ມຸ່ງໄປເຖິງການຮ່ວມມືກ່ຽວກັບພະລັງງານຜະລິດຄືນໃໝ່ ແລະ ພັດທະນາແບບຍືນຍົງ ລະຫວ່າງ ຫວຽດນາມ ແລະ ໂອຕາລິດ

12:03 | 09/09/2021

ຍສໝ - ຫວຽດນາມ ປາດຖະໜາວ່າ ຢາກຊຸກຍູ້ການຮ່ວມມືກັບ ໂອຕາລິດ ໃນຂົງເຂດພະລັງງານ, ພິເສດແມ່ນພະລັງງານຜະລິດຄືນໃໝ່ ແລະ ການພັດທະນາແບບຍືນຍົງ; ສະເໜີໃຫ້ ໂອຕາລິດ ແບ່ງປັນບົດຮຽນປະສົບການ, ຂໍ້ມູນຂ່າວສານ, ບັນດາມາດຕະການເຕັກໂນໂລຢີໃນຂົງເຂດສົ່ງໄຟຟ້າ ແລະ ບຳລຸງສ້າງການພັດທະນາແຫຼ່ງຊັບພະຍາກອນມະນຸດໃນຂົງເຂດພະລັງງານ.

ເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ລາວ
ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຂົນຂວາຍລັດຖະບານບັນດາປະເທດ ແລະ ບັນດາບໍລິສັດຜະລິດ ຂາຍວັກຊິນໃຫ້ແກ່ຫວຽດນາມ ແລະ ຍູ້ໄວການສົ່ງວັກຊິນໃຫ້ແກ່ຫວຽດນາມ ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຂົນຂວາຍລັດຖະບານບັນດາປະເທດ ແລະ ບັນດາບໍລິສັດຜະລິດ ຂາຍວັກຊິນໃຫ້ແກ່ຫວຽດນາມ ແລະ ຍູ້ໄວການສົ່ງວັກຊິນໃຫ້ແກ່ຫວຽດນາມ

ໃນລາຍການເຄື່ອນໄຫວຢູ່ ເອີຣົບ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະທານລັດຖະສະພາສາກົນ ຄັ້ງທີ 5 (WCSP5) ຢູ່ ສາທາລະນະລັດ ໂອຕາລິດ, ຕອນບ່າຍວັນທີ 07 ກັນຍາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ມີການເຮັດວຽກກັບທ່ານ Magnus Brunner, ລັດຖະມົນຕີກະຊວງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ, ປະດິດຄິດສ້າງ ແລະ ເຕັກໂນໂລຢີ ໂອຕາລິດ.

ມຸ່ງໄປເຖິງການຮ່ວມມືກ່ຽວກັບພະລັງງານຜະລິດຄືນໃໝ່ ແລະ ພັດທະນາແບບຍືນຍົງ ລະຫວ່າງ ຫວຽດນາມ ແລະ ໂອຕາລິດ
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານ Magnus Brunner, ລັດຖະມົນຕີກະຊວງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ, ປະດິດຄິດສ້າງ ແລະ ເຕັກໂນໂລຢີ ໂອຕາລິດ. ພາບ: TTXVN

ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ສະແດງຄວາມປາດຖະໜາວ່າ ທ່ານລັດຖະມົນຕີ Magnus Brunner ຈະສະໜັບສະໜູນການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA) ໃນໄວໆນີ້.

ຕາມ ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ແລ້ວ, ຫວຽດນາມ ປາດຖະໜາວ່າຢາກຊຸກຍູ້ການຮ່ວມມືກັບ ໂອຕາລິດ ໃນຂົງເຂດພະລັງງານ, ພິເສດແມ່ນພະລັງງານຜະລິດຄືນໃໝ່ ແລະ ການພັດທະນາແບບຍືນຍົງ; ສະເໜີໃຫ້ ໂອຕາລິດ ແບ່ງປັນບົດຮຽນປະສົບການ, ຂໍ້ມູນຂ່າວສານ, ບັນດາມາດຕະການເຕັກໂນໂລຢີໃນຂົງເຂດສົ່ງໄຟຟ້າ ແລະ ບຳລຸງສ້າງການພັດທະນາແຫຼ່ງຊັບພະຍາກອນມະນຸດໃນຂົງເຂດພະລັງງານ.

ສ່ວນ ທ່ານລັດຖະມົນຕີ Magnus Brunner ມີຄວາມເຫັນດີເປັນເອກະພາບຕໍ່ການສະເໜີຂອງທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ກ່ຽວກັບບັນດາເນື້ອໃນຮ່ວມມື, ພ້ອມທັງຢັ້ງຢືນວ່າ ຈະສະໜັບສະໜູນການຊຸກຍູ້ວິວັດທະນາການໃຫ້ສັດຕະຍາບັນສັນຍາ EVIPA.

ແລະທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ກໍ່ໄດ້ສະເໜີໃຫ້ທ່ານລັດຖະມົນຕີ Magnus Brunner ໃນຖານະເປັນສະມາຊິກພາຍໃນ ຈະຊ່ວຍໃຫ້ການຊຸກຍູ້ລັດຖະບານສະຫະພັນໂອຕາລິດ

ເພື່ອໜູນຊ່ວຍດ້ານວັກຊີນ COVID-19 ແລະອຸປະກອນການແພດ, ຊ່ວຍຫວຽດນາມ ຮັບມືຕໍ່ກັບການລະບາດຂອງພະຍາດຢ່າງມີປະສິດທິຜົນ

ການເດີນທາງປະຕິບັດງານຢູ່ ເອີລົບ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ແມ່ນການ ຢ້ຽມຢາມ ແລະ ເຮັດວຽກເປັນຄັ້ງທຳອິດຂອງການນຳຫຼັກແຫຼ່ງຂອງພັກ, ລັດຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ສິ້ນສຸດກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ດ້ວຍເລື່ອງບູລະນະບຸກຄະລາກອນຂັ້ນສູງຂອງກົງຈັກລັດໃຫ້ສົມບູນແບບ. ນີ້ແມ່ນການເຄື່ອນໄຫວການທູດລັດຖະສະພາໂດຍກົງຄັ້ງທຳອິດນັບແຕ່ຕົ້ນປີ 2021 ຂອງສະພາແຫ່ງຊາດ.

ໄຊພອນ

ເຫດການ
302 Found

Found

The document has moved here.