດຂຽນຍ້ອງຍໍທິມບານເຕະຫວຽດນາມ. ຕາມ ESPN ແລ້ວ, ດ້ວຍເລື່ອງ ຫວຽດນາມ ພວມໃນທ່າກ້າວໄປໄກທີ່ສຸດໃນເລື່ອງອາດສາມາດລອດເຂົ້າຮອບຊິງຊະນະເລີດບານເຕະ World Cup, ບໍ່ມີເວລາໃດແມ່ນດີກວ່າເພື່ອໃຫ້ທິມບານເຕະນີ້ສະແດງໃຫ້ເຫັນກຳລັງຄວາມສາມາດເມື່ອແຂ່ງຂັນກັບທິມບ້ານເຕະສະຫະລັດອາຣັບເອັມມີເຣດ (UAE). ຕາມ ESPN ແລ້ວ, ເພື່ອມີນັກກິລາດີເດັ່ນຂອງ ຫວຽດນາມ ບັນລຸໄດ້ຄືໃນປະຈຸບັນ, ພົນງານໃຫຍ່ສຸດແມ່ນຂຶ້ນກັບຄູຝຶກຊາວສ.ເກົາຫຼີ Park Hang seo. ນັບແຕ່ເມື່ອເລີ່ມເປັນຄູຝຶກຂອງທິມບານເຕະຫວຽດນາມ ແຕ່ທ້າຍປີ 2017, ທ່ານໄດ້ຊ່ວຍໃຫ້ຫວຽດນາມ ຍາດໄດ້ໄຊຊະນະສຳຄັນຫຼາຍຢ່າງ.

3 ປະຕູຕໍ່ 2 ແມ່ນຜົນຂອງການແຂ່ງຂັນບານເຕະໃນວັນທີ 15 ມິຖຸນາ ລະຫວ່າງທິມບານເຕະສະຫະລັດອາຣັບເອັມມີເຣດ (UAE) ແລະ ທິມບານເຕະແຫ່ງຊາດ ຫວຽດນາມ ທີ່ຮອບຄັດເລືອກທີ 2 World Cup 2022. ດ້ວຍໝາກຜົນດັ່ງກ່າວ, ເຖິງວ່າຖືກປະລາໄຊກໍ່ຕາມ ແຕ່ທິມບານເຕະຫວຽດນາມ ຍັງສ້າງປະຫວັດສາດ ເມື່ອເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນໃນຮອບຄັດເລືອກສຸດທ້າຍຂອງ World Cup 2022, ກາຍເປັນ 1 ໃນຈຳນວນ 12 ທິມບານເຕະແຂງແຮງທີ່ສຸດອງອາຊີ. ທິມຊາດຫວຽດນາມ ໂດຍຄູຝຶກແມ່ນ Park Hang Seo ສືບຕໍ່ແຂ່ງຂັນດ້ວຍຖານະແມ່ນໜຶ່ງໃນຈຳນວນ 5 ທິມຢືນອັນດັບທີ 2 ມີຜົນງານດີທີ່ສຸດ (ດ້ວຍ 17 ຄະແນນ) ຢູ່ຮອບຄັດເລືອກທີ 3. ພິທີຈົກສະຫຼາກການແຂ່ງຂັນຮອບຄັດເລືອກທີ 3 ຈະໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ 2021.

ອົງການ World Vision ສະໜັບສະໜູນສິ່ງທີ່ຈຳເປັນ ແລະ ອຸປະກອນການແພດ ສຳລັບຈຸດໂດດດ່ຽວຢູ່ແຂວງດ້ຽນບຽນ ອົງການ World Vision ສະໜັບສະໜູນສິ່ງທີ່ຈຳເປັນ ແລະ ອຸປະກອນການແພດ ສຳລັບຈຸດໂດດດ່ຽວຢູ່ແຂວງດ້ຽນບຽນ

ຍສໝ - ຫວ່າງມໍ່ໆນີ້, ອົງການ World Vision ປະຈຳຫວຽດນາມ ໄດ້ສົມທົບກັບພະແນກການຕ່າງປະເທດແຂວງດ້ຽນບຽນ ໄດ້ສະໜັບສະໜູນສິ່ງທີ່ຈຳເປັນ ແລະ ອຸປະກອນການແພດ ເພື່ອຊ່ວຍເຫຼືອປະຊາຊົນ 1,523 ຄົນເປັນກໍລະນີ F1 ຂອງພະຍາດ COVID-19.

ອົງການ World Vision ປະເທດຫວຽດນາມ ບໍລິຈາກອຸປະກອນການແພດ ໃຫ້ປະຊາຊົນດ້ຽນບຽນ ອົງການ World Vision ປະເທດຫວຽດນາມ ບໍລິຈາກອຸປະກອນການແພດ ໃຫ້ປະຊາຊົນດ້ຽນບຽນ

ຍສໝ - ເມື່ອບໍ່ດົນມານີ້, ອົງການ World Vision ປະເທດຫວຽດນາມ ໄດ້ຮ່ວມມືກັບສູນການແພດ ເມືອງຕົວຈົວ, ແຂວງດ້ຽນບຽນ ເພື່ອດຳເນີນບໍລິຈາກອຸປະກອນການແພດປະກອບມີ ຜ້າບັງປາກ 75,000 ແຜ່ນ ແລະ ຢາລ້າງມື 156 ລິດ ໃຫ້ປະຊາຊົນທ້ອງຖິ່ນ.

ການທ່ອງທ່ຽວ ຫວຽດນາມ ໄດ້ຮັບການເຊີດຊູໃນພິທີປະກາດ World Travel Award 2020 ການທ່ອງທ່ຽວ ຫວຽດນາມ ໄດ້ຮັບການເຊີດຊູໃນພິທີປະກາດ World Travel Award 2020

ຍສໝ - ຫວຽດນາມ ໄດ້ຮັບລາງວັນຫຼາຍຢ່າງ ໃນງານປະກາດສຸດທ້າຍ Grand Final ຂອງລາງວັນການທ່ອງທ່ຽວໂລກ (WTA) ໃນປີ 2020, ໂດຍສະເພາະແມ່ນ “ຈຸດໝາຍປາຍທາງມໍລະດົກໂລກອັນດັບໜຶ່ງຂອງໂລກ (World's Leading Heritage Destination) ປີ 2020 ໄດ້ມອບໃຫ້ແກ່ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.