ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຂົນຂວາຍລັດຖະບານບັນດາປະເທດ ແລະ ບັນດາບໍລິສັດຜະລິດ ຂາຍວັກຊິນໃຫ້ແກ່ຫວຽດນາມ ແລະ ຍູ້ໄວການສົ່ງວັກຊິນໃຫ້ແກ່ຫວຽດນາມ

16:51 | 14/07/2021

ຕາມມະຕິເລກທີ 21 ຂອງລັດຖະບານປະກາດໃຊ້ໃນວັນທີ 26 ກຸມພາ 2021 ກ່ຽວກັບການຊື້ ແລະ ນຳໃຊ້ວັກຊິນກັນໂຄວິດ-19, ຫວຽດນາມ ໄດ້ວາງເປົ້າໝາຍຊື້ວັກຊິນ 150 ລ້ານໂດສ ເພື່ອສັກໃຫ້ພົນລະເມືອງ 70%.

ສະມາຄົມການພັດທະນາເສດຖະກິດ, ວັດທະນະທຳ ແລະ ການສຶກສາ ໄຕ້ຫວັນ - ຫວຽດນາມ ໄດ້ສະໜັບສະໜູນກອງທຶນວັກແຊງປ້ອງກັນ ແລະ ຄວບຄຸມ COVID-19 ສະມາຄົມການພັດທະນາເສດຖະກິດ, ວັດທະນະທຳ ແລະ ການສຶກສາ ໄຕ້ຫວັນ - ຫວຽດນາມ ໄດ້ສະໜັບສະໜູນກອງທຶນວັກແຊງປ້ອງກັນ ແລະ ຄວບຄຸມ COVID-19
ຫວຽດນາມ - ສ.ເກົາຫຼີ: ຊອກຫາວິທີແກ້ໄຂ  ແລະ ຊຸກຍູ້ການຮ່ວມມືທາງດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງປະເທດ ຫວຽດນາມ - ສ.ເກົາຫຼີ: ຊອກຫາວິທີແກ້ໄຂ ແລະ ຊຸກຍູ້ການຮ່ວມມືທາງດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງປະເທດ
ພາບປະກອບ
ພາບປະກອບ

ຫວຽດນາມ ໄດ້ມີຄຳໝັ້ນສັນຍາ ແລະ ລົງນາມໃນສັນຍາຊື້ວັກຊິນປະມານ 105 ລ້ານໂດສ ແລະ ພວມເຈລະຈາຊື້ວັກຊິນກັນໂຄວິດ-19 ຈຳນວນ 55 ລ້ານໂດສ. ໄລ່ຮອດວັນທີ 12 ກໍລະກົດ, ຫວຽດນາມ ໄດ້ຮັບວັກຊິນກວ່າ 8 ລ້ານໂດສ; ໃນໄລຍະຈະມາເຖິງຈະສືບຕໍ່ໄດ້ຮັບວັກຊິນຈາກບັນດາແຫຼ່ງທີໄດ້ເຈລະຈາແລ້ວ ເຊິ່ງບັນດາປະເທດ ແລະ ບໍລິສັດຜະລິດໄດ້ເຫັນດີສົ່ງໃຫ້ຫວຽດນາມ ໂດຍໄວ ກໍຄືຈາກບັນດາແຫຼ່ງໜູນຊ່ວຍຂອງບັນດາຄູ່ຮ່ວມມື 2 ຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນ.

ຕາມມະຕິເລກທີ 21 ຂອງລັດຖະບານປະກາດໃຊ້ໃນວັນທີ 26 ກຸມພາ 2021 ກ່ຽວກັບການຊື້ ແລະ ນຳໃຊ້ວັກຊິນກັນໂຄວິດ-19, ຫວຽດນາມ ໄດ້ວາງເປົ້າໝາຍຊື້ວັກຊິນ 150 ລ້ານໂດສ ເພື່ອສັກໃຫ້ພົນລະເມືອງ 70%.

ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທີ່ການຕ້ອນຮັບທ່ານ ລັດຖະມົນຕີກະຊວງການຄ້າ, ການທ່ອງທ່ຽວ ແລະ ລົງທຶນ ອົດສະຕາລີ Dan Tehan, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກໄດ້ສົ່ງຄຳຂອບອົກຂອບໃຈໄປຍັງລັດຖະບານ ອົດສະຕາລີ ທີ່ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍເງິນເປັນຈຳນວນ 40 ລ້ານໂດລາອົດສະຕາລີ (AUD) ໃຫ້ຫວຽດນາມ ເພື່ອສຳຜັດກັບວັກຊິນກັນໂຄວິດ - 19, ພິເສດ ລັດຖະບານ ອົດສະຕາລີໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍວັກຊິນ AstraZeneca ຕື່ມອີກ 1,5 ລ້ານໂດສ ໃຫ້ແກ່ ຫວຽດນາມ ໃນໄລຍະຈະມາເຖິງ.

ແລະກໍ່ໃນວັນທີ 13 ກໍລະກົດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ໄດ້ແຈ້ງໃຫ້ຊາບວ່າ ຍີ່ປຸ່ນຈະໜູນຊ່ວຍວັກຊິນກັນໂຄວິດ - 19 ຕື່ມອີກ 1 ລ້ານໂດສ ໃຫ້ແກ່ ຫວຽດນາມ ໃນອາທິດນີ້.

ໄຊພອນ

302 Found

Found

The document has moved here.